Menu

ທ່ານຮູ້ບໍ່ວ່າ ການລ້າງມືດ້ວຍສະບູ ຈະຊ່ວຍຫຼຸດພະຍາດຖອກທ້ອງໄດ້ເຖິງ 47% ແລະ ພະຍາດຕິດຕໍ່ທາງລະບົບຫາຍໃຈ ໄດ້ເຖິງ 23%? ມື້ນີ້ແມ່ນວັນລ້າງມືສາກົນ ແລະ ພວກເຮົາຢາກເລົ່າເລື່ອງວຽກ ຂອງທີມງານນັກພັດທະນາຫຼັກສູດ ຂອງກະຊວງສຶກສາທິການ ແລະ ກິລາ ແລະ ຊ່ຽວຊານຂອງແຜນງານບີຄວາ ໃນການສົ່ງເສີມສຸຂະອະນາໄມ ແລະ ການລ້າງມືດ້ວຍສະບູ ຂອງເດັກນັກຮຽນປະຖົມ.

Hand-wshaing photo in Houn (2) BQ

Ms-Phetsamone RIES2

Sceince team4

“ການ​ລ້າງ​ມື​ ແມ່ນ​ສິ່ງ​ທີ່​ສຳ​ຄັນຫຼາຍ ​ເນື່ອງຈາກ​ວ່າ ​ແຕ່​ລະ​ວັນ​ພວກ​ເຮົາ​ໃຊ້​ມືຢູ່​ຕະຫຼອດ​ເວລາ ສໍາຜັດ​ກັບ​ສິ່ງ​ຂອງ, ຈັບບາຍ​ອາຫານ ຫຼື ໂດຍ​ສະ​ເພາະ​ແມ່ນ​ເດັກຈັບຫຼິ້ນສິ່ງ​ຂອງ​ຕ່າງໆ ​ ອີກ​ຢ່າງ​ໜຶ່ງ​ພວກ​ເຮົາ​ຍັງ​ນໍາໃຊ້​ມື​ໃນ​ປັ້ນກິນ​ເຂົ້າ​ໜຽວ ​ເຊິ່ງມີ​ໂອກາດ​ສ່ຽງ​ຕໍ່​ການ​ຕິດ​ເຊື້ອພະຍາດ​ໄດ້ ຖ້າຫາກ​ວ່າ​ມື​ບໍ່​ສະອາດ ຫຼື ​ມື​​ເປິ​ະເປື້ອນ.” ທ່ານ ນ. ເພັດ​ສະ​ໝອນ ສິີບຸນ​ເຮືອງ, ຮອງ​ຜູ້​ອຳ​ນວຍ​ການ​ສູນ​ພັດ​ທະ​ນາຫຼັກ​ສູດ, ສະ​ຖາ​ບັນ​ຄົ້ນ​ຄວ້າ​ວິ​ທະ​ຍາ​ສາດ​ການ​ສຶກ​ສາ (ສວ​ສ) ກ່າວ. ປະ​ຈຸ​ບັນ, ສວ​ສ ຊຶ່ງ​ປະ​ກອບ​ມີທີມ​ງານ​ພັດ​ທະ​ນາຫຼັກ​ສູດ ແລະ ການ​ສະ​ໜັບ​ສະ​ໜູນ​ຂອງຊ່ຽວ​ຊານແຜນ​ງານບີ​ຄວາ ກຳ​ລັງຮຽບ​ຮຽງປື້ມ​ແບບ​ຮຽນ ແລະ ຄູ່​ມື​ຄູ ຂັ້ນ ປ. 1 ເພື່ອ​ນຳ​ໃຊ້​ໃນ​ເດືອນ​ກັນ​ຍາ 2019​ ທີ່​ຈະ​ມາ​ເຖິງ.

“ຂ້າ​ພະ​ເຈົ້າ​ສຸມ​ໃສ່​ການ​ປັບ​ປຸງຫຼັກ​ສູດວິ​ຊ​າວິ​ທະ​ຍາ​ສາດ ແລະ ສິ່ງ​ແວດ​ລ້ອ​ມ ​ເຊິ່ງ​ໄດ້​ນໍາ​ເອົາ​ເນື້ອ​ໃນ​ຄວາມ​ຮູ້​ກ່ຽວ​ກັບ ການ​ລ້າງມື ​ເພື່​ອ​ໃຫ້​ຄູ​ສາມາດ​ແນະ​ນໍາ​ນັກຮຽນ​ໃຫ້​ໄດ້​ມີ​ຄວາມ​ຮູ້​ ​ແລະ ພຶດຕິ​ກໍາ ​ການ​ລ້າງ​ມືທີ່​ຖືກຕ້ອງ ແລະ ການ​ປະຕິ​ບັດ​ຕົວ​ຈິງ​ເປັນ​ປະ​ຈໍາ; ເດັກ​ນ້ອຍ​ມີ​ຄວາມ​ສ່ຽງ​ສູງ​ທີ່​ຈະ​ຕິດ​ພະ​ຍາດ​ຈາກມືທີ່​ເປິະ​ເປື້ອນ ຍ້ອນ​ວ່າມືຂອງພວ​ກ​ເຂົາ​ສຳ​ຜັດ​ກັບ​ຂີ້​ຝຸ່ນ, ສັດ​ລ້ຽງ. ໃນຫຼັກ​ສູດໃໝ່, ເດັກ​ນ້ອ​ຍ​ຈະ​ໄດ້ຮຽນ​ຮູ້ວ່າ ເປັນ​ຫຍັງ​ພວກ​ເຂົາຈຶ່ງ​ຈໍາ​ເປັນ​ຕ້ອງ​ລ້າງ​ມື, ​ຕ້ອງລ້າງ​ມືເວ​ລາ​ກ່ອນ​ກິນອາຫານ, ຫຼັງ​ໃຊ້​ຫ້ອງ​ນ້ຳ ແລະ ຫຼັງ​ຈາກ​ສຳ​ຜັດ​ກັບ​ສິ່ງ​ເປິ​ະເປື້ອ​ນ ຫຼື​ ຂີ້​ດິນ. ສຳ​ຄັນ​ທີ່​ສຸດ​ແມ່ນ​ພວກ​ເຂົາ​ນໍາ​ໃຊ້​ຄວາມ​ຮູ້ທີ່​ຮຽນ​ມາໝູນ​ໃຊ້​ເຂົ້າ​ໃນ​​ການ​ປະຕິບັດ​ກິດຈະ​ກໍາ​ຕົວ​ຈິງ ​ໂດຍຄູ​ຈະ​ເປັນ​ຜູ້ສາ​​ທິດ​ວິ​​ທີການ​ລ້າງ​ມື 7 ຂັ້ນ​ຕອນ ​ແລ້ວ​ນໍາພາ​ນັກຮຽນ​ປະຕິບັດ ​ສົ່ງ​ເສີມ​ໃຫ້​ເດັກ​ສະ​ແດງ​  ວິ​ທີ​ການ​ລ້າງ​ມື​ທີ່​ຖືກ​ຕ້ອງ​ ແລະ ຊ່ວຍ​ເຜີຍ​ແຜ່ພຶດ​ຕິ​ກຳ​ໃນການຮັກ​ສາ​ຄວາມ​ສະ​ອາດໃຫ້​ແກ່​ຄົນ​ໃນ​ຄອບ​ຄົວອີກ​ດ້ວຍ”  ​ ທ່ານ ນ. ເພັດ​ສະ​ໝອນ ໄດ້​ໃຫ້​ຄໍາ​ເຫັນ​ເພີ່ມ​ເຕີມ.

ທ່ານ ນ ອາ​ລັນ​ຍາ​ພອນ ວຽງ​ມີ​ໄຊ ແມ່ນ ຜູ້​ຝຶກ​ອົບ​ຮົມ​ວຽກ​ສະ​ໜອງ​ນ້ຳ, ສຸ​ຂາ​ພິ​ບານ ແລະ ສຸ​ຂະ​ອະ​ນາ​ໄມ ຂອງ​ແຜນ​ງານ​ບີ​ຄວາ ທີ່​ເຮັດ​ວຽກ​ຮ່ວ​ມ​ກັບ​ນັກ​ພັດ​ທະ​ນາ​ຫຼັກ​ສູດ ກ່າວ​ວ່າ “ການ​ລ້າງ​ມື​ດ້ວຍ​ສະ​ບູ​​ຈະ​ສົ່ງ​ຜົນ​ດີ ບໍ່​​ສະ​ເພາະ​​ແຕ່​ດ້ານ​ສຸ​ຂະ​ພາບ​ຂອງເດັກ​ເທົ່າ​ນັ້ນ ແຕ່​ຍັງ​ສົ່ງ​ຜົນ​ໃຫ້ເດັກ​ມາ​ໂຮງ​ຮຽນ​ຢ່າງເປັນ​ປົກ​ກະ​ຕິ ແລະ ມີ​ຜົນ​ການ​ຮຽນທີ່​ດີ​ຂື້ນ. ການ​ລ້າງ​ມື​ດ້ວຍ​ສະ​ບູ​ຢ່າງ​ເປັນ​ປົກ​ກະ​ຕິ​ຈະ​ຊ່ວຍ​ຂ້າເຊື້ອ​ແບັດ​ທີ​ເລ໌ຍ​, ຫຼຸດ​ຜ່ອນການ​ຕິດ​ເຊື້ອ​ພະ​ຍາດ​ຖອກ​ທ້ອງ ແລະ ແມ່​ທ້ອງ​ໄດ້. ພວກ​ເຮົາ​ຈຶ່ງ​ຄວນ​ເລິ່ມ​ສອນ​ພຶດ​ຕິ​ກຳ​ການ​ຮັກ​ສາ​ຄວາມ​ສະ​ອາດ​ໃຫ້​ເດັກ​ຕັ້ງ​ແຕ່​ຍັງ​ນ້ອຍ. ສະ​ນັ້ນ, ພວກ​ເຮົາ​ຈຶ່ງ​ເພິ່ມ​ຄວາມ​ຮູ້ກ່ຽວ​ກັບ​ນ້ຳ, ສຸຂາພິບານ ແລະ ສຸຂະອະນາໄມ ໃນ​ປຶ້ມ​ແບບ​ຮຽນ​ຊັ້ນ​ປະ​ຖົມ ໂດຍ​ເລິ່ມ​ຈາກ ຂັ້ນ ປ. 1 ເພື່ອ​ເຮັດ​ໃຫ້​ເດັກ​​ມີ​ສຸ​ຂະ​ພາບທີ່​ດີ​, ​ແຂງ​ແຮງ​ ແລະ ​ຮ່ຳຮຽນ​ໄດ້​ດີ​ຂຶ້ນ.”