Menu

ພະນັກງານກະຊວງສຶກສາທິການ ແລະ ກິລາ ຂັ້ນສູນກາງ ແລະ ຂັ້ນທ້ອງຖິ່ນສາມາດ ສະໝັກເປັນໜຶ່ງໃນທີມຄູຝຶກຫຼັກແຫຼ່ງ ແລະ/ຫຼື ທີມຄູຝຶກປະຈຳແຂວງໄດ້ ຈົນເຖິງວັນທີ 12 ຕຸລາ. ນີ້ເປັນໂອກາດພິເສດ ໃນການສະໜັບສະໜູນ ຄູປະຈຳການ ແລະ ການສະໜັບສະໜູນຫຼັກສູດຊັ້ນປະຖົມສຶກສາ ສະບັບປັບປຸງໃໝ່ !

MAPA-training

MAPA-training3

ໃນ​ເດືອນ​ກັນ​ຍາ 2019, ຄູ​ຂັ້ນ ປ. 1 ທຸກຄົນ ຈະ​ໄດ້​ເລິ່ມ​ສອນຫຼັກ​ສູດຊັ້ນ​ປະ​ຖົມສຶກສາສະບັບປັບປຸງໃໝ່ ໂດຍ​ນຳ​ໃຊ້​ຄູ່​ມື​ຄູ, ພ້ອ​ມ​ກັບສື່​ການ​ຮຽນ​-ການ​ສອນເພີ່ມ​ເຕີມ, ແລະ ວິ​ທີ​ການ​ສອນໃໝ່ໆ ເພື່ອ​ເຮັດ​ໃຫ້​ນັ​ກ​ຮຽນ ຮຽນ​ໄດ້​ດີ​ຂື້ນ. ເພື່ອ​ເປັນ​ການ​ກະ​ກຽມ ແລະ ບຳ​ລຸງ​ຄູ​ຕໍ່​ກັບ​ການ​ປ່ຽ​ນ​ແປ​ງ​ດັ່ງ​ກ່າວນີ້, ກົມ​ສ້າງ​ຄູ ໄດ້​ສ້າງ​ລະ​ບົບການ​ຝຶກ​ອົບ​ຮົມ​ຄູ​ປະ​ຈຳ​ການ​ແບບ​ໃໝ່​ຂື້ນ. ລະບົບໃໝ່ນີ້​​ຈະ​ມີ​ການ​ຈັດ​ຕັ້ງທີມ​​ຄູ​ຝຶກ​ຫຼັກ​ແຫຼ່ງຢູ່ຂັ້ນ​ສູນ​ກາງຂຶ້ນ 1 ທີມ ແລະ ທີມ​​ຄູ​ຝຶກ​ປະ​ຈຳ​ແຂວງ 18 ທີມ (1 ທີມ ຕໍ່ ແຂວງ). ສິ່ງ​ດັ່ງ​ກ່າວນີ້ ກໍ່​ເພື່ອ​ເປັນ​ການຮັບ​ປະ​ກັນວ່າ ຈະ​ມີຈໍານວນ​ຄູ​ຝຶກທີ່​ມີ​ຄຸນວຸດ​ທິ​ສູງ​ພຽງພໍເພື່ອໃຫ້​ການ​ສະ​ໜັບ​ສະ​ໜູນ​ຄູປະຈໍາການໝົດ​ທຸກ​ຄົນ ໂດຍ​ການ​ຈັດ​ຝຶກ​ອົບ​ຮົມ ແລະ ກິດ​ຈະ​ກຳ​ການ​ພັດ​ທະ​ນາ​ວິ​ຊາ​ຊີບ​ຄູ​ໃຫ້​ທຸກໆ​ແຂວງໃນ​ທົ່ວ​ປະ​ເທດ.

ການ​ຄັດ​ເລື​ອກ​ເອົາ​ສະ​ມາ​ຊິກ​ທີມ​ຄູ​ຝຶກ ແມ່ນ​ເລີ່ມ​ຈາກ​ການ​ຈັດ​ກອງປະຊຸມເຜີຍແຜ່​​ຂໍ້​ມູນ​ກ່ຽວກັບການຄັດເລືອກຄູຝຶກຫຼັກແຫຼ່ງ ແລະ ຄູຝຶກປະຈໍາແຂວງໃຫ້ແກ່​ທຸກໆ​ກົມ​ໃນຂັ້ນສູນກາງ, ພະແນກສຶກສາທິການ ແລະ ກິລາແຂວງ,​ ວິທະຍາໄລຄູ ແລະ ຫ້ອງການສຶກສາທິການ ແລະ ກິລາເມືອງຢູ່ທົ່​ວ​ປະ​ເທດ ໃນ​ບໍ່​ດົນ​ມານີ້. ພະ​ນັ​ກ​ງານ​ກະ​ຊວງ​ສຶກ​ສາ ແລະ ກິ​ລາ ທີ່​ມີ​ຄຸນ​ວຸດ​ທິ​ທຸກຂັ້ນ (ຂັ້ນ​ສູນ​ກາງ, ຂັ້ນ​ແຂວງ, ລວມ​ທັງວິທະຍາໄລຄູ, ຂັ້ນເມືອງ, ແລະ ຂັ້ນໂຮງ​ຮຽນ) ມີ​ສິດ​ສະ​ໝັກເຂົ້າ​ເປັນ​ຄູ​ຝຶກ​ຫຼັກ​ແຫຼ່ງ ຫຼື ຄູ​ຝຶກ​ປະ​ຈຳ​ແຂວງ ຫຼື ສະໝັກເຂົ້າເປັນຄູຝຶກທັງ​ສອງທີມ ກ່ອນ​ວັນ​ທີ 12 ຕຸ​ລາ.

ພາ​ລະກິດ​ທຳ​ອິດສຳ​ລັບ​ທີມ​ຄູ​ຝຶກທີ່ໄດ້ຮັບການຄັດເລືອກມາ​ໃໝ່​ນິ້ີ້ ​ຈະແມ່ນ​ການ​ຝຶກອົບຮົມ​ຄູ​​ຂັ້ນ ປ. 1 ທຸກ​ໆຄົນ ກ່ຽວ​ກັບການນໍາໃຊ້ຫຼັກ​ສູດ​ຊັ້ນ​ປະ​ຖົມ​ສຶກສາສະບັບປັບປຸງໃໝ່.

ການຝຶກອົບຮົມນີ້ແມ່ນມີຈຸດປະສົງໃນການ​ໃຫ້​ຄວາມ​ຮູ້​ດ້ານ​ການສິດ​ສອນ​ຕົວ​ຈິງ, ທັກ​ສະ ແລະ ວິ​ທີ​ການສອນຕ່າງໆ​ ເພື່ອ​ເຮັດ​ໃຫ້​ການນໍາໃຊ້ຫຼັກ​ສູດ​ໃໝ່​ໄດ້​ຮັບ​ຄຸນ​ນະ​ພາບ ແລະ ມີປະສິດທິພາບທີ່ສຸດ.

ນີ້ເປັນ​ໂອ​ກາດພິ​ເສດທີ່ສຸດທີ່​ທ່ານຈະ​ເຮັດ​ໜ້າ​ທີ່ໃນ​ການ​ສະ​ໜັບ​ສະ​ໜູນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດຫຼັກ​ສູດຊັ້ນ​ປະ​ຖົມສຶກສາສະບັບ ປັບປຸງໃໝ່ໃຫ້​ປະ​ສົບ​ຜົນ​ສຳ​ເລັດ​ໃນທົ່ວ​ປະ​ເທດ, ແລະ ທ່ານກໍ ຈະໄດ້ເປັນ​ສ່ວນ​ໜຶ່ງ​ຂອງ​ທີມ​ທີ່​ຈະ​ສືບ​ຕໍ່​ການຝຶກ​ອົບ​ຮົມ ແລະ ການສະ​ໜັບ​ສະ​ໜູນ​ຄູປະຈໍາການຊັ້ນ​ປະ​ຖົມສຶກສາ​ທຸກໆ​ຄົນໃນ​ທົ່ວ​ປະ​ເທດ.