ໂດຍການສະໜັບສະໜູນຂອງແຜນງານບີຄວາ, ອົງການສະຫະປະຊາຊາດສຳລັບເດັກ(ຫຼືUNICEF)ໄດ້ສະໜອງນ້ຳໃຊ້ ແລະສຸຂາພິບານໃຫ້ແກ່ເດັກນ້ອຍຢູ່ເຂດຊົນນະ ບົດແລະຫ່າງໄກສອກຫຼີກໃນສປປລາວ. ການປັບປຸງສະພາບແວດລ້ອມໃນການ ຮ່ຳຮຽນແມ່ນມີຄວາມສໍາຄັນ ແລະຈຳເປັນຕໍ່ກັບການພັດທະນາທີ່ດີຂອງເດັກນ້ອຍ ໂດຍສະເພາະແມ່ນເດັກນ້ອຍພິການ, ເດັກນ້ອຍທີ່ຢູ່ໃນເຂດຫ່າງໄກສອກຫຼີກ, ແລະເດັກຊົນເຜົ່າ.
ຈິດເປັນເດັກຍິງອາຍຸ9ປີມາຈາກຊົນເຜົ່າກື່ມມຸບ້ານໝົກໂຄກາງເຊິ່ງເປັນເຂດ ຫ່າງໄກສອກຫຼີກຢູ່ແຂວງອຸດົມໄຊ. ຈິດເປັນໂລກຜິວໜັງຂັ້ນຮຸນແຮງມາແຕ່ເກີດ ເຊິ່ງສົ່ງຜົນກະທົບຕໍ່ກັບຊີວິດປະຈໍາວັນ ແລະຄວາມສາມາດໃນການໃຊ້ຊີວິດໃນໄວ ເດັກຂອງລາວຄືກັນກັບໝູ່ຂອງລາວ. ລາວໄດ້ຮັບການປິ່ນປົວແຕ່ຕອນເກີດໃໝ່ເທົ່ານັ້ນ ເຊິ່ງກໍ່ເປັນການປິ່ນປົວທີ່ຊ່ວຍຮັກສາໄດ້ພຽງເລັກນ້ອຍ ແລະເນື່ອງຈາກຂາດແຄນ ທາງດ້ານການເງິນ ຄອບຄົວຂອງນາງຈິດຈິ່ງບໍ່ສາມາດຈ່າຍຄ່າປິ່ນປົວໄດ້ອີກ.
ຍິ່ງເວລາຜ່ານໄປ, ຈິດກໍ່ຍິ່ງໃຊ້ນິ້ວມື ແລະນິ້ວຕີນໄດ້ບໍ່ສະດວກ ແລະຢູ່ໜ້າຂອງລາວ ກໍ່ມີຮອຍບາດແຜທີ່ເກີດຈາກການປິ່ນປົວ.
ພໍ່ຂອງຈິດເວົ້າວ່າ: “ຈິດມີຄວາມຫຍຸ້ງຍາກຫຼາຍໃນການຍ່າງໄປໂຮງຮຽນ”. ໃນແຕ່ລະມື້, ຈິດໃຊ້ເວລາຍ່າງໄປໂຮງຮຽນປະມານ1ຊົ່ວໂມງໂດຍຄ່ອຍໆຍ່າງໄປຕາມທາງ ທີ່ເປັນເນີນພູໂດຍສະເພາະແມ່ນຊ່ວງລະດູຮ້ອນ ທີ່ມີອຸນຫະພູມສູງເຖິງ40ອົງສາ ແມ່ນເປັນເວລາທີ່ມີຄວາມລໍາບາກຫຼາຍ ແຕ່ວ່າຈິດເປັນເດັກນ້ອຍທີ່ມີຄວາມມຸ່ງໝັ້ນ ຕໍ່ກັບການຮຽນສູງ.
ຄວາມມຸ້ງໝັ້ນນັ້ນສະແດງອອກໃຫ້ເຫັນຢູ່ໃບໜ້າ ແລະດວງຕາຂອງລາວເວລາລາວຍ່າງອອກໄປໜ້າກະດານ ເພື່ອນໍາພາໝູ່ນັກຮຽນຢູ່ໃນຫ້ອງ ເຮັດບົດເຝິກຫັດເຊິ່ງລາວ ມ່ວນກັບຊ່ວງເວລາເຫຼົ່ານີ້.
ເມື່ອຮອດເວລາພັກຜ່ອນເດີ່ນໂຮງຮຽນທີ່ງຽບສະຫງົບ ກໍ່ກັບມາມີຊີວິດຊີວາ ກັບການຫຼິ້ນ ແລະການໂອ້ລົມກັນຂອງນັກຮຽນຈໍານວນ125ຄົນ. ນັກຮຽນຫຼາຍຄົນ ແລ່ນໄປດື່ມນໍ້າ ແລະໄປຫຼິ້ນກິລາເປຕັງ(ໝາກບູນ) ເຊິ່ງເປັນກິລາພື້ນບ້ານຊະນິດໜຶ່ງ ຂອງປະເທດຝຣັ່ງທີ່ນິຍົມຫຼິ້ນກັນຢູ່ທົ່ວໄປໃນ ສປປລາວ.
ໃນຂະນະທີ່ນັກຮຽນຊາຍກໍາລັງປ່ຽນຜຽນກັນກັບນັກຮຽນຍິງ ໂຍນໝາກບູນຢູ່ເດີ່ນໂຮງຮຽນນັ້ນ, ຈິດໄດ້ຄ່ອຍໆຍ່າງໄປຕາມລະບຽງຫ້ອງຮຽນຢ່າງຊ້າໆກັບໝູ່ ຄູ່ຂອງລາວ, ມັນໄດ້ສະແດງໃຫ້ເຫັນເຖິງຄວາມຕັ້ງໃຈຂອງລາວທີ່ ຈະຍ່າງແຕ່ໜ້າ ຫ້ອງຮຽນຈົນສຸດລະບຽງ ເພື່ອມາເບິ່ງໝູ່ເພື່ອນນັກຮຽນ ຢອກຫຼິ້ນກັນຢູ່ທີ່ເດີ່ນໂຮງຮຽນ.
ທີມງານເຮັດວຽກກ່ຽວກັບການສະໜອງນໍ້າໃຊ້ ແລະສຸຂາພິບານຂອງອົງການUNICEFປະຈໍາ ສປປລາວ ໄດ້ມາເຮັດວຽກຢູ່ບ້ານໝົກໂຄກາງ ແຂວງ ອຸດົມໄຊ ເພື່ອມາກວດກາເບິ່ງຫ້ອງນໍ້າ ແລະລະບົບນ້ຳທີ່ຫາກໍ່ສ້າງແລ້ວ. ບັນດາສິ່ງອໍານວຍຄວາມສະດວກເຫຼົ່ານີ້ມີທາງຂຶ້ນ ສໍາລັບຄົນພິການເຊິ່ງຊ່ວຍໃຫ້ນັກຮຽນພິການຄືກັບນາງຈິດ ສາມາດໃຊ້ຫ້ອງນໍ້າໄດ້ສະດວກຂຶ້ນ. ວຽກງານນີ້ເປັນວຽກງານທີ່ສໍາຄັນຢ່າງຍິ່ງສໍາລັບ ສປປລາວເຊິ່ງມີໂຮງຮຽນປະມານ57% ທີ່ຍັງບໍ່ມີນໍ້າໃຊ້ ແລະສຸຂາພິບານ ແລະບັນດາຊຸມຊົນຢູ່ເຂດຊົນນະບົດຍັງຖ່າຍແບບຊະຊາຍ. ສິ່ງອໍານວຍຄວາມສະດວກເຫຼົ່ານີ້ ຈະຊ່ວຍໃຫ້ເດັກນ້ອຍຄືກັບ ນາງຈິດສາມາດເຂົ້າເຖິງ ສຸຂາພິບານໃນໂຮງຮຽນ ໄດ້ງ່າຍຂຶ້ນ.