Menu

ນັກຮຽນຄູ ຈຳນວນ 212 ຄົນ ຈາກຊຸມຊົນທີ່ຢູ່ເຂດຊົນນະບົດ ແລະ ເຂດຫ່າງໄກສອກຫຼີກ ທີ່ໄດ້ຮັບທຶນການສຶກສາ ໄດ້ສຳເລັດການສຶກສາຈາກ ວິທະຍາໄລຄູ ແລະ ຈະໄດ້ຖືກບັນຈຸ ຢູ່ຊຸມຊົນຂອງພວກເຂົາໃນໄວໆນີ້. ຄູໃໝ່ເຫຼົ່ານີ້ ມີຄວາມເຂົ້າໃຈທາງດ້ານພາສາ ແລະ ວັດທະນະທຳຂອງຊຸມຊົນຂອງພວກເຂົາເປັນຢ່າງດີ ເຊິ່ງຈະຊ່ວຍຂະຫຍາຍໂອກາດ ໃຫ້ເດັກນ້ອຍຫຼາຍຄົນ ໄດ້ຮຽນ ແລະ ສືບຕໍ່ຮຽນຢູ່ໂຮງຮຽນຫຼາຍຂື້ນ.

ETSP Final pic1

ETSP Final pic2

ໃນ​ລະ​ຫວ່າງວັນ​ທີ 9 ເຖິງ 13 ກໍ​ລະ​ກົດ, ນັກ​ຮຽນຄູຈາກ​ເຂດຊົນ​ນະ​ບົດ ແລະ ເຂດ​ຫ່າງ​ໄກ​ສອກຫຼີກ ຊຸດ​ທຳ​ອິດ ຈຳ​ນວນ 212 ຄົນ ທີ່​ໄດ້​ຮັບ​ທຶນ​ການ​ສຶກ​ສາ​ ຈາກກະ​ຊວງ​ສຶກ​ສາ​ທິ​ການ ແລະ ກິ​ລາ, ລັດ​ຖະ​ບານ​ອົດ​ສະ​ຕ​ຣາ​ລີ, ແລະ ສະ​ຫະ​ພາບ​ເອີ​ຣົບ ໄດ້​ສຳ​ເລັດ​ການ​ສຶກ​ສາ​ ຈາກວິ​ທະ​ຍາ​ໄລ​ຄູ 3 ແຫ່ງ ຢູ່ແຂວງຫຼວງນ້ຳ​ທາ, ແຂວງ​ສາ​ລະ​ວັນ, ແລະ ແຂວງ​ສະ​ຫວັນ​ນະ​ເຂດ. ສ່ວນນັກ​ຮຽນຄູ ​ທີ່​ໄດ້​ຮັບ​ທຶນ​ການ​ສຶກ​ສາ​ຊຸດ​ທີສອງ ຈຳ​ນວນ 149 ຄົນ ຈະ​ສຳເລັ​ດ​ການ​ສຶກ​ສາ​ໃນ​ປີ 2019. ນັກ​ຮຽນ​​ຄູຈຳ​ນວນທັງ​ໝົດ 361 ຄົນ​, ເປັນເພດຍິງ ຈຳນວນ 235 ຄົນ, ​ໄດ້​ຮັບ​ທຶນ​ການ​ສືກ​ສາ​ ເຊິ່ງ​ຄັດ​ເລືອກ​ໂດຍ​ກະ​ຊວງ​ສຶກ​ສາ​ທິ​ການ ແລະ ກິ​ລາ ຮ່ວມ​ກັບ​ອຳ​ນາດ​ການ​ສຶກ​ສາ​ຂັ້ນ​ທ້ອງ​ຖິ່ນ. ​ຄູແຕ່​ລະ​ຄົນ ຈະ​ຖືກ​ສົ່ງລົງ​ສອນ​ຢູ່​ບ້ານ​ເກີດ​ຂອງ​ຕົນ​ ຢູ່​ເຂດຊົນ​ນະ​ບົດ ແລະ ເຂດຫ່າງ​ໄກ​ສອກຫຼກ ເຊິ່ງ​ເປັນ​ບ່ອນ​ທີ່ພວກເຂົາມີ​ຄວາມ​ເຂົ້າ​ໃຈ ​ທາງ​ດ້ານ​ພາ​ສາ ແລະ ຄວາມ​ຮູ້ທາງ​ດ້ານ​ວັດ​ທະ​ນະ​ທຳຢ່າງເລິກເຊິ່ງ ຊຶ່ງຈະ​ເປັນ​ປະ​ໂຫຍດ​ໃຫ້​ແກ່​ໂຮງ​ຮຽນ​ປະ​ຖົມ​ທ້ອງ​ຖິ່ນ​ເປັນ​ຢ່າງ​ດີ.

ທີ່​ວິ​ທະ​ຍາ​ໄລ​ຄູ​ສະ​ຫວັນ​ນະ​ເຂດ, ພິ​ທີ​ສົ່ງ​ນັກ​ຮຽນ​ຄູ ທີ່​ໄດ້​ຮັບ​ທຶນ​ການ​ສຶກ​ສາ ໄດ້​ຈັດ​ຂື້ນ​ໃນ​ວັນ​ທີ 13 ກໍ​ລະ​ກົດ. ພິ​ທີ​ດັ່ງ​ກ່າວ ​​ ເປັນປະ​ທານໂດຍ ທ່ານ ເກດ ພັນ​ລັກ, ວ່າ​ການ ຫົວ​ໜ້າ​ກົມສ້າງ​ຄູ, ທ່ານ ນ ເຄທີ ສະມິດທ໌ ເລ​ຂາ​ເອກ​ຂອງ​ສະ​ຖານ​ທູດອົດ​ສະ​ຕ​ຣາ​ລີ ປະ​ຈຳ​ ສ​ປ​ປ ລາວ, ທ່ານ ສີ​ໄຮ ແກ້ວ​ໄຖ​ຖິ່ນ ​ຫົວ​ໜ້າ​ພະ​ແນກ​ສຶກ​ສາ​ທິ​ການ ແລະ ກິ​ລາ ແຂວງ​ຄຳ​ມ່ວນ, ທ່ານ ສີ​ອຸ​ດອນ ທອງ​ສຸ​ວັນ ຮອງຫົວ​ໜ້າ​ພະ​ແນກ​ສຶກ​ສາ​ທິ​ການ ແລະ ກິ​ລາ ແຂວງສະ​ຫວັນ​ນະ​ເຂດ, ແລະ ທ່ານ ລັດ​ສະ​ໝີ ພະ​ໄຊ​ສີ, ອຳ​ນວຍ​ການ​ວິ​ທະ​ຍາ​ໄລ​ຄູ​ສະ​ຫວັນ​ນະ​ເຂດ.

ໃນ​ພິ​ທີ​ຢ່າງ​ເປັນ​ທາງ​ການ​ນີ້, ທ່ານ ເກດ ພັນລັກ ໄດ້​ມີ​ຄຳ​ເຫັນ​ໂອ້​ລົມ ຕໍ່​ກັບ​ນັກ​ຮຽນ​ທີ່​ຈົບ​ໃໝ່​ວ່າ “ການ​ສຶກ​ສາ​ຈາກວິ​ທະ​ຍາ​ໄລ ເປັນ​ພຽງ​ຈຸດ​ເລີ່ມ​ຕົ້ນ​ເທົ່າ​ນັ້ນ. ຄູ​ຕ້ອງ​ສືບ​ຕໍ່ຮຽນ​ຮູ້ ແລະ ພັດ​ທະ​ນາ​ຕົນ​ເອງ ໃຫ້​ເປັນ​ແບບ​ຢ່າງ​ທາງ​ດ້ານ​ວິ​ຊາ​ການ ແລະ ການ​ດຳ​ລົງ​ຊີ​ວິດ, ແລະ ຈັດ​ຕັ້ງ​ການ​ຮຽນການ​ສອນ ຢ່າງ​ມີ​ຄຸນ​ນະ​ພາບ. ເປົ້າ​ໝາຍ​ສູງ​ສຸດ​ຂ​ອງ​ຄູປະ​ຖົມ​ສຶກ​ສາ ກໍ່ແມ່ນເຮັດ​ໃຫ້​ເດັກ​ນ້ອຍ​ສາມ​າດອ່ານ​ອອກ​ຂຽນ​ໄດ້ ແລະ ​ຄິດ​ໄລ່​ເປັນ.”

“ຄຳ​ເຫັນ​​ໂອ້​ລົມ​ທຸກ​ຄຳ​ ຂອງ​ ທ່ານ ເກດ ແມ່ນ​ມີ​ຄວາມ​ໝາຍ, ຄວາມ​ສຳ​ຄັນ, ແລະ ເປັນ​ບົດ​ຮຽນ​ທີ່​ດີ​ໃຫ້​ແກ່​ພວກ​ຂ້າ​ນ້ອຍ. ພວກຂ້າ​ນ້ອຍ ​ຈະ​ຂໍ​ຮັບ​ເອົາຄຳ​ໂອ​ວາດ​ຂອງ​ທ່ານ ໄປ​ເປັນ​ແນວ​ທາງ​ໃຫ້​ແກ່​ການ​ປະ​ຕິ​ບັດ ໂດຍ​ສະ​ເພາະ ການ​ຮຽນ-ການ​ສອນ ຢູ່​ໃນ​ທ້ອງ​ຖິ່ນ​ຂອງ​ພ​ວກ​ຂ້າ​ນ້ອຍ ໃຫ້​ມີ​ຄຸນ​ນະ​ພາບທີ່​ດີ​ຂື້ນ.”.

“ລັດ​ຖະ​ບານ​ອົດ​ສະ​ຕ​ຣາ​ລີ ມີ​ຄວາມ​ຍິນ​ດີຫຼາຍ ທີ່​ໄດ້​ຮ່ວມ​ງານ​ກັບ​ ກະ​ຊວງສຶກ​ສາ​ທິ​ການ ແລະ ກິ​ລາ ແລະ ສະ​ຫ​ະ​ພາບ​ເອີ​ຣົບ ໃນ​ການ​ໃຫ້​ການ​ທຶນ​ການ​ສຶກ​ສາ​ແກ່​ຄູ ທົ່ວ ສ​ປ​ປ ລາວ. ພວກ​ເຮົາ​ເຊື່ອ​ວ່າ ຄູ​ໃໝ່​ນີ້ ຈະ​ສ້າງ​ການ​ປ່ຽນ​ແປງ​ໃນ​ຊຸມ​ຊົນ​ຂອງ​ພວກ​ເຂົາ ແລະ ກາຍ​ເປັນ​ແບບ​ຢ່າງ​ທີ່​ດີທີ່​ແກ່​ຄົ​ນ​ຮຸ່ນ​ຕໍ່​ໄປ. ຄວາມ​ເຂົ້າ​ໃຈ​ດ້ານ​ພາ​ສາ ແລະ ວັດ​ທະ​ນະ​ທຳ​ໃນ​ຊຸມ​ຊົນ ຈະ​ເຮັດ​ໃຫ້​ເດັກ​ນ້ອຍ ເຂົ້າ​ຮຽນ ແລະ ສືບ​ຕໍ່ຮຽນ​​ໜັງ​ສືຫຼາຍ​ຂື້ນ.”ທ່ານ ນ ເຄທີ ສະມິດທ໌ ເລຂາເອກຂອງສະຖານທູດອົດສະຕຣາລີ ປະຈຳ ສປປ ລາວ ໄດ້ກ່າວ.

ເພື່ອ​ເປັນ​ການ​ສົ່ງ​ເສີມ​ອະ​ນາ​ຄົດ​ຄູ​ເຫຼົ່າ​ນີ້ ໃຫ້​ມີ​ຄວາມ​ພ້ອມ​ໃນ​ການ​ສິດ​ສອນ​ຢູ່​ຊຸມ​ຊົນ​ທ້ອງ​ຖິ່ນ​ຂອງ​ພວກ​ເຂົາເພີ່ມ​ຕື່ມ,  ໄດ້ມີການມອບ​ອຸ​ປະ​ກອນ​ການ​ສອນ ເຊັ່ນ​ ຊຸດ​ຄູ, ຄູ່​ມື​ຄູ, ຖົງ​ຜ້າ​ສຳ​ລັບ​ໃສ່​ປື້ມ, ແລະ ຄັນ​ຮົ່ມ ໃຫ້ແກ່ຄູໃນ​ພິ​ທີດັ່ງ​ກ່າວ.

ແຜນ​ງານ​ບີ​ຄວາ, ເປັນແຜນ​ງານ​ທີ່​ນຳ​ພາ​ໂດຍ​ ກະຊວງສຶກສາທິການ ແລະ ກິລາລາວ, ໂດຍ​ການ​ສະ​ໜັບ​ສະ​ໜູນ​ຈາກ​ລັດ​ຖະ​ບານ​ອົດ​ສະ​ຕ​ຣາ​ລີ, ແລະ ສ​ະ​ຫະ​ພາບ​ເອີ​ຣົບ, ເຊິ່ງມີ​ເປົ້າໝາຍ​ໃນ​ການ​ຂະ​ຫຍາຍ​ໂອ​ກາດ​ໃຫ້​ເດັກ​ຍິງ ແລະ ເດັກ​ຊາຍ, ໂດຍ​ສະ​ເພາະ​ຜູ້​ດ້ອຍ​ໂອ​ກາດ ໃຫ້​ໄດ້​ຮັບ​ການ​ສຶກ​ສາ​ທີ່​ມີ​ຄຸນ​ນະ​ພາບ, ສາ​ມາດ​ອ່ານ​ອອກ​ຂຽນ​ໄດ້, ຄິດ​ໄລ່​ໄດ້ ແລະ ມີ​ທັກ​ສະ​ຊີ​ວິດ.