ເດັກຍິງຈຳນວນຫຼາຍບໍ່ໄດ້ເຂົ້າໂຮງຮຽນເນື່ອງຈາກສະພາບເສດຖະກິດຄອບຄົວ, ແລະ ບ້ານຢູ່ຫ່າງໄກຈາກໂຮງຮຽນ. ນອກຈາກນີ້, ບາງຄອບຄົວຍັງມີຄວາມເຊື່ອທາງດ້ານຮີດຄອງ ປະເພນີວ່າເດັກຍິງຄວນເຮັດວຽກເຮືອນ ແລະ ລ້ຽງນ້ອງຢູ່ເຮືອນ. ຜູ້ປົກຄອງບາງຄົນກໍຍັງບໍ່ເຂົ້າໃຈເຖິງຄວາມສຳຄັນຂອງການສຶກສາ.
ຢ່າງໃດກໍຕາມ, ສະພາບດັ່ງກ່າວກຳລັງປ່ຽນແປງ. ລັດຖະບານລາວໄດ້ຍົກສູງການສຶກສາໂດຍສຸມໃສ່ໃຫ້ເດັກທຸກຄົນ ໂດຍບໍ່ຈຳແນກເຊື້ອຊາດ, ອາຍຸ, ເພດ ແລະ ສາສະໜາ, ໃຫ້ຮຽນຈົບການສຶກສາຊັ້ນປະຖົມ. ລັດຖະບານມີເປົ້າ ໝາຍສົ່ງເສີມນັກຮຽນຍິງໃນຊັ້ນປະຖົມໃຫ້ສືບຕໍ່ຮຽນຊັ້ນມັດທະຍົມ ແລະ ມີຄວາມພ້ອມໃນການປະກອບສ່ວນພັດທະນາເສດຖະກິດ-ສັງຄົມ ແລະ ທັງເປັນອະນາຄົດຂອງຊາດ. ຄວາມຈິງແລ້ວ, ການສຶກສາສຳລັບເດັກຍິງຍັງໄດ້ຮັບການພິສູດແລ້ວວ່າ ໄດ້ສ້າງການປ່ຽນແປງຢ່າງມີປະສິດຕິພາບ ໃນການພັດທະນາສັງຄົມ ແລະ ການຂະຫຍາຍຕົວທາງດ້ານເສດຖະກິດ. ດັ່ງນັ້ນ, ການເຂົ້າເຖິງການສຶກສາບໍ່ພຽງແຕ່ເປັນການເພີ່ມບົດບາດໃຫ້ແກ່ຕົວເດັກຍິງເອງເທົ່ານັ້ນ ແຕ່ຍັງເພີ່ມບົດບາດຂອງແມ່ຍິງຢູ່ໃນສັງຄົມໃນລະດັບກວ້າງອີກດ້ວຍ.
ທ່ານ ນ. ແສງເງິນ ໄວຍາກອນ, ຮອງຜູ້ອຳນວຍການສູນວິທະຍາສາດສັງຄົມ, ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ) ກ່າວວ່າ: “ການສຶກສາບໍ່ພຽງແຕ່ຊ່ວຍລົບລ້າງການກືກໜັງສືໃນເພດຍິງເທົ່ານັ້ນ, ແຕ່ການສຶກສາຍັງຊ່ວຍສົ່ງເສີມຄວາມກ້າວໜ້າຂອງເພດຍິງ ໃຫ້ພວກເຂົາໄດ້ຮັບສິດທິມະນຸດຂັ້ນພື້ນຖານ ຊຶ່ງຈະເຮັດໃຫ້ພວກເຂົາມີທາງເລືອກໃນຊີວິດ ຊຶ່ງເປັນຜົນມາຈາກການສຶກສາ”. ການສຶກສາເຮັດໃຫ້ຜູ້ຍິງເປັນຜູ້ນຳຄອບຄົວ ແລະ ເປັນຕົວແບບໃຫ້ແກ່ລູກຜູ້ຍິງໄດ້. ຜູ້ຍິງທີ່ໄດ້ຮັບການສຶກສາຈະມີຄວາມສາມາດ ແລະ ທັກສະຕ່າງໆ ເຊັ່ນດຽວກັນກັບຜູ້ຊາຍ. ພວກເຮົາສາມາດເຫັນໄດ້ວ່າ ຜູ້ຍິງທີ່ມີຄວາມສາມາດສູງ ໄດ້ຮັບບົດບາດເປັນຜູ້ນຳຢ່າງຫຼວງຫຼາຍຢູ່ໃນທຸກຂົງເຂດວຽກງານຕ່າງໆ ເຊັ່ນ: ປະທານສະພາແຫ່ງຊາດຂອງ ສປປ ລາວ ກໍ່ແມ່ນຜູ້ຍິງ ແລະ ໃນນີ້ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາຂອງພວກເຮົາກໍເປັນຜູ້ຍິງເຊັ່ນດຽວກັນ.”
ທ່ານ ນ. ແສງເງິນ ສັງເກດເຫັນວ່າ ຄວາມເຂົ້າໃຈບັນຫາບົດບາດຍິງຊາຍແມ່ນມີຫຼາຍຂຶ້ນ. “ໃນຂະແໜງການສຶກສາ ຜູ້ບໍລິຫານ, ຄູອາຈານ ແລະ ນັກຮຽນ ໄດ້ຮັບການຝຶກອົບຮົມໃຫ້ເຂົ້າໃຈເຖິງຄວາມສະເໝີພາບບົດບາດຍິງຊາຍຢ່າງເລິກເຊິ່ງ, ແລະ ເຂົ້າໃຈວ່າ ການສຶກສາ, ອຸປະກອນການສອນ ແລະ ສື່ການຮຽນ-ການສອນຕ່າງໆ ສາມາດຊຸກຍູ້ຄວາມກ້າວໜ້າ ແລະ ບົດບາດແມ່ຍິງໃນສັງຄົມໄດ້ຄືແນວໃດ”.
ທ່ານ ນ. ແສງເງິນ ແລະ ທີມງານພັດທະນາຫຼັກສູດ ແລະ ສື່ການຮຽນການສອນ ຈາກ ສວສ ເຊິ່ງມີຈໍານວນເປັນເພດຍິງ ສອງສ່ວນສາມຂອງຈຳນວນທີມທັງໝົດ ໄດ້ເຂົ້າຮ່ວມໃນການປັບປຸງຫຼັກສູດປະຖົມ ແລະ ພັດທະນາປຶ້ມແບບຮຽນ ແລະ ຄູ່ມືີຄູສໍາລັບຊັ້ນປະຖົມສຶກສາ ໂດຍການສະໜັບສະໜູນຈາກແຜນງານບີຄວາ. ຮູບພາບສິ່ງທ້າທາຍຂອງບົດບາດຍິງຊາຍ ໄດ້ຖືກເພີ່ມເຂົ້າໃນການເປັນຕົວແທນຂອງແມ່ຍິງ ແລະ ບົດບາດຂອງແມ່ຍິງໃນສື່ການຮຽນການສອນ. “ພວກເຮົາໄດ້ເພີ່ມຕົວລະຄອນທີ່ເປັນເພດຍິງໃນປຶ້ມແບບຮຽນ; ເຊັ່ນວ່າ ຮູບ ແລະ ເລື່ອງລາວຂອງເດັກຍິງໄປໂຮງຮຽນ ຫຼື ເປັນຄູ. ຈຸດປະສົງແມ່ນເພື່ອປ່ຽນຄວາມຮັບຮູ້ ກ່ຽວກັບ ແມ່ຍິງ ແລະ ການສຶກສາ. ພວກເຮົາຢາກຝາກຂໍ້ຄວາມວ່າ ການສຶກສາສຳລັບເພດຍິງແມ່ນມີຄວາມສຳຄັນ, ແລະ ເພດຍິງກໍ່ສາມາດມີບົດບາດເທົ່າທຽມກັບເພດຊາຍໃນສັງຄົມໄດ້ເຊັ່ນດຽວກັນ”.
ເພື່ອເປັນການສະເຫຼີມສະຫຼອງວັນແມ່ຍິງສາກົນ, ທ່ານ ນ. ແສງເງິນ ໄດ້ກ່າວວ່າ “ໃນທັດສະນະຂອງຂ້າພະເຈົ້າ, ການສຶກສາສາມາດມີບົດບາດໃນການປ່ຽນແປງຄວາມຮັບຮູ້ກ່ຽວກັບບົດບາດຍິງຊາຍໄດ້ແນ່ນອນ ແລະ ຍັງຈະຊ່ວຍສ້າງຄວາມຮັບຮູ້ດ້ານບົດບາດຍິງຊາຍໃນໄວໜຸ່ມອີກດ້ວຍ.”