ວັນລ້າງມືສາກົນໄດ້ຖືກສະເຫຼີມສະຫຼອງຂຶ້ນຄັ້ງທຳອິດ ໃນວັນທີ 15 ຕຸລາ 2008. ຈຸດປະສົງແມ່ນເພື່ອສົ່ງເສີມການລ້າງມືດ້ວຍສະບູ ເພື່ອປ້ອງກັນພະຍາດ ແລະ ຊ່ວຍຊີວິດຄົນ.
ກຸ່ມຄູ່ຮ່ວມພັດທະນາຂອງແຜນງານບີຄວາທີ່ເປັນອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ໄດ້ຈັດຕັ້ງປະຕິບັດກິດຈະກຳລ້າງມືຢູ່ບ້ານເປົ້າໝາຍ ໃນຫຼາຍໆບ່ອນທີ່ຢູ່ເຂດຫ່າງໄກສອກຫຼີກໃນ ສປປ ລາວ. ພວກເຂົາໄດ້ນໍາໃຊ້ຄວາມຄິດສ້າງສັນໃນການສ້າງບ່ອນລ້າງມືຢູ່ໂຮງຮຽນປະຖົມ ໂດຍການນຳໃຊ້ອຸປະກອນທີ່ໃຊ້ແລ້ວ ແລະ ລາຄາບໍ່ແພງຢູ່ທ້ອງຖິ່ນຂອງພວກເຂົາ. ຕົວຢ່າງ, ບ່ອນລ້າງມືຢູ່ບາງບ້ານ ເຮັດມາຈາກ ໄມ້ໄຜ່ ແລະ ກະຕຸກນ້ຳດື່ມທີ່ໃຊ້ແລ້ວເທົ່ານັ້ນ; ເຊິ່ງໄມ້ໄຜ່ແມ່ນນຳໃຊ້ເພື່ອເປັນທໍ່ລະບາຍ ນໍ້າ ແລະເປັນເສົາແຂວນຕຸກນ້ຳ ທີ່ມີຝາປິດ ເຊິ່ງຖືກເຈາະເປັນຮູ ເພື່ອໃຊ້ເປັນບ່ອນປ່ອຍນ້ຳສຳລັບການລ້າງມື. ບ່ອນລ້າງມືນີ້ລາຄາຖືກຫຼາຍ, ມີປະສິດທິພາບ ແລະຊຸມຊົນສາມາດສ້າງເອງໄດ້ຢ່າງງ່າຍດາຍ!
ບ່ອນລ້າງມືແມ່ນຍັງໄດ້ຖືກອອກແບບພິເສດ ເພື່ອໃຫ້ແທດ ເໝາະສົມກັບການນຳໃຊ້ຂອງນັກຮຽນປະຖົມ ໂດຍຄຳນຶງເຖິງຄວາມສູງຂອງເດັກນ້ອຍ, ໄລຍະຫ່າງຂອງເດັກແຕ່ລະຄົນໃນການລ້າງມື ແລະ ຄວາມສູງລະຫວ່າງກ໋ອກນ້ຳ ແລະ ອ່າງລ້າງມື ເພື່ອຮັບປະກັນວ່າບ່ອນລ້າງມື ມີຄວາມເໝາະສົມສຳລັບເດັກນ້ອຍນັກຮຽນ. ສິ່ງເຫຼົ່ານີ້ເປັນສິ່ງສຳຄັນ ຖ້າວ່າພວກເຮົາຕ້ອງການໃຫ້ການລ້າງມື ກາຍເປັນກິດຈະວັດປະຈຳວັນຂອງພວກ ເຂົາ.
ທາງແຜນງານດັ່ງກ່າວໄດ້ຝຶກອົບຮົມໃຫ້ແກ່ຄູ ແລະ ນັກຮຽນ ກ່ຽວກັບ ວິທີການລ້າງມືທີ່ຖືກຕ້ອງ ດ້ວຍເຈັດຂັ້ນຕອນ. ການລ້າງມືດ້ວຍສະບູສາມາດຂ້າເຊື້ອພະຍາດ ແລະ ຫຼຸດຜ່ອນພະຍາດທີ່ມາກັບນ້ຳເຊັ່ນ ພະຍາດຖອກທ້ອງ ເຊິ່ງເປັນໜຶ່ງໃນສາເຫດຫຼັກທີ່ເຮັດໃຫ້ເດັກນ້ອຍຂາດໂຮງຮຽນ.
ເມື່ອເດັກນ້ອຍເຫຼົ່ານີ້ມີສຸຂະພາບດີ, ພວກເຂົາຈະສາມາດໄປໂຮງຮຽນໄດ້ຢ່າງເປັນປົກກະຕິ, ເຂົາເຈົ້າຈະແຂງແຮງ ແລະ ມີສະມາທິຮຽນໜັງສືໄດ້ ແລະ ສາມາດສຳເລັດການສຶກສາຂັ້ນພື້ນ ຖານຂອງພວກເຂົາໄດ້ເປັນຢ່າງດີ.
ນອກຈາກ ວິທີການລ້າງມືດ້ວຍສະບູທີ່ຖືກຕ້ອງແລ້ວ, ການຝຶກອົບຮົມຍັງໄດ້ແນະນຳເວລາທີ່ຕ້ອງລ້າງມືເຊັ່ນ: ກ່ອນກິນເຂົ້າ, ຫຼັງຈາກເຂົ້າຫ້ອງນ້ຳແລ້ວ ແລະ ຫຼັງຈາກການເບິ່ງແຍງຄົນເຈັບ.
ການລ້າງມືທີ່ຖືກຕ້ອງ ບໍ່ພຽງແຕ່ເຮັດໃຫ້ນັກຮຽນມີສຸຂະພາບດີແລະມາໂຮງຮຽນ ແຕ່ຍັງມີປະໂຫຍດຕໍ່ຊຸມຊົນອີກດ້ວຍ. ການຝຶກອົບຮົມໄດ້ສົ່ງເສີມໃຫ້ນັກຮຽນ ເປັນແບບຢ່າງໃນການເຜີຍ ແຜ່ວິທີການລ້າງມືທີ່ຖືກຕ້ອງໃຫ້ແກ່ຄອບຄົວຂອງພວກເຂົາອີກດ້ວຍ.