“ຢູ່ບ້ານຂອງຂ້ອຍມີຫຼາຍຄົນເວົ້າໄດ້ແຕ່ພາສາຊົນເຜົ່າຂອງເຂົາເຈົ້າ ແລະ ບໍ່ສາມາດເວົ້າພາສາລາວໄດ້. ສິ່ງນີ້ເປັນສິ່ງທີ່ທ້າທາຍຫຼາຍ ເມື່ອພວກເຂົາຕ້ອງສື່ສານກັບຄົນອື່ນນອກຊຸມຊົນ. ເມື່ອເຈັບເປັນ, ພວກເຂົາຕ້ອງໄດ້ຊອກຄົນທີ່ເວົ້າພາສາລາວໄດ້ ໃຫ້ພາໄປໂຮງໝໍ ເພື່ອຊ່ວຍແປພາສາລາວ. ພວກເຂົາຕ້ອງໄດ້ຈ່າຍຄ່າເດີນທາງ ແລະ ຄ່າອາຫານໃຫ້ຜູ້ແປ. ນີ້ເປັນໜຶ່ງໃນຫຼາຍໆຕົວຢ່າງ ວ່າເປັນຫຍັງພວກເຮົາຄວນສະໜັບສະໜູນ ແລະ ສົ່ງເສີມໃຫ້ລູກຫຼານຂອງພວກເຮົາຮຽນພາສາລາວ ແລະ ຮຽນເພິ່ງພາຕົນເອງ.”
ນີ້ແມ່ນຄຳເວົ້າຂອງ ທ່ານ ນ. ແກ່ນຄຳ ຢາງ, ອາຍຸ 29 ປີຈາກບ້ານກິ່ວຜາ, ເມືອງຮຸນ, ແຂວງອຸດົມໄຊ ຜູ້ມີຄວາມຕັ້ງໃຈຢ່າງສູງໃນການ ສະໜັບສະໜູນໃຫ້ເດັກນ້ອຍທຸກຄົນໃນຊຸມຊົນຂອງລາວໄດ້ຮັບການສຶກສາ. ເພື່ອບັນລຸເປົ້າໝາຍນີ້, ລາວອາສາສະໝັກເປັນຜູ້ອຳນວຍຄວາມສະດວກໃຫ້ແກ່ ກຸ່ມອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ຂອງແຜນງານບີຄວາ (BNC), ແຜນງານທີ່ ນຳພາໂດຍລັດຖະບານລາວ, ໂດຍການສະໜັບສະໜູນຂອງລັດຖະບານອົດສະຕຣາລີ ແລະ ສະຫະພາບເອີຣົບ. ໃນບົດບາດດັ່ງກ່າວ, ລາວປະຕິບັດກິດຈະກຳການອ່ານຮ່ວມກັບນັກຮຽນປະຖົມຫຼັງຈາກເລີກໂຮງຮຽນ, ປະສານງານຈັດກອງປະຊຸມສຳມະນາ ເຜີຍແຜ່ວຽກງານການສຶກສາກັບຜູ້ປົກຄອງເດັກ, ແລະ ຊ່ວຍ ຄພສບ ຊອກຫາເດັກດ້ອຍໂອກາດຈາກຊຸມຊົນ ທີ່ມີສິດໄດ້ຮັບທຶນຊ່ວຍເຫຼືອຂະໜາດນ້ອຍຂອງ BNC.
ທ່ານ ນ. ແກ່ນຄຳ ຢາງ ຍັງມີຄວາມພາກພູມໃຈ ທີ່ໄດ້ເປັນສະມາຊິກ ຄພສບ ແລະ ຕາງໜ້າສະຫະພັນແມ່ຍິງ. ລາວໄດ້ຝຶກອົບຮົມແມ່ຍິງ ກ່ຽວກັບ ຄວາມສຳຄັນຂອງວຽກງານການສຶກສາ ແລະ ການຮຽນເວົ້າພາສາລາວ ຢູ່ບ້ານຂອງລາວເລື້ອຍໆ. ລາວໄດ້ສ້າງແຮງຈູງໃຈໃຫ້ ຜູ້ປົກຄອງເອົາລູກຫຼານໄປເຂົ້າໂຮງຮຽນ, ໂດຍອະທິບາຍວ່າ ການຄົ້ນຄວ້າຮ່ຳຮຽນເທົ່ານັ້ນ ທີ່ຈະຊ່ວຍໃຫ້ລູກຫຼານຂອງພວກເຂົາພັດທະນາທັກສະຊີວິດທີ່ສຳຄັນໄດ້ໃນອະນາຄົດ. ນອກຈາກນີ້, ລາວຍັງໄດ້ຊ່ວຍກິດຈະກຳເຜີຍແຜ່ສຸຂະອະນາໄມເດັກ. ລາວໄດ້ວາງສະແດງປຶ້ມກ່ຽວກັບສຸຂະອະນາໄມຢູ່ບ້ານຂອງລາວ ແລະ ຢູ່ໂຮງຮຽນ ແລະ ຕິດໂປສເຕີ້ ກ່ຽວກັບ ວິທີການລ້າງມື 7 ຂັ້ນຕອນຢູ່ມຸມການອ່ານຂອງໂຮງຮຽນອີກດ້ວຍ.
ດ້ວຍການສະໜັບສະໜູນຈາກຜົວ ແລະ ແມ່ຍ່າຂອງລາວ, ລາວໄດ້ຮຽນຈົບໃນລະດັບຊັ້ນສູງດ້ານການບໍລິການ ອາຫານ ແລະ ໂຮງແຮມ ແລະ ພາສາອັງກິດ, ຈາກໂຮງຮຽນເອກະຊົນທີ່ໃຫ້ການຊ່ວຍເຫຼືອດ້ານການສຶກສາແກ່ຊຸມຊົນ. ລາວເປັນສະມາຊິກ ຄພສບ ເພດຍິງພຽງຄົນດຽວ ທີ່ໄດ້ຮັບການສຶກສາຂັ້ນສູງ, ແລະ ສິ່ງນີ້ເປັນແຮງຈູງໃຈໃຫ້ລາວໃນການແບ່ງປັນ ແລະ ນຳໃຊ້ທັກສະຕ່າງໆເຂົ້າໃນການຊ່ວຍເຫຼືອເດັກນ້ອຍ ແລະ ແມ່ຍິງໃນບ້ານ. ລາວບໍ່ແມ່ນພຽງແຕ່ເປັນແມ່ທີ່ເບິ່ງແຍງລູກ, ແຕ່ຍັງດູແລເດັກນ້ອຍໃນຊຸມຊົນຂອງລາວຢ່າງເລິກເຊິ່ງອີກດ້ວຍ. ລາວໄດ້ຊຸກຍູ້ຜູ້ປົກຄອງຢູ່ຊຸມຊົນຂອງລາວໃຫ້ໃຊ້ເວລາອ່ານ ຫຼື ເລົ່າເລື່ອງຕ່າງໆ ກັບລູກຫຼານໃນຍາມແລງ.
“ຜົວຂອງຂ້ອຍສົ່ງເສີມຂ້ອຍ ເລື້ອຍໆວ່າ ໃຫ້ໃຊ້ຄວາມຮູ້ຂອງຕົນທີ່ມີເພື່ອຊ່ວຍເຫຼືອເດັກ ແລະ ຜູ້ປົກຄອງໃນບ້ານ ຜູ້ທີ່ບໍ່ຮູ້ພາສາລາວ ໃຫ້ເຂົ້າໃຈວ່າການສຶກສາມີຄວາມສຳຄັນຫຼາຍພຽງໃດໃນຊີວິດຕົວຈິງ. ບາງຄັ້ງ ລາວກໍ່ຊ່ວຍຂ້ອຍໃນການແກ້ໄຂບັນຫາເມື່ອຂ້ອຍຕ້ອງການ.”
ໃນນາມສະມາຊິກ ຄພສບ, ແກ່ນຄຳໄດ້ຊ່ວຍເຫຼືອດ້ານພາສາລາວ ແລະ ກິດຈະກຳການສ້າງຄວາມພ້ອມທາງດ້ານການຮຽນສຳລັບເດັກປໍ 1, ກິດຈະກຳສົ່ງເສີມສຸຂະອະນາໄມຢູ່ໂຮງຮຽນ, ຢູ່ບ້ານ ແລະ ກອງປະຊຸມ ຊອກຫາເດັກທີ່ດ້ອຍໂອກາດ ເພື່ອໃຫ້ທຶນຊ່ວຍເຫຼືອຂະໜາດນ້ອຍໃຫ້ພວກເຂົາໄດ້ເຂົ້າເຖິງການສຶກສາ ແລະ ກິດຈະກຳການອ່ານ ຊຶ່ງຈັດຕັ້ງໂດຍຫ້ອງການສຶກສາທິການ ແລະ ກິລາເມືອງ (ສກມ) ແລະ ອົງການແພລນສາກົນປະຈຳລາວ.
ທ່ານ ຊືມົວລີ, ນາຍບ້ານ ບ້ານກິ່ວຜາ ກ່າວວ່າ: “ນ. ແກ່ນຄຳ ເປັນຜູ້ທີ່ຊ່ວຍເຫຼືອຊຸມຊົນດ້ານການເຜີຍແຜ່ສຸຂະອະນາໄມ, ການກະກຽມຄວາມພ້ອມຂອງການເຂົ້າຮຽນ, ແລະ ກິດຈະກຳການອ່ານ. ລາວເປັນຜູ້ທີ່ສາມາດອ່ານ ແລະ ຂຽນພາສາລາວໄດ້, ແລະ ຮັບຜິດຊອບກິດຈະກຳຂອງ BNC. ເຖິງແມ່ນວ່າລາວຈະມີພັນທະກັບຄອບຄົວທາງບ້ານ, ແຕ່ລາວກໍ່ບໍ່ເຄີຍປະຕິເສດ ເມື່ອຂ້ອຍຂໍຄວາມຊ່ວຍເຫຼືອຈາກລາວ.”
ລາວຊ່ວຍເຫຼືອຄູໃນການປະສານງານກັບຜູ້ປົກຄອງ, ຊຸກຍູ້ໃຫ້ພວກເຂົາເອົາລູກຫຼານໄປໂຮງຮຽນ, ລາວຍັງຊ່ວຍແປພາສາມົ້ງເປັນພາສາລາວ ແລະ ພາສາລາວ ເປັນພາສາມົ້ງ ໃຫ້ພະນັກງານ BNC ໃນຕອນປະຊຸມສຳມະນາ, ການຝຶກອົບຮົມ ແລະ ກອງປະຊຸມຕ່າງໆ. ນອກຈາກນີ້, ລາວກໍຍັງແປພາສາອັງກິດເປັນລາວສຳລັບແຂກທີ່ມາຢ້ຽມຢາມບ້ານກິ່ວຜາ ຫຼື ຊ່ວຍສະມາຊິກ BNC ຢູ່ບ້ານອື່ນຕາມຄວາມຈຳເປັນ.
ທ່ານ ລີປໍ, ອຳນວຍການໂຮງຮຽນປະຖົມບ້ານກິ່ວຜາກ່າວວ່າ: “ລາວຊຸກຍູ້ເດັກຢູ່ບ້ານເປັນປະຈຳວ່າ ໃຫ້ມາໂຮງຮຽນ, ໃຫ້ເຂົ້າຮ່ວມກິດຈະກຳການອ່ານ, ຢືມປຶ້ມເມືອບ້ານ ເພື່ອອ່ານຫຼັງຈາກທີ່ກິນເຂົ້າແລ້ວ. ລາວຊຸກຍູ້ຜູ້ຍິງໃນບ້ານເປັນປະຈຳ ເພື່ອໃຫ້ເຂົ້າຮ່ວມກອງປະຊຸມສຳມະນາກ່ຽວກັບການເບິ່ງແຍງເດັກພິການ, ຜູ້ປົກຄອງບາງຄົນກໍ່ບໍ່ຢາກມາເພາະວ່າ ພວກເຂົາຍັງບໍ່ເຂົ້າໃຈພາສາລາວ ແຕ່ລາວກໍ່ຈະຊ່ວຍຊຸກຍູ້ພວກເຂົາ.”
ທ່ານ ນ. ແກ່ນຄຳ ຫວັງວ່າຜ່ານການເຂົ້າຮ່ວມກິດຈະກຳໃນຊຸມຊົມ, ຫຼາຍຄອບຄົວກໍ່ຈະເຂົ້າໃຈຄວາມສຳຄັນ ແລະ ຄຸນປະໂຫຍດຂອງວຽກງານການສຶກສາ ແລະ ຈະສົ່ງລູກຫຼານຂອງພວກເຂົາທີ່ມີເກນອາຍຸເໝາະສົມ ໃຫ້ໄປໂຮງຮຽນ. ລາວມີຄວາມຫວັງໃຫ້ເດັກນ້ອຍໝົດທຸກຄົນມີອະນາຄົດທີ່ດີຂຶ້ນກ່ວາເກົ່າ.
“ຂ້ອຍຮູ້ສຶກດີໃຈ ແລະ ພາກພູມໃຈຫຼາຍ ທີ່ຂ້ອຍມີໂອກາດເຂົ້າຮ່ວມໂຄງການນີ້ ແລະ ຊ່ວຍເຫຼືອຊຸມຊົນຂອງຂ້ອຍ. ຂ້ອຍໄດ້ຮຽນຮູ້ຫຼາຍໆຢ່າງ ຜ່ານກິດຈະກຳຂອງແຜນງານບີຄວາ. ຂ້ອຍຄິດວ່າຂ້ອຍຈະສາມາດຊ່ວຍເຫຼືອລູກຫຼານໃນຊຸມຊົນໃຫ້ ເວົ້າພາສາລາວໄດ້ດີຂື້ນ ແລະ ຊ່ວຍເຂົາເຊື່ອມໂຍງກັບໜູ່ໃນຫ້ອງທີ່ເວົ້າພາສາລາວ. ນອກຈາກນີ້, ຂ້ອຍກໍ່ຍັງສອນເຕັກນິກການລ້າງມືໃຫ້ແກ່ເດັກນ້ອຍນັກຮຽນ, ທີ່ຈະຊ່ວຍໃຫ້ເຂົາມີສຸຂະພາບແຂງແຮງຂຶ້ນໃນອະນາຄົດ.”