Menu

ມາຮູ້ຈັກ ທ່ານ ສຸລິຍາ ພູມິວົງ, ນັກສິນລະປິນ ທີ່ສ້າງແຮງບັນດານໃຈ ແລະ ເປັນຜູ້ຜະລິດລາຍການກ່ຽວກັບ ຄວາມຮູ້ສູ່ຄວາມບັນເທີງ ໃຫ້ແກ່ເດັກນ້ອຍໃນ ສປປ ລາວ. ລາວຈະມາແລກປ່ຽນຄວາມມັກຮັກຂອງລາວ ແລະ ເວົ້າເລື່ອງໂຄງການໃໝ່ທີ່ຊື່ວ່າ ຮຽນຮູ້ຮ່ວມກັນ ຊຶ່ງເປັນລາຍການທີ່ຖືກພັດທະນາຂຶ້ນມາເພື່ອສະໜັບສະໜູນຫຼັກສູດຂັ້ນ ປ. 1 ສະບັບປັບປຸງໃໝ່.

Souliya int2

ສໍາພາດ ທ່ານ ສຸລິຍາ ພູມີວົງ ເຈົ້າຂອງຜົນງານ ສ້າງກະຕູນ ດິນຫນຽວ "ບ້ານຂອງຂ້ອຍ"

Posted by Lao Youth Radio FM 90.0 Mhz on Thursday, 24 January 2019

ທ່ານ ສຸ​ລິ​ຍາ ພູ​ມິ​ວົງ ເປັນ​ຄູ​ສອນ​ຢູ່​ສະ​ຖາ​ບັນ​ວິ​ຈິດ​ສິນແຫ່ງ​ຊາດ ແລະ ເປັນ​ຜູ້ກໍ່​ຕັ້ງ​ບໍ​ລິ​ສັດ ເຄຼ ຮາວ ສະ​ຕູ​ດິ​ໂອ. ລາວ​ເປັນ​ນັກ​ສິນ​ລະ​ປິນເບື້ອງຫຼັງ​ລາຍ​ການ ກ່ຽວກັບ ຄວາມຮູ້ສູ່ຄວາມບັນເທີງ ທີ່​ມີ​ຊື່​ວ່າ ບ້ານ​ຂອງ​ຂ້ອຍ ໃຫ້​ແກ່​ເດັກ​ນ້ອຍ​ລາວ.

ໃນ​ບົດ​ສຳ​ພາດ​ໜຶ່ງ​ຊົ່ວ​ໂມງ ໃນ​ລາຍ​ການ​ວິ​ທະ​ຍຸ​ໄວ​ໜຸ່ມລາວນີ້, ທ່ານ ສຸ​ລິ​ຍາ​ ຈະ​ໄດ້​ເວົ້າ​ກ່ຽວ​ກັບ​ຄວາມ​ເປັນ​ມາ, ແຮງ​ຈູງ​ໃຈ​ທາງ​ດ້ານ​ສິນ​ລະ​ປະ​ຂອງ​ລາວແລະ ໂຄງ​ການໃໝ່ທີ່​ກຳ​ລັງ​ຈະ​ມາ​ເຖິງ ຊື່​ວ່າ​ລາຍ​ການ ຮຽນ​ຮູ້​ຮ່ວມ​ກັນ ຊຶ່ງ​ເປັນ​ລາຍ​ການ​ທີ່​ຈິ​ຊ່ວຍ​ສະ​ໜັບ​ສະ​ໜູນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດຫຼັກ​ສູດຊັ້ນ​ປະ​ຖົມ​ສຶກ​ສາ​ສະ​ບັບ​ປັບ​ປຸງ​ໃໝ່.

ລາຍ​ການນີ້ ແມ່ນ​ນຳ​ພາ​ໂດຍ ກະ​ຊວງ​ສຶກ​ສາ​ທິ​ການ ແລະ ກິ​ລາ, ​ກະ​ຊວງຖະ​ແຫຼງ​ຂ່າວ, ວັດ​ທະ​ນະ​ທຳ ແລະ ທ່ອງ​ທ່ຽວ ໂດຍ​ການ​ສະ​ໜັບ​ສະ​ໜູນ​ຈາກ​ລັດ​ຖະ​ບານ​ອົດ​ສະ​ຕ​ຣາ​ລີ ແລະ ສະ​ຫະ​ພາບ​ເອີຣົບ.