ເຊັ່ນດຽວກັນກັບ ນຸງກູເລົາ, ຈືລີ ແລະ ປໍຈູ, ຍັງມີເດັກນ້ອຍຫຼາຍຄົນທີ່ບໍ່ໄດ້ເຂົ້າໂຮງຮຽນ; ພວກເຂົາບໍ່ສາມາດອ່ານ ຫຼື ຂຽນໄດ້, ແລະ ບໍ່ສາມາດພັດທະນາທັກສະຊີວິດທີ່ຈຳເປັນໃນການເຂົ້າສັງຄົມກັບໝູ່ເພື່ອນທີ່ອາຍຸເທົ່າກັນໄດ້. ພວກເຂົາບໍ່ໄດ້ຮັບການກຽມພ້ອມເພື່ອອະນາຄົດທີ່ດີຂຶ້ນສຳລັບພວກເຂົາ ແລະ ຄອບຄົວຂອງພວກເຂົາ.
ກຸ່ມຄູ່ຮ່ວມພັດທະນາຂອງແຜນງານບີຄວາທີ່ເປັນອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ, ພາຍໃຕ້ການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ແລະ ສະຫະພາບເອີຣົບ ເຮັດວຽກຮ່ວມກັບລັດຖະບານລາວ ແລະ ຊຸມຊົນ ໂດຍການໃຫ້ກອງທຶນຊ່ວຍເຫຼືອຂະໜາດນ້ອຍຈຳນວນ 4,000,000 ກີບ ໃຫ້ແກ່ບ້ານຫ່າງໄກສອກຫຼີກ ຈໍານວນ 171 ບ້ານ ເພື່ອຊ່ວຍໃຫ້ເດັກນ້ອຍໄດ້ເຂົ້າໂຮງຮຽນ ແລະ ຮຽນໄດ້ຫຼາຍຂຶ້ນ.
ກອງທຶນຊ່ວຍເຫຼືອແມ່ນເພື່ອນຳໃຊ້ເຂົ້າໃນກິດຈະກຳທີ່ຈະຊ່ວຍເດັກທີ່ດ້ອຍໂອກາດໃຫ້ໄດ້ເຂົ້າຮຽນ ແລະ ມີສ່ວນຮ່ວມໃນການຮຽນ ແລະ ໄດ້ຮຽນຈົນຈົບ. ກິດຈະກຳຕ່າງໆຂອງໂຄງການນີ້ ແມ່ນນຳພາ ແລະ ຈັດຕັ້ງປະຕິບັດໂດຍຄະນະພັດທະນາການສຶກສາຂັ້ນບ້ານ.
ເດັກຍິງ ແລະ ເດັກຊາຍໝົດທຸກຄົນ ມີສິດໄດ້ຮັບການສຶກສາທີ່ມີຄຸນນະພາບ ເພື່ອເຮັດໃຫ້ພວກເຂົາມີໂອກາດໃນຊີວິດຫຼາຍຂຶ້ນ. ແຜນງານບີຄວາ ໂດຍການຮ່ວມມືກັບກະຊວງສຶກສາທິການ ແລະ ກິລາ ມີເປົ້າໝາຍທີ່ຈະຊ່ວຍໃຫ້ເດັກນ້ອຍປະມານ 450,000 ຄົນ ໄດ້ເຂົ້າຮຽນ ແລະ ໄດ້ຮັບການສຶກສາທີ່ມີຄຸນນະພາບທີ່ດີຂຶ້ນໃນລະຫວ່າງປີ 2015 ແລະ 2019.