ໃນເດືອນກັນຍາ 2019 ທີ່ຜ່ານມາ, ກະຊວງສຶກສາທິການ ແລະ ກິລາຂອງ ສປປ ລາວ, ໂດຍການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ແລະ ສະຫະພາບເອີຣົບ ໂດຍຜ່ານແຜນງານບີຄວາ ໄດ້ເລີ່ມຈັດຕັ້ງປະຕິບັດໂຄງການທົດລອງຝຶກເວົ້າພາສາລາວສຳລັບນັກຮຽນ ຂັ້ນ ປ.1 ຜູ້ທີ່ເລີ່ມເຂົ້າຮຽນໃໝ່ ແຕ່ບໍ່ຮູ້ພາສາລາວ ຫຼື ເຂົ້າໃຈພາສາລາວພຽງເລັກໜ້ອຍ. ນັກຮຽນຈະໄດ້ຮຽນຝຶກເວົ້າພາສາລາວເພີ່ມໜຶ່ງຊົ່ວໂມງຕໍ່ມື້ເພື່ອສົ່ງເສີມ ແລະ ນຳໃຊ້ເນື້ອໃນບົດຮຽນຈາກວິຊາພາສາລາວພາກປົກກະຕິ ຊຶ່ງຮຽນ 2 ຊົ່ວໂມງຕໍ່ມື້. ໂຮງຮຽນປະຖົມເປົ້າໝາຍ 40 ແຫ່ງແມ່ນຢູ່ແຂວງຜົ້ງສາລີ, ບໍລິຄຳໄຊ, ຄຳມ່ວນ ແລະ ສາລະວັນ, ໃນຂະນະທີ່ໂຮງຮຽນອີກ 40 ແຫ່ງ ເຊິ່ງມີເງື່ອນໄຂ ແລະ ສະພາບທີ່ຄ້າຍຄືກັນ ແມ່ນເປັນໂຮງຮຽນສົມທຽບ.
ໃນລະຫວ່າງວັນທີ 27 ຕຸລາ ຫາ 16 ພະຈິກ 2019, ທີມງານປະເມີນຈຳນວນ 16 ທ່ານ ຈາກສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ) ໄດ້ເດີນທາງໄປບັນດາເມືອງເປົ້າໝາຍເພື່ອດໍາເນີນການປະເມີນ ຫຼື ເອີ້ນວ່າ “ການປະເມີນພາສາລາວສຳລັບນັກຮຽນຊັ້ນປະຖົມສຶກສາຕອນຕົ້ນ ” (EGLA) ແກ່ນັກຮຽນຂັ້ນ ປ.1 ຢູ່ຕາມບັນດາໂຮງຮຽນເປົ້າໝາຍ ແລະ ໂຮງຮຽນສົມທຽບໃນ 4 ແຂວງເປົ້າໝາຍ. ການປະເມີນເບື້ອງຕົ້ນນີ້ແມ່ນເພື່ອໃຫ້ເຂົ້າໃຈເຖິງລະດັບຄວາມຮູ້ຄວາມສາມາດກ່ຽວກັບການນໍາໃຊ້ພາສາລາວຂອງເດັກນ້ອຍໃນໄລຍະເລີ່ມຕົ້ນທົດລອງໂຄງການຝຶກເວົ້າພາສາລາວ ແລະ ຈະສືບຕໍ່ຈັດຕັ້ງປະຕິບັດໂຄງການນີ້ຕໍ່ໄປ ຖ້າຫາກວ່າໂຄງການຝຶກເວົ້າພາສາລາວນີ້ມີປະສິດຕິພາບ. ຜູ້ປະເມີນສ່ວນຫຼາຍແມ່ນມາຈາກທີມຂຽນຫຼັກສູດວິຊາພາສາລາວຊື່ງມີ ຜູ້ອຳນວຍການໂຮງຮຽນທົ່ງກາງ ແລະ ຄູສອນຈາກວິທະຍາໄລຄູດົງຄຳຊ້າງ
ທ່ານ ນາງ ພອນສິຣິ ອຸໄທວັນ, ຫົວໜ້າທີມຂຽນຫຼັກສູດວິຊາພາສາລາວຈາກ ສວສ, ຜູ້ທີ່ໄດ້ເຂົ້າຮ່ວມຢ່າງຕັ້ງໜ້າໃນການພັດທະນາໂຄງການຝຶກເວົ້າພາສາລາວ ແລະ ຍັງເປັນຫົວໜ້າທີມຜູ້ປະເມີນຢູ່ແຂວງຄຳມ່ວນ ແລະ ແຂວງບໍລິຄຳໄຊ. ທ່ານໄດ້ກ່າວວ່າ “ຄວາມທ້າທາຍທີ່ສຸດຄືອຸປະສັກທາງດ້ານພາສາໃນການສື່ສານກັບນັກຮຽນ. ມັນຫຍຸ້ງຍາກຫຼາຍສຳລັບທີມງານຜູ້ປະເມີນໃນການສື່ສານ ແລະ ອະທິບາຍຄໍາແນະນໍາຢູ່ໃນແບບທົດສອບໃຫ້ເດັກນ້ອຍຟັງ. ລະດັບຄວາມເຂົ້າໃຈພາສາລາວຂອງເຂົາເຈົ້າຢູ່ໃນເຂດຊຸມຊົນຫ່າງໄກສອກຫຼີກນີ້ ແມ່ນຍັງຕ່ຳຫຼາຍ, ນັກຮຽນເຫຼົ່ານັ້ນ ຫາກໍ່ເລີ່ມເຂົ້າໂຮງຮຽນ ແລະ ເຂົ້າໃຈພຽງແຕ່ພາສາຊົນເຜົ່າຂອງຕົນເອງ. ສະນັ້ນແລ້ວ, ໂຄງການຝຶກເວົ້າພາສາລາວຈຶ່ງມີຄວາມສຳຄັນ. ຖ້າຫາກເດັກນ້ອຍເຫຼົ່ານັ້ນບໍ່ສາມາດສື່ສານເປັນພາສາລາວໄດ້ແລ້ວພວກເຂົາຈະປະຕິບັດຕາມຄູສອນໄດ້ແນວໃດ? ພວກເຂົາຈະຮຽນໄດ້ແນວໃດ? ເຂົາເຈົ້າຈະມີບັນຫາໃນການຮຽນ ລວມເຖິງການຮຽນວິຊາຄະນິດສາດ ຖ້າເຂົາເຈົ້າບໍ່ເຂົ້າໃຈການອະທິບາຍຂອງຄູ”. ນັກຮຽນ ຂັ້ນ ປ.5 ໄດ້ຊ່ວຍທີມງານຜູ້ປະເມີນໂດຍການຊ່ວຍແປຄຳຖາມ ແລະ ຄໍາແນະນໍາຢູ່ໃນແບບທົດສອບເປັນພາສາຊົນເຜົ່າໃຫ້ນັກຮຽນຂັ້ນ ປ.1 ຟັງ.
ທີມງານຜູ້ປະເມີນຍັງພົບເຫັນເຖິງຄວາມທ້າທາຍດ້ວຍຕົນເອງກ່ຽວກັບການສອນຢູ່ໂຮງຮຽນໃນເຂດຫ່າງໄກສອກຫຼີກ ຊຶ່ງສ່ວນຫຼາຍແມ່ນເດີນທາງດ້ວຍລົດຈັກໃນສະພາບຫົນທາງທີ່ມີຂີ້ຕົມ ແລະ ຂີ່ເຮືອ/ບັກ ຂ້າມນ້ຳ ແລະ ການເດີນທາງທີ່ຕ້ອງໄດ້ອີງໃສ່ສະພາບດິນຟ້າອາກາດ. ໂຮງຮຽນບາງແຫ່ງທີ່ຢູ່ຫ່າງໄກແມ່ນບໍ່ສາມາດເດີນທາງໄປ ແລະ ກັບ ພາຍໃນໜຶ່ງມື້, ນາຍບ້ານຈຶ່ງໄດ້ແນະນໍາໃຫ້ທີມງານນອນຄ້າງຄືນ.
ການປະເມີນ EGLA ແມ່ນໄດ້ນໍາໃຊ້ເເທັບເບລັດເພື່ອບັນທຶກຂໍ້ມູນ ຊຶ່ງເປັນການນໍາໃຊ້ເທັກໂນໂລຢີແບບໃໝ່ສຳລັບ ສວສ ໃນການເກັບກຳຂໍ້ມູນຢ່າງມີປະສິດທິພາບ ແລະ ຫຼຸດຈຳນວນເອກະສານ ແລະ ອຸປະກອນການຂຽນທີ່ທີມງານຈະຕ້ອງໄດ້ເອົາເດີນທາງໄປນຳ.
ຜົນການປະເມີນ EGLA ຂອງນັກຮຽນທັງໂຮງຮຽນເປົ້າໝາຍ ແລະ ໂຮງຮຽນສົມທຽບ ແມ່ນຈະໄດ້ນໍາໄປປຽບທຽບຜົນການປະເມີນ EGLA ຄັ້ງທີສອງ ໃນເດືອນເມສາ 2020. ຜົນການປະເມີນຈະເປັນຫຼັກຖານທີ່ສໍາຄັນທີ່ຈະຊີ້ໃຫ້ເຫັນວ່າ ການທີ່ມີການສອນເວົ້າພາສາລາວເພີ່ມຢູ່ໃນບັນດາໂຮງຮຽນເປົ້າໝາຍ ມັນໄດ້ເຮັດໃຫ້ນັກຮຽນຮຽນພາສາລາວໄດ້ດີຂຶ້ນຫຼືບໍ່. ຖ້າຜົນຂອງການທົດລອງອອກມາໃນທາງທີ່ເປັນບວກ, ທາງ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ຈະສືບຕໍ່ຜັນຂະຫຍາຍຈັດຕັ້ງປະຕິບັດຫຼັກການນີ້ຢູ່ຫຼາຍພື້ນທີ່ເພີ່ມຂຶ້ນ ເພື່ອສືບຕໍ່ປັບປຸງຜົນການຮຽນພາສາລາວ ໂດຍຜ່ານການຮຽນການສອນປຶ້ມແບບຮຽນ ແລະ ຄູ່ມືຄູທີ່ມີຄຸນນະພາບ ແລະ ການຮຽນໃນຮູບແບບໃໝ່.