Menu

"ເມື່ອແມ່ຍິງພວກເຮົາໄດ້ຮັບການສຶກສາ ແນ່ນອນ ເຂົາເຈົ້າຈະມີຄວາມຮູ້, ມີຄວາມສາມາດໃນລະດັບຕ່າງໆຕາມທີ່ໄດ້ ສຶກສາມາ ແລະຈະເຮັດໃຫ້ເຂົາເຈົ້າສາມາດຮູ້ປົກປ້ອງ ຕົນເອງ, ສາມາດເຂົ້າເຖິງຂໍ້ມູນຂ່າວສານຕ່າງໆໄດ້ ແລະ ສາມາດພັດທະນາຕົນເອງ, ພັດທະນາຄອບຄົວ ແລະມີວຽກເຮັດງານທໍາ, ມີອາຊີບທີ່ໝັ້ນຄົງ, ມີລາຍຮັບ ແລະສາມາດແກ້ໄຂບັນຫາໄດ້ໃນອື່ນໆ"

ທ່ານ ນາງ ນວນສີ, ຫົວໜ້າຂະແໜງເດັກກ່ອນໄວຮຽນ ແລະ ປະຖົມສຶກສາ, ພະແນກສຶກສາທິການ ແລະ ກິລາ ແຂວງຊຽງຂວາງ


ກ່ອນໜ້າ ວັນແມ່ຍິງສາກົນ ຄືວັນທີ (8 ມິນາ), ແຜນງານບີຄວາ ໄດ້ຖືໂອກາດສໍາພາດກັບບັນດາແມ່ຍິງທີ່ເປັນການນໍາຢູ່ໃນ ສປປ ລາວ ເພື່ອເປັນການສະເຫຼີມສະຫຼອງການປະກອບສ່ວນຂອງບັນດາທ່ານໃນວັນດັ່ງກ່າວ. ບົດສໍາພາດເຫຼົ່ານັ້ນໄດ້ຖືກຖ່າຍທອດອອກອາກາດຜ່ານທາງວິທະຍຸກະຈາຍສຽງແຫ່ງຊາດລາວ. ກົດໃສ່ວິດີໂອດ້ານຂ້າງ ເພື່ອຟັງບົດສໍາພາດຂອງ ທ່ານນາງ ນວນສີ, ຫົວໜ້າຂະແໜງເດັກກ່ອນໄວຮຽນ ແລະ ປະຖົມສຶກສາ, ພະແນກສຶກສາທິການ ແລະ ກິລາແຂວງຊຽງຂວາງ.