ແຜນງານບີຄວາ ແມ່ນແຜນງານໜຶ່ງທີ່ນຳພາໂດຍລັດຖະບານລາວ, ໃຫ້ການສະໜັບສະໜູນໂດຍລັດຖະບານອົດສະຕຣາລີ ແລະ ສະຫະພາບເອີຣົບ ກຳລັງເຮັດວຽກເພື່ອຊ່ວຍເຫຼືອເດັກຍິງ ແລະ ເດັກຊາຍ, ໂດຍສະເພາະຜູ້ທີ່ດ້ອຍໂອກາດ ໃຫ້ໄດ້ຮັບການສຶກສາຂັ້ນພື້ນຖານທີ່ມີຄຸນນະພາບ. ເພື່ອໃຫ້ບັນລຸຈຸດປະສົງດັ່ງກ່າວ, ກຸ່ມອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ຂອງແຜນງານບີຄວາ (BNC) ໄດ້ທົດລອງວິທີການນຳໃຊ້ລະຄອນສຳລັບການພັດທະນາ ທີ່ມີໄວໜຸ່ມເຜີຍແຜ່ການຮຽນຮູ້ໜັງສື ແລະ ສົ່ງເສີມການອ່ານຢູ່ແຂວງອຸດົມໄຊ.
ມີອົງການຈັດຕັ້ງເປັນຈຳນວນຫຼາຍຮ້ອຍ, ຫຼາຍພັນອົງການ ແລະ ໂຄງການລິເລີ່ມຕ່າງໆ ທົ່ວໂລກ ໄດ້ນຳໃຊ້ລະຄອນ ເປັນເຄື່ອງມືໃນການພັດທະນາ ເຊັ່ນ: ດ້ານການສຶກສາ ຫຼື ການສະໜັບສະໜູນການສຶກສາ, ການບຳບັດ, ເປັນເຄື່ອງມືໃນການມີສ່ວນຮ່ວມ, ຫຼື ເຄື່ອງມືທາງດ້ານການວິເຄາະການພັດທະນາ. ລະຄອນເພື່ອການພັດທະນາ ແມ່ນປະເພດລະຄອນແບບມີສ່ວນຮ່ວມ ທີ່ປະສົມປະສານລະຫວ່າງ ສາກແບບມີບົດລະຄອນສະແດງຢູ່ເທິງເວທີທີ່ມີຜູ້ຊົມເບິ່ງ ກັບ ສາກທີ່ສົ່ງເສີມການສະແດງແບບບໍ່ມີບົດລະຄອນ ແລ້ວໃຫ້ຜູ້ຊົມມີບົດບາດໃນການສະແດງ.
ໂຄງການລິເລິ່ມລະຄອນຊຸດນີ້ ເປັນສ່ວນໜຶ່ງຂອງໂຄງການການສົ່ງເສີມການຮຽນຮູ້ໜັງສືລວມ ແລະ ໄດ້ເລິ່ມໃນເດືອນມີນາຂອງປີຜ່ານມາ. BNC ຮ່ວມມືກັບ ຫ້ອງການສຶກສາທິການ ແລະ ກິລາເມືອງ (ສກມ) ຈາກເມືອງຮຸນ ແລະ ເມືອງງາ ຢູ່ແຂວງອຸດົມໄຊ ໄດ້ນຳໃຊ້ລະຄອນເພື່ອສົ່ງເສີມການອ່ານ ແລະ ຝຶກອົບຮົມຊຸມຊົນ ກ່ຽວກັບ ວີທີການສົ່ງເສີມໃຫ້ເດັກໄດ້ອ່ານໃຫ້ຫຼາຍຂຶ້ນ.
ການຄັດລືອກນັກສະແດງໄດ້ຮັບການຈັດຕັ້ງຂື້ນຢູ່ 2 ເມືອງ ໂດຍໄດ້ຄັດເລືອກນັກຮຽນມັດທະຍົມຈຳນວນ 30 ຄົນຈາກ 5 ໂຮງຮຽນ. ພວກເຂົາໄດ້ໃຊ້ເວລາ 2 ມື້ ເພື່ອຝຶກອົບຮົມທິດສະດີ ແລະ ຝຶກຊ້ອມທັກສະທີ່ສຳຄັນ ຂອງລະຄອນສຳລັບການພັດທະນາ ເພື່ອຮຽນຮູ້ ກ່ຽວກັບ ການສະແດງທີ່ມີດີ, ອົງປະກອບລະຄອນຊີວິດຈິງ, ວິທີການພັດທະນາເລື່ອງໃຫ້ມີນ້ຳໜັກ ແລະ ການສ້າງຕົວລະຄອນໃຫ້ມີຄວາມໜ້າສົນໃຈ.
ດ້ວຍຂໍ້ມູນຈາກຜູ້ເຂົ້າຮ່ວມການຝຶກອົບຮົມ, ສກມ ແລະ ພະນັກງານ BNC ໄດ້ຂຽນບົດລະຄອນນ້ອຍ 4 ເລື່ອງ, ຊຶ່ງແຕ່ລະເລື່ອງ ນຳສະເໜີການສົ່ງເສີມການອ່ານໃນມຸມທີ່ແຕກຕ່າງກັນ ເຊັ່ນ, ຄວາມສຳຄັນຂອງການອ່ານ, ບົດບາດຂອງຜູ້ປົກຄອງ, ຄູ ແລະ ຊຸມຊົນໃນການສົ່ງເສີມການອ່ານທີ່ດີ, ແລະ ການຈັດຕັ້ງຄ້າຍການອ່ານ. ແຕ່ລະເລື່ອງມີຄວາມຍາວປະມານ 30 ນາທີ. ເພື່ອຮັບປະກັນຄວາມເຂົ້າໃຈ ແລະ ການມີສ່ວນຮ່ວມຜູ້ຊົມຢ່າງເຕັມສ່ວນ, ການສະແດງດັ່ງກ່າວແມ່ນເປັນພາສາຂະມຸ ຫຼື ມົ້ງ ຕາມພາສາປາກເວົ້າຂອງບ້ານເປົ້າໝາຍ.
ນັກສະແດງໄດ້ໃຊ້ເວລາຝຶກຊ້ອມຢ່າງເຂັ້ມງວດເປັນເວລາ 1 ເດືອນ ໂດຍມີຄູສອນຈາກ BNC ແລະ ໄດ້ມີຄວາມພ້ອມໃນການເດີນທາງສະແດງຢູ່ບ້ານຕ່າງໆ ຕັ້ງແຕ່ເດືອນເມສາ 2017 ເປັນຕົ້ນມາ.
ຢູ່ບ້ານເປົ້າໝາຍບໍ່ມີສິ່ງອຳນວຍຄວາມສະດວກ ເຊັ່ນ ໄຟຟ້າ ຫຼື ນ້ຳປະປາ. ດັ່ງນັ້ນ, ບົດລະຄອນ ຈຶ່ງສະແດງຢູ່ກາງ ແຈ້ງ ແລະ ຈັດຕັ້ງດ້ວຍອຸປະກອນຊ່ວຍເຫຼືອທາງດ້ານເຕັກນິກ ແລະ ການຂົນສົ່ງແບບພື້ນຖານທີ່ສຸດ. ເນື່ອງຈາກຄວາມຫ່າງໄກສອກຫຼີກຂອງບ້ານ, ລະຄອນຊຸດດັ່ງກ່າວ ຈຶ່ງເປັນສິ່ງບັນເທີງໜຶ່ງສຳລັບບ້ານ. ນອກຈາກນີ້, ປະຊາຊົນຍັງໄດ້ຕ້ອນຮັບລະຄອນດັ່ງກ່າວຢ່າງກະຕືລືລົ້ນ.
ລະຄອນໄດ້ຮັບການພິສູດວ່າເປັນວິທີການທີ່ມີປະສິດຕິພາບ ໃນການສົ່ງເສີມຄວາມສົນໃຈຂອງປະຊາຊົນ ແລະ ເປັນຂໍ້ຄວາມສົ່ງເສີມການອ່ານຂອງໃຫ້ແກ່ຜູ້ຊົມໂດຍກົງ. ສິ່ງທີ່ໜ້າປະທັບໃຈກວ່ານັ້ນ, ບົດລະຄອນແມ່ນຖືກປັບມາຈາກສະຖານະການຕົວຈິງ ຈຶ່ງເຮັດໃຫ້ຜູ້ຊົມເຂົ້າໃຈຢ່າງງ່າຍດາຍ.
“ກິດຈະກຳການສະແດງລະຄອນໄດ້ຮັບຜົນສຳເລັດຫຼາຍ. ຊຸມຊົນມີຄວາມຮັບຮູ້ ກ່ຽວກັບ ຄວາມສຳຄັນຂອງການສຶກສາຫຼາຍຂື້ນ ແລະ ປະຈຸບັນນີ້ ຊຸມຊົນກໍເຂົ້າຮ່ວມກິດຈະກຳການອ່ານຢ່າງກະຕືລືລົ້ນ. ເມື່ອພວກເຮົາລົງໄປເຮັດວຽກຢູ່ສະໜາມ, ພວກເຮົາຖືກຖາມເປັນປະຈຳວ່າ ເມື່ອໃດຈະມີການສະແດງລະຄອນອີກ.” ທ່ານ ມະນີຈັນ ຄຸນສະຫງວນ, ຮອງຫົວຫນ້າ ໜ່ວຍງານສຶກສາກ່ອນໄວຮຽນ ແລະ ປະຖົມເມືອງຮຸນ ແຂວງ ອຸດົມໄຊ ກ່າວ.
ບົດລະຄອນນີ້ ໄດ້ສະແດງຢູ່ແຂວງອຸດົມໄຊ ຢູ່ເມືອງຮຸນ 30 ບ້ານ ແລະ ຢູ່ເມືອງງາ 10 ບ້ານ. ປະຈຸບັນ, BNC ກຳລັງກະກຽມການສະແດງລະຄອນຊຸດໃໝ່ ເພື່ອສົ່ງເສີມຄວາມຮັບຮູ້ບັນຫາການຮູ້ໜັງສືຢູ່ເຂດຊູຸມຊົນຫ່າງໄກສອກຫຼີກໃຫ້ຫຼາຍຂື້ນ.