ຄູສອນຊັ້ນປະຖົມ ບໍ່ພຽງແຕ່ເປັນຜູ້ທີ່ສົ່ງຄວາມຮູ້ໃຫ້ແກ່ ນັກຮຽນຜູ້ໜຸ່ມນ້ອຍເທົ່ານັ້ນ ແຕ່ຄູສອນ ຍັງມີຄວາມຮັບຜິດຊອບ ໃນການເບິ່ງແຍງຄວາມປອດໄພ ແລະ ສຸຂະອະນາໄມ ຂອງນັກຮຽນ ທີ່ຢູ່ໃນໂຮງຮຽນຕື່ມອີກ. ດ້ວຍເຫດນີ້ ການຮັບປະກັນໃຫ້ເດັກນ້ອຍ ຮູ້ສຶກວ່າສະອາດ ແລະ ສະບາຍໃຈຢູ່ໂຮງຮຽນ ຈະຊ່ວຍສົ່ງເສີມການຮຽນຮູ້ຂອງ ພວກເຂົາ ແລະ ປ້ອງກັນພວກເຂົາຈາກການຂາດໂຮງຮຽນເນື່ອງຈາກເຈັບປ່ວຍ. ດັ່ງນັ້ນ, ຄູສອນຊັ້ນປະຖົມ ຈຶ່ງຄວນມີຄວາມຮູ້ ກ່ຽວກັບ ການເບິ່ງແຍງດ້ານສຸກຂະອະນາໄມ ແລະ ການປະຖົມພະຍາບານເບື້ອງຕົ້ນ ກ່ອນທີ່ພວກເຂົາ ຈະໄປເຮັດວຽກກັບເດັກນ້ອຍ.
ໃນທ້າຍເດືອນມິຖຸນາທີ່ຜ່ານມານີ້, ໄດ້ມີການຈັດກອງປະຊຸມ ສຳມະນາ ເປັນເວລາ 4 ວັນ ຢູ່ທີ່ວິທະຍາໄລຄູ ຫຼວງນໍ້າທາ ເພື່ອເປັນການແນະນຳ ກ່ຽວກັບວຽກງານ WASH ແລະ ຄວາມຮູ້ຕົວຈິງ ກ່ຽວກັບ ການປະຖົມພະຍາບານເບື້ອງຕົ້ນ ໃຫ້ແກ່ນັກຮຽນຄູຂອງແຜນງານບີຄວາ ທີ່ຫາກໍ່ຈົບໃໝ່ ຈຳນວນ 62 ຄົນ.
ຈຸດພິເສດຂອງກອງປະຊຸມສຳມະນາຄັ້ງນີ້ ແມ່ນການສົນທະນາເປັນກຸ່ມ ຂອງນັກຮຽນຄູທີ່ມີປະສິດຕິພາບ, ຊຶ່ງນັກຮຽນຄູ ໄດ້ມີໂອກາດສ່ອງແສງທົບທວນຄືນ ກ່ຽວກັບ ສິ່ງອຳນວຍຄວາມສະດວກ ເລື່ອງນໍ້າສະອາດ ແລະ ຄຸນນະພາບດ້ານສຸກຂະອະນາໄມ ໃນຊຸມຊົນຂອງຕົນ ແລະ ຍັງປຶກສາຫາລືກັນ ເພື່ອຊອກວິທີທາງແກ້ໄຂປັບປຸງນຳອີກ. ນອກຈາກນີ້, ພວກເຂົາ ຍັງໄດ້ຮຽນຮູ້ ກ່ຽວກັບ ການຊອກຫາຄວາມສ່ຽງ ແລະ ການແກ້ໄຂຄວາມສ່ຽງ ແລະ ໄພອັນຕະລາຍ ທີ່ອາດເກີດຂຶ້ນຢູ່ໃນໂຮງຮຽນນຳອີກ. ຍົກຕົວຢ່າງ: ພວກເຂົາໄດ້ສັງເກດວ່າ ຈະເກີດອັນຕະລາຍຫຍັງຂື້ນແດ່ ຖ້າວ່ານັກຮຽນແລ່ນຢູ່ເດີ່ນໂຮງຮຽນໄວເກີນໄປ, ຫຼື ຈະມີຄວາມສ່ຽງຫຍັງແດ່ ເມື່ອມີວັດຖຸແຫຼມຄົມ ຢູ່ໃນຫ້ອງຮຽນ.
ເພື່ອຮັບປະກັນໃຫ້ຊຸມຊົນ ມີຄວາມເຂົ້າໃຈທີ່ເລິກເຊິ່ງ ຂຶ້ນກວ່າເກົ່າ, ກອງປະຊຸມສຳມະນາ ຈະໄດ້ຂະຫຍາຍເພີ່ມເຕີມ ໂດຍຈະ ເຊີນເອົານັກຮຽນ, ຄູສອນ ແລະ ພໍ່ແມ່ຜູ້ປົກຄອງໃນບ້ານຕ່າງໆ ທີ່ຢູ່ໃນແຂວງເປົ້າໝາຍ ຂອງແຜນງານບີຄວາມາເຂົ້າຮ່ວມ ໃນຊ່ວງເດືອນກັນຍາ ຫາ ເດືອນທັນວາ 2018 ນີ້.
ແຜນງານບີຄວາ ມີເປົ້າໝາຍໃນການຊ່ວຍເຫຼືອເດັກຍິງ ແລະ ເດັກຊາຍ, ໂດຍສະເພາະແມ່ນ ເດັກທີ່ດ້ອຍໂອກາດ ດ້ານການສຶກສາ ໄດ້ຮຽນຈົບການສຶກສາຂັ້ນພື້ນຖານ ທີ່ມີຄຸນນະພາບ, ສາມາດອ່ານອອກຂຽນໄດ້, ຄິດໄລ່ໄດ້ ແລະ ມີທັກສະຊີວິດທີ່ຈຳເປັນອື່ນໆ.