ໃນຂະນະດຽວກັນ ຄວາມຫຼາກຫຼາຍດັ່ງກ່າວນີ້ ກໍ່ເປັນສິ່ງ ທ້າທາຍສໍາລັບຄູອາຈານຊັ້ນປະຖົມຢູ່ພາຍໃນແຂວງເຊັ່ນດຽວກັນ. ເດັກນັກຮຽນຊົນເຜົ່າທີ່ເລີ່ມເຂົ້າໂຮງຮຽນແມ່ນ ບໍ່ສາມາດເວົ້າ ພາສາລາວໄດ້. ສະນັ້ນ, ເດັກນ້ອຍເຫຼົ່ານີ້ຈະມີບັນຫາໃນການ ຮຽນຮູ້ ເນື່ອງຈາກວ່າ ການສິດສອນຢູ່ໃນໂຮງຮຽນ, ໃນປຶ້ມແບບ ຮຽນ ແລະ ອຸປະກອນການຮຽນ-ການສອນຕ່າງໆ ແມ່ນໃຊ້ ພາສາລາວເປັນຫຼັກ.
ໃນເດືອນສິງຫາ ປີ 2016, ພະແນກສຶກສາທິການ ແລະ ກິລາ ແຂວງຊຽງຂວາງ ໄດ້ຮັບທຶນຈາກກອງທຶນເພື່ອການຄົ້ນຄວ້າ ສິ່ງໃໝ່ດ້ານການສຶກສາຂອງແຜນງານບີຄວາ ຫຼື ກອງທຶນ BEIF. ກອງທຶນ BEIF ເປັນກອງທຶນທີ່ສົ່ງເສີມແນວຄວາມຄິດ ແບບໃໝ່ ແລະ ວິທີການ ເຮັດວຽກແບບໃໝ່ ສໍາລັບການສຶກສາ ຂັ້ນພື້ນຖານ. ເນື່ອງຈາກວ່າ ເດັກນ້ອຍເຄິ່ງໜຶ່ງພາຍໃນແຂວງ ເລີ່ມເຂົ້າຮຽນຊັ້ນປະຖົມ ໂດຍບໍ່ສາມາດເວົ້າພາສາລາວໄດ້, ທ່ານນາງ ນວນສີ ພ້ອມກັບທີມງານຂອງພະແນກ ສຶກສາທິການ ແລະ ກິລາແຂວງ ຈຶ່ງໄດ້ຄົ້ນຄວ້າ ແລະ ສ້າງວິທີການແບບໃໝ່ ເພື່ອປັບປຸງວິທີການສິດສອນພາສາລາວ.
ກ່ອນໜ້າທີ່ ທ່ານນາງ ນວນສີ ຈະໄດ້ມາເປັນ ຫົວໜ້າ ຂະແໜງເດັກກ່ອນໄວຮຽນ ແລະ ປະຖົມສຶກສາ ຢູ່ທີ່ພະແນກ ສຶກສາທິການ ແລະ ກິລາແຂວງຊຽງຂວາງນີ້ ທ່ານເຄີຍເປັນ ສຶກສານິເທດມາກ່ອນ ແລະ ເຄີຍໄດ້ສັງເກດເຫັນວ່າ ຄູສອນ ຈຳນວນບໍ່ໜ້ອຍຍັງບໍ່ທັນເຂົ້າ ໃຈເລິກເຊິ່ງ ກ່ຽວກັບ ລະບົບ ໂຄງສ້າງພາສາລາວ ໂດຍສະເພາະແມ່ນຫຼັກໄວຍະກອນ, ການອອກສຽງ ແລະ ການໃຊ້ວັນນະຍຸດທີ່ແຕກຕ່າງກັນ.
ດັ່ງນັ້ນ, ທ່ານຈຶ່ງໄດ້ຕັດສິນໃຈ ສ້າງທີມງານສະເພາະ ກ່ຽວກັບ ວິຊາ ພາສາລາວຂຶ້ນມາ ເພື່ອຍົກລະດັບຄວາມສາມາດຂອງ ຄູສອນວິຊາພາສາລາວ ໃນທຸກຂັ້ນຮຽນຂອງຊັ້ນປະຖົມສຶກສາ ເຊິ່ງປະກອບດ້ວຍຄູສຶກສານິເທດສີ່ທ່ານ ທີ່ມີປະສົບການສູງ ພາຍໃນພະແນກສຶກສາທິການ ແລະ ກິລາແຂວງ.
ທີມງານໄດ້ແລກປ່ຽນຄວາມຮູ້ ແລະ ປະສົບການ ກ່ຽວກັບ ການສອນນັກຮຽນຊົນເຜົ່າ, ການສັງເກດການໃນຫ້ອງຮຽນ ແລະ ແນວຄວາມຄິດ ເພື່ອປັບປຸງການຮຽນຂອງນັກຮຽນ ຊົນເຜົ່າ. ໂດຍການເຮັດວຽກຮ່ວມກັນ, ທີມງານໄດ້ຮວບຮວມວິທີ ການສອນທີ່ດີທີ່ສຸດທີ່ ໄດ້ຈາກປະສົບການ ການສອນຕົວຈິງ ແລະ ໄດ້ສ້າງເຄື່ອງມື ແລະ ອຸປະກອນການສອນ ແລະ ຄູ່ມື ແນະນໍາ ໃຫ້ແກ່ຄູສອນປະຖົມຂັ້ນ ປ.1 ແລະ ປ.2 ແລະ ຄູ່ມືສໍາລັບຂັ້ນ ປ.3, 4 ແລະ 5 ອີກດ້ວຍ.
ທ່ານນາງ ນວນສີ ໄດ້ກ່າວວ່າ “ຄູສອນສາມາດສອນພາສາ ລາວໃຫ້ນັກຮຽນຊົນເຜົ່າໄດ້ດີຂຶ້ນ ເມື່ອເຂົາເຈົ້າເຂົ້າໃຈ ກ່ຽວກັບ ລັກສະນະ ສະເພາະຂອງພາສາແມ່ຂອງນັກຮຽນ ແຕ່ລະຊົນເຜົ່າ ແລະ ປຶ້ມຄູ່ມືດັ່ງກ່າວ ໄດ້ກໍານົດວິທີການສອນຢ່າງລະອຽດ ໃຫ້ແກ່ຄູສອນ ເຊັ່ນ ວິທີສອນການອອກສຽງຕົວສະກົດທ້າຍ ໃຫ້ແກ່ນັກຮຽນທີ່ເປັນຄົນມົ້ງ ແລະ ຄວາມແຕກຕ່າງຂອງການ ອອກສຽງສຳລັບວັນນະຍຸດຕ່າງໆໃຫ້ແກ່ນັກຮຽນ ທີ່ເປັນຄົນ ກຶມມຸ”. “ນອກຈາກນັ້ນ, ໂຄງການໃໝ່ນີ້ ຍັງສົ່ງເສີມໃຫ້ຄູສອນ ໃຊ້ການ ເລົ່າເລື່ອງຂອງທ້ອງຖິ່ນ ແລະ ສິ່ງແວດລ້ອມ ໃນທ້ອງຖິ່ນ ເຂົ້າໃນການຮຽນ-ການສອນຄໍາສັບທີ່ສໍາຄັນ ແລະ ຮູບແບບຂອງສຽງ. ພວກເຮົາຫວັງວ່າ ວິທີການນີ້ ຈະຊ່ວຍໃຫ້ ການສອນ ມີຄວາມສອດຄ່ອງກັບວັດທະນະທໍາໃນທ້ອງຖິ່ນ ຫຼາຍຂຶ້ນ ແລະ ສົ່ງເສີມການມີສ່ວນຮ່ວມຂອງເດັກນ້ອຍໃນ ຫ້ອງຮຽນຫຼາຍຂຶ້ນ. ສິ່ງທີ່ສໍາຄັນທີ່ສຸດ ກໍຄືທາງທີມງານ ຫວັງຢ່າງຍິ່ງວ່າ ໂຄງການນີ້ຈະຊ່ວຍໃຫ້ ນັກຮຽນຊົນເຜົ່າ ສາມາດຮຽນພາສາລາວໄດ້ດີຂຶ້ນ.”
ໃນໂຄງການທົດລອງ ໄດ້ມີການຝຶກອົບຮົມເປັນເວລາ 5 ວັນ ໃຫ້ແກ່ຄູສອນຊັ້ນປະຖົມ ແຕ່ ປ.1 – ປ.5 ຈໍານວນ 91 ທ່ານ ໃນ 12 ໂຮງຮຽນພາຍໃນແຂວງ. ຫຼັງຈາກນັ້ນ, ທາງທີມງານ ກໍ່ໄດ້ມີການລົງຕິດຕາມຢ່າງເປັນປົກກະຕິ ເພື່ອຊຸກຍູ້ບັນດາ ຄູສອນໃນຫ້ອງຮຽນ ໂດຍໄດ້ໃຫ້ຄໍາແນະນໍາ, ເປັນທີ່ປຶກສາ ແລະ ໃຫ້ຄວາມຊ່ວຍເຫຼືອ ໃນດ້ານວິຊາການແກ່ຄູສອນ.
ບັນດາຄູສອນມີຄວາມດີໃຈທີ່ໄດ້ຮຽນຮູ້ທັກສະໃໝ່ໆ. ທ່ານນາງ ວຽງແກ້ວ, ຄູສອນ ຈາກໂຮງຮຽນປະຖົມສີພົມໄດ້ເວົ້າວ່າ “ຂ້າພະເຈົ້າຍັງບໍ່ເຄີຍໄດ້ຮຽນ ກ່ຽວກັບ ວິທີການສອນໂຄງສ້າງ ວິຊາພາສາລາວມາກ່ອນ, ແຕ່ປັດຈຸບັນນີ້ ຂ້າພະເຈົ້າສາມາດ ອະທິບາຍວິທີການຂຽນປະໂຫຍກ ແລະ ການຈໍາແນກພາກ ສ່ວນຕ່າງໆຂອງປະໂຫຍກ ໃຫ້ແກ່ນັກຮຽນໄດ້ຢ່າງຊັດເຈນ ເຊິ່ງຊ່ວຍໃຫ້ ນັກຮຽນສາມາດເຂົ້າໃຈ ບົດເລື່ອງທີ່ອ່ານ”, ແລະ ທ່ານ ສຸກສະຫວັນ, ຄູ ແລະ ຮອງຜູ້ອຳນວຍການ ໂຮງຮຽນໜອງນ້ຳ ຍັງໄດ້ກ່າວອີກວ່າ “ນັກຮຽນໃນຫ້ອງຂ້າພະ ເຈົ້າຖາມ ຄໍາຖາມຫຼາຍຂຶ້ນ”.
ຈາກການລົງຕິດຕາມໂຄງການຕົວຈິງ ເຖິງແມ່ນວ່າ ໂຄງການ ຈະຖືກດຳເນີນມາພຽງ ແຕ່ 7 ເດືອນເທົ່ານັ້ນ ເຫັນວ່ານັກຮຽນ ມີຄວາມກະຕືລືລົ້ນໃນການຮຽນດີຂຶ້ນ. ບັນດາ ກິດຈະກໍາ ແລະ ວິທີການສອນຂອງຄູຢູ່ໃນຫ້ອງຮຽນໄດ້ມີການປ່ຽນແປງ, ຄູສອນ ໄດ້ນໍາໃຊ້ອຸປະກອນການຮຽນ-ການສອນ ທີ່ນັກຮຽນຄຸ້ນເຄີຍ ໂດຍການນຳໃຊ້ສິ່ງທີ່ສາມາດຫາໄດ້ຈາກປ່າໄມ້ ແລະ ສະພາບ ແວດລ້ອມຢູ່ໃນທ້ອງຖິ່ນ. ການທີ່ໃຫ້ນັກຮຽນແຕ່ລະຄົນ ໃຊ້ກະ ດານດໍານ້ອຍນັ້ນ ໄດ້ເຮັດໃຫ້ຄູສາມາດຊ່ວຍເຫຼືອນັກຮຽນ ໄດ້ຢ່າງທົ່ວເຖິງ ແລະ ສາມາດປະເມີນຄວາມກ້າວໜ້າ ຂອງນັກຮຽນແຕ່ລະຄົນໄດ້ ຕາມຄວາມເປັນຈິງ ແລະ ໃນປັດ ຈຸບັນ ບັນຍາກາດການຮຽນ-ການສອນຢູ່ພາຍໃນຫ້ອງຮຽນ ແມ່ນເຕັມໄປດ້ວຍບັນຍາກາດທີ່ຟົດຟື້ນ ແລະ ມ່ວນຊື່ນ.