ນັບຕັ້ງແຕ່ປີ 2015 ເປັນຕົ້ນມາ, ກະຊວງສຶກສາທິການ ແລະ ກິລາ ຂອງ ສປປ ລາວ (ກະຊວງ ສສກ) ໄດ້ພັດທະນາຫຼັກສູດຊັ້ນປະຖົມສຶກສາສະບັບໃໝ່ ໂດຍການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ແລະ ສະຫະພາບເອີຣົບ ຜ່ານແຜນງານບີຄວາ ເພື່ອປັບປຸງ 8 ວິຊາຮຽນຂອງຊັ້ນປະຖົມ, ສ່ວນອົງການໄຈກ້າແມ່ນປັບປຸງວິຊາຄະນິດສາດ. ຫຼັກສູດຊັ້ນປະຖົມສຶກສາສະບັບໃໝ່ ແລະ ສື່ການຮຽນ-ການສອນທີ່ກ່ຽວຂ້ອງຕ່າງໆ ຈະເປັນການປະກອບສ່ວນທີ່ສຳຄັນ ໃຫ້ແກ່ການຍົກລະດັບຄຸນນະພາບຂອງການສຶກສາ ແລະ ຜົນໄດ້ຮັບ ດ້ານການຮຽນ ຂອງເດັກນ້ອຍລາວໝົດທຸກຄົນ. ຫຼັກສູດ ແລະ ສື່ການຮຽນ-ການສອນດັ່ງກ່າວນີ້ ຈະສາມາດຊ່ວຍເດັກຍິງ ແລະ ເດັກຊາຍຈຳນວນຫຼາຍຂຶ້ນ ສາມາດອ່ານອອກຂຽນໄດ້, ສາມາດ ນັບເລກຂັ້ນພື້ນຖານ ແລະ ມີທັກສະຊີວິດທີ່ຈຳເປັນຕ່າງໆ ແລະ ຈະຊ່ວຍເປີດໂອກາດໃໝ່ໆ ໃຫ້ແກ່ພວກເຂົາໄດ້ໃນອະນາຄົດ.
ທີມງານຂອງສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ແລະ ກົມສ້າງຄູ ກຳລັງເຮັດວຽກຢ່າງຫ້າວຫັນ ໃນການກະກຽມ ປຶ້ມແບບຮຽນ, ສື່ການຮຽນ-ການສອນ, ຄູ່ມືຄູ ແລະ ເຄື່ອງມື ຊ່ວຍການສອນຕ່າງໆ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດຫຼັກສູດ ຊັ້ນປະຖົມສຶກສາສະບັບໃໝ່ ສຳເລັດຜົນຢ່າງຈົບງາມ. ຫຼັກສູດ ໃໝ່ດັ່ງກ່າວ ຈະເລີ່ມຕົ້ນນຳໃຊ້ໃນເດືອນກັນຍາ 2019 ນີ້ ໂດຍເລີ່ມຕົ້ນຈາກຂັ້ນ ປ. 1 ແລະ ຈະສືບຕໍ່ພັດທະນາ ຫຼັກສູດປະຖົມຂັ້ນອື່ນໆຕໍ່ໄປ ຈົນໃຫ້ສຳເລັດຫຼັກສູດຂັ້ນ ປ. 5 ໃນປີ 2024. ວຽກດັ່ງກ່າວນີ້ ເປັນໜ້າວຽກຂະໜາດໃຫຍ່ ທີ່ຕ້ອງໄດ້ມີການປະກອບສ່ວນ, ຄວາມເປັນເຈົ້າການ ແລະ ການຊ່ວຍເຫຼືອຈາກທຸກພາກສ່ວນ ຕັ້ງແຕ່ຂັ້ນສູນກາງ ໄປຈົນເຖິງ ຂັ້ນໂຮງຮຽນ.
ການປ່ຽນແປງທີ່ສຳຄັນອັນໜຶ່ງ ໃນຫຼັກສູດສະບັບໃໝ່ນີ້ ແມ່ນວິທີ ການສິດສອນແບບໃໝ່ ທີ່ເນັ້ນໃສ່ການມີສ່ວນຮ່ວມຂອງຜູ້ຮຽນ ເພື່ອຊ່ວຍເດັກນ້ອຍ ໃຫ້ສາມາດຮຽນຮູ້ໄດ້ດີຂຶ້ນກວ່າເກົ່າ. ນັກຮຽນ ຈະຮຽນຮູ້ ຈາກການມີສ່ວນຮ່ວມໃນເວລາຮຽນ, ການຮ່ວມມື ຊ່ວຍເຫຼືອຊຶ່ງກັນ ແລະ ກັນ, ການເຂົ້າເຖິງ ແລະ ນຳໃຊ້ສື່ ການຮຽນ-ການສອນຕ່າງໆ ແລະ ຜ່ານກິດຈະກຳຕ່າງໆ. ນັກຮຽນ ຈະຮຽນຮູ້ຈາກການປະຕິບັດຕົວຈິງ ແລະ ມີເວລາໄດ້ໝູນໃຊ້ ຄວາມຮູ້ໃໝ່ດັ່ງກ່າວຫຼາຍຂຶ້ນ. ຈະມີການແຈກຢາຍຄູ່ມືຄູທີ່ມີ ຄວາມລະອຽດຂຶ້ນກວ່າເກົ່າ ລວມທັງຄຳອະທິບາຍ ກ່ຽວກັບ ເນື້ອໃນບົດສອນໃຫ້ແກ່ຄູສອນຊັ້ນປະຖົມ ສຳລັບທຸກວິຊາ ເພື່ອຊ່ວຍໃຫ້ຄູສອນສາມາດຈັດການສອນຂອງຕົນໄດ້ດີຂຶ້ນ ແລະ ສາມາດນຳໃຊ້ວິທີການສິດສອນ ທີ່ເນັ້ນໃສ່ການມີສ່ວນຮ່ວມ ຂອງຜູ້ຮຽນຫຼາຍຂຶ້ນ.
ການພັດທະນາຫຼັກສູດສະບັບໃໝ່ນີ້ ແມ່ນບາດກ້າວທຳອິດໃນ ການປັບປຸງຄຸນນະພາບການສຶກສາ ສຳລັບເດັກນ້ອຍລາວໝົດ ທຸກຄົນ. ບາດກ້າວທີສອງ ແມ່ນການໃຫ້ການຊ່ວຍເຫຼືອວຽກງານ ສ້າງຄູ ແລະ ບຳລຸງຄູ ເຊິ່ງມີສ່ວນສຳຄັນທີ່ສຸດໃນການຮັບປະກັນວ່າ ຄູສອນສາມາດນຳໃຊ້ຫຼັກສູດສະບັບໃໝ່ໄດ້ຢ່າງສຳເລັດຜົນ. ເພື່ອເປັນການກະກຽມ ແລະ ກຽມຄວາມພ້ອມໃຫ້ແກ່ຄູສອນ ຕໍ່ກັບການປ່ຽນແປງດັ່ງກ່າວນີ້, ພະນັກງານການນຳອາວຸໂສ ຂອງພະແນກສຶກສາທິການ ແລະ ກິລາ ຈາກ 18 ແຂວງ ແລະ ຈາກວິທະຍາໄລຄູ 8 ແຫ່ງ ຈະເຂົ້າຮ່ວມກອງປະຊຸມ ຢູ່ທີ່ນະຄອນຫຼວງວຽງຈັນໃນອາທິດນີ້ ເພື່ອເປັນຄະນະກຳມະການ ຄັດເລືອກເອົາທີມງານຄູຝຶກຫຼັກແຫຼ່ງ ແລະ ຄູຝຶກປະຈຳແຂວງ; ເຊິ່ງກອງປະຊຸມຄັ້ງນີ້ ຈະມີການຄັດເລືອກເອົາຄູຝຶກຫຼັກແຫຼ່ງ ຈຳນວນ 45 ຄົນ ແລະ ຄູຝຶກຂັ້ນແຂວງ ຈຳນວນ 450 ຄົນ.
ຄູຝຶກທີ່ຜ່ານການຄັດເລືອກ ຈະໄດ້ຮັບການຊັບຊ້ອນໄປເຮັດວຽກ ໃນເດືອນກໍລະກົດ ແລະ ສິງຫາ 2019 ເພື່ອຈະຝຶກອົບຮົມ ໃຫ້ແກ່ຄູສອນ ຂັ້ນ ປ. 1, ຄູນິເທດ ແລະ ອຳນວຍການ ໂຮງຮຽນໃນທົ່ວປະເທດໝົດທຸກຄົນ. ຄູຝຶກທີ່ມີຄວາມຊຳນານງານ ແມ່ນສ່ວນໜຶ່ງທີ່ສຳຄັນ ໃນການພັດທະນາຄູສອນໃຫ້ມີຄຸນນະພາບ. ຄະນະກຳມະການຮັບຜິດຊອບການຄັດເລືອກ ຈະຄັດເລືອກເອົາຄູຝຶກ ທີ່ມີຄວາມສາມາດ ໂດຍອີງໃສ່ບັນດາທັກສະໃນຂົງເຂດທີ່ສຳຄັນ ຄື: ປະສົບການສິດສອນໃນຊັ້ນປະຖົມ, ຄວາມຮູ້ຄວາມສາມາດດ້ານວິຊາ ສະເພາະ ຫຼື ປະສົບການໃນການຝຶກອົບຮົມ/ການອຳນວຍຄວາມ ສະດວກ. ຄະນະຮັບຜິດຊອບການຄັດເລືອກ ຈະຊອກຫາຜູ້ທີ່ມີ ຄວາມເປັນມືອາຊີບດ້ານການສຶກສາ ທີ່ມີຄວາມຕັ້ງໃຈຈະປັບປຸງຄຸນ ນະພາບດ້ານການສຶກສາ ແລະ ພ້ອມທີ່ ຈະໃຫ້ການຊ່ວຍເຫຼືອຄູສອນ ໃນເວລາທີ່ພວກເຂົາສິດສອນຢູ່ໃນຫ້ອງຮຽນ. ທີມງານຄູຝຶກທີ່ ຕ້ອງການແມ່ນຕ້ອງມາຈາກຫຼາຍພາກສ່ວນ ບໍ່ວ່າຈະເປັນພະນັກ ງານຄູອາຈານຂອງກະຊວງ ສສກ ທຸກຂັ້ນ ບໍ່ວ່າຈະມາຈາກ ຂັ້ນສູນກາງ, ຂັ້ນແຂວງ, ຂັ້ນ ວທຄ, ຂັ້ນເມືອງ ແລະ ຂັ້ນໂຮງຮຽນ. ຄູຝຶກເຫຼົ່ານີ້ ຈະໄດ້ຮັບການແຕ່ງຕັ້ງຢ່າງເປັນທາງການໃນເດືອນພະຈິກ ທີ່ຈະມາເຖິງນີ້ ແລະ ໄດ້ມີການວາງແຜນ ທີ່ຈະດຳເນີນການ ຝຶກອົບຮົມພັດທະນາຂີດຄວາມສາມາດຂອງຄູຝຶກຫຼັກແຫຼ່ງ ບັ້ນທຳອິດ ໃນເດືອນທັນວາ 2018 ນີ້.