ໃນບາງບ່ອນ ກໍ່ມີກິດຈະກຳທີ່ເນັ້້ນຄວາມສຳຄັນກ່ຽວກັບສິດທິຂອງເດັກນ້ອຍ ທາງດ້ານການສຶກສາ, ດ້ານການມີສ່ວນຮ່ວມ, ດ້ານການພັດທະນາ ແລະ ດ້ານອື່ນໆ.
ສຳລັບເດັກນ້ອຍຫຼາຍໆຄົນ, ວັນເດັກ ແມ່ນວັນທີ່ພວກເຂົາ ມີຄວາມສຸກຫຼາຍ ເພາະວ່າພວກເຂົາ ຈະໄດ້ຢູ່ ແລະ ເຮັດກິດຈະກຳຕ່າງໆ ຮ່ວມກັບຄອບຄົວຂອງຕົນ, ເຂົ້າຮ່ວມກິດຈະກຳທີ່ໂຮງຮຽນ ຫຼື ຊຸມຊົນ ຈັດຂຶ້ນ. ວັນເດັກຍັງເປັນວັນທີ່ສະທ້ອນໃຫ້ພວກເຮົາເຫັນເຖິງຄວາມ ສຳຄັນຂອງເດັກທີ່ມີຕໍ່ສັງຄົມ ແລະ ຕໍ່ອານາຄົດພາຍພາກຫນ້າ ແລະ ເຮັດແນວໃດພວກເຮົາຈະຊ່ວຍໃຫ້ເດັກສາມາດພັດທະນາ ຄວາມສາມາດທີ່ບົ່ມຊ້ອນຂອງພວກເຂົາໄດ້ຢ່າງເຕັມສ່ວນ.
ຕົວຢ່າງກໍລະນີຂອງນ້ອງ ຊີຄ້າງ ອາຍຸ 16 ປີ, ປັດຈຸບັນອາໄສຢູ່ເມືອງໂພນສະຫັວນ, ແຂວງຊຽງຂວາງ. ຊີຄ້າງມີບັນຫາຫຍຸ້ງຍາກທາງຄອບຄົວຫຼັງຈາກທີ່ພໍ່ຂອງລາວ ເສຍຊີວິດ ແລະ ຕ້ອງອາໄສການຊ່ວຍເຫຼືອຈາກອ້າຍເອື້ອຍນ້ອງ. ປີກາຍນີ້ ນາງໄດ້ເຂົ້າເປັນຄູຝຶກສອນຂອງສະຫະພັນຣັກບີ້ສະຫນັບ ສະຫນຸນໂດຍອົງການຊາຍຟັນລາວຜ່ານຫຼັກສູດພາດຊິດແບັກ, ເຊິ່ງເປັນຫຼັກສູດທີ່ເຊື່ອມສານທັກສະຊີວີດກັບການຮຽນກິລາ ຣັກບີ້ໃຫ້ກັບ ເດັກ ແລະ ໄວຫມຸ່ມທີ່ມາຈາກຊຸມຊົນທຸກຍາກ. ຜ່ານການຊ່ວຍເຫຼືອຈາກໂຄງການພາດຊິດແບັກເຊິ່ງເປັນ ໂຄງການກ່ຽວກັບ ກິລາຣັກບີ້ບວກກັບຄວາມມານະອົດທົນຂອງ ຊີຄ້າງ, ໄດ້ຊ່ວຍໃຫ້ຊີຄ້າງຄົ້້ນພົບຕົນເອງວ່າມີທັກສະຫຼາຍຢ່າງ ບໍ່ວ່າຈະເປັນທັກສະໃນການຝຶກ, ທັກສະໃນການສື່ສານ ແລະ ທັກສະການເປັນຜູ້ນຳ.
“ຂ້ອຍມາຈາກຊຸມຊົນນ້ອຍໆແຫ່ງໜຶ່ງແຕ່ວ່າຂ້ອຍມີຄວາມຝັນ ອັນຍິ່ງໃຫ່ຍ, ຂ້ອຍຕ້ອງໄດ້ ເຮັດວຽກຢ່າງໜັກ ເພື່ອໃຫ້ໄປເຖິງເປົ້າໝາຍທີ່ຂ້ອຍຄາດຫວັງໄວ້, ຂ້ອຍພູມໃຈຫຼາຍທີ່ເຖິງແມ່ນວ່າຂ້ອຍອາຍຸຍັງນ້ອຍແຕ່ຂ້ອຍກໍ່ ສາມາດນຳພາເດັກນ້ອຍຢູ່ໃນຊຸມຊົນ ຫຼີ້ນກິລາຣັກບີ້ ແລະ ຮຽນ ທັກສະຊີວິດ, ກ່ອນໜ້າທີ່ຂ້ອຍຍັງບໍ່ທັນໄດ້ເຂົ້າມາເປັນສ່ວນໜຶ່ງຂອງຫຼັກສູດ ພາດຊິດແບັກ ຂ້ອຍເປັນຄົນຂີ້ອາຍຫຼາຍ, ບໍ່ກ້າເວົ້າທັກທາຍກັບຄົນອື່ນ ທີ່ເຂົ້າມາຢ້ຽມຢາມເຮືອນຂ້ອຍ ຫຼື ໃນເວລາທີ່ໄດ້ພົບກັບຄົນຕ່າງປະເທດ ຂ້ອຍກໍ່ບໍ່ກ້າເວົ້າກັບເຂົາເຈົ້າ, ແຕ່ວ່າປັດຈຸບັນນີ້ ຂ້ອຍມີຄວາມໝັ້ນໃຈ ທີ່ຈະເວົ້າກັບຜູ້ໃຫຍ່ ແລະ ກ້າທີ່ຈະສື່ສານກັບຄົນຕ່າງປະເທດ”.
ເລື່ອງລາວຂອງ ຊີຄ້າງ ໄດ້ພິສູດໃຫ້ເຫັນແລ້ວວ່າ ຍັງມີເດັກນ້ອຍ ແລະ ໄວຫນຸ່ມອີກຫຼາຍຄົນທີ່ສາມາດປະກອບສ່ວນຊ່ວຍເຫຼືອຊຸມຊົນ ຂອງເຂົາເຈົ້າໄດ້ຖ້າໄດ້ຮັບໂອກາດພັດທະນາທ່າແຮງຂອງພວກເຂົາ.
ວັນເດັກປີນີ້, ພວກເຮົາ ຢາກຍົກໃຫ້ເຫັນ ບົດບາດຄວາມສຳຄັນຂອງຄອບຄົວ, ໂຮງຮຽນ, ອົງການຊ່ວຍເຫຼືອສັງຄົມ ແລະ ລັດຖະບານ ໃນການໃຫ້ ໂອກາດ ແລະ ຊ່ວຍເຫຼືອເດັກນ້ອຍ ຄືກັບ ນ້ອງ ຊີຄ້າງ. ພວກເຮົາທຸກຄົນຕ່າງກໍ່ມີບົດບາດໃນການສະຫນັບສະຫນຸນ ໃຫ້ເດັກເຂົ້້າຮ່ວມກິດຈະກຳທີ່ເປັນປະໂຫຍດ ແລະ ມີຄວາມໝາຍໃນໂຮງຮຽນ ແລະ ຊຸມຊົນ,
Pass It Back (ພາດຊິດແບັກ) ແມ່ນຫຼັກສູດກິລາໃຫມ່ເພື່ອການພັດທະນາ ນຳພາຈັດຕັ້ງປະຕິບັດໂດຍອົງການຊາຍຟັນລາວຮ່ວມກັບ ກິລາຣັກບີ້ສາກົນ, ຣັກບີ້ອາຊີ ແລະ Women Win ໃນການພັດທະນາທັກສະຊີວິດ ປະສົມປະສານເຂົ້າກັບ ການຮຽນຫຼິ້ນກິລາຣັກບີ້ໃຫ້ແກ່ເດັກນ້ອຍ ແລະ ໄວໜຸ່ມໃນຊຸມຊົນທຸກຍາກ ຢູ່ໃນປະເທດແຖບອາຊີ. ສຳລັບຢູ່ລາວແມ່ນຈັດຕັ້ງປະຕິບັດໂດຍສະຫະພັນ ຮັກບີ້ລາວເຊິ່ງໄດ້ຮັບການສະຫນັບສະຫນຸນທຶນ ຈາກລັດຖະບານອົດສະຕຣາລີ.