ວັນທີ 3 ທັນວາ ແມ່ນວັນຄົນພິການສາກົນ. ຫົວຂໍ້ຂອງອົງການສະຫະປະຊາຊາດປີນີ້ ແມ່ນສຸມໃສ່ການເຮັດໃຫ້ຄົນພິການ ມີສ່ວນຮ່ວມ, ມີສິດທິສະເໝີພາບ, ແລະ ການພັດທະນາແບບຍືນຍົງ ຊຶ່ງເປັນສ່ວນໜຶ່ງຂອງວາລະການພັດທະນາແບບຍືນຍົງປີ 2030.
ໃນຊຸມປີທີ່ຜ່ານມາ, ສປປ ລາວ ໄດ້ມີການປັບປຸງການມີສ່ວນຮ່ວມໃນສັງຄົມ ແລະ ການຊ່ວຍເຫຼືອຄົນພິການ ນັບມື້ນັບເພີ່ມຂຶ້ນ. ສັງຄົມໄດ້ມີຄວາມຮັບຮູ້ຫຼາຍຂຶ້ນວ່າ ຄົນພິການຕ້ອງໄດ້ຮັບຮູ້ສິດທິພື້ນຖານຂອງເຂົາເຈົ້າ. ຄົນພິການ ໄດ້ຮັບການສົ່ງເສີມໃຫ້ມີບົດບາດໃນການເປັນຕົວແທນ, ການເປັນຜູ້ນຳ ແລະ ຮັບໜ້າທີ່ຕ່າງໆ ບໍ່ສະເພາະແຕ່ໃນປະເທດ ແຕ່ຍັງແມ່ນລະດັບພາກພື້ນ ແລະ ລະດັບສາກົນ. ຕົວຢ່າງ, ເມື່ອບໍ່ດົນມານີ້ ປະເທດລາວ ໄດ້ຮັບຫຼຽນຄຳເປັນຄັ້ງທຳອິດຈາກກິລາຍົກນ້ຳໜັກ ໃນອາຊຽນ ພາລາ ເກມ ຊຶ່ງເປັນການແຂ່ງຂັນກິລາຢ່າງເປັນທາງການສຳລັບນັກກິລາພິການອາຊຽນ ທີ່ຈັດຂຶ້ນໃນເດືອນຕຸລາທີ່ຜ່ານມາ ທີ່ປະເທດອິນໂດເນເຊຍ.
ໃນດ້ານລະບົບການສຶກສາໃນຕໍ່ໜ້າ ແມ່ນຈະໄດ້ສົ່ງເສີມການມີສ່ວນຮ່ວມຂອງເດັກພິການໃຫ້ຫຼາຍຂຶ້ນ, ແຜນງານບີຄວາມມີີຄວາມພາກພູມໃຈ ທີ່ໄດ້ຈັດຕັ້ງປະຕິບັດກິດຈະກຳ ທີ່ຈະຊ່ວຍສົ່ງເສີມການເຂົ້າເຖິງ ແລະ ການມີສ່ວນຮ່ວມຂອງເດັກພິການ ຢູ່ໂຮງຮຽນອະນຸບານ ໂດຍຜ່ານກຸ່ມອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານຂອງແຜນງານບີຄວາຄື ອົງການແພລນສາກົນ, ອົງການຊາຍຟັນ, ອົງການຊ່ວຍເຫຼືອເດັກ, ແລະ ອົງການສຸພະນິມິດ. ໂຄງການຂອງອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ເຮັດວຽກເພື່ອຮັບປະກັນວ່າເດັກໝົດທຸກຄົນ, ໂດຍສະເພາະເດັກທີ່ບໍ່ສາມາດອ່ານ ແລະ ເວົ້າພາສາລາວໄດ້, ເດັກຍິງ ແລະ ເດັກພິການ ຢູ່ 171 ໂຮງຮຽນດ້ອຍໂອກາດໄດ້ເຂົ້າຮຽນ ແລະ ສຳເລັດການສຶກສາຂັ້ນພື້ນຖານ ໂດຍການສະໜັບສະໜູນຈາກຜູ້ປົກຄອງ ແລະ ຊຸມຊົນຂອງພວກເຂົາ.
ເພື່ອເປັນການສະເຫຼີມສະຫຼອງວັນຄົນພິການສາກົນ, ພວກເຮົາຂໍເຊີນທ່ານອ່ານເລື່ອງຂອງ ນ. ໃຫຍ່, ເດັກຍິງທີ່ໄດ້ຮັບການສະໜັບສະໜູນຈາກໂຄງການອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ຢູ່ແຂວງຄຳມ່ວນ.
ບ້ານຊອກທາງ ແມ່ນບ້ານຫ່າງໄກສອກຫຼີກ ຂອງຊຸມຊົນເຜົ່າຜູ້ໄທ ຢູ່ເມືອງໄຊບົວທອງ, ແຂວງຄຳມ່ວນ. ໂຮງຮຽນປະຖົມຂອງບ້ານ ມີນັກຮຽນປະມານ 100 ຄົນ ເຂົ້າຮຽນຂັ້ນ ປ. 1 ເຖິງ ປ. 5 ຊຶ່ງເປັນໜຶ່ງໃນ 22 ບ້ານເປົ້າໝາຍຂອງເມືອງ ທີ່ແຜນງານບີຄວາ ກຳລັງຈັດຕັ້ງປະຕິບັດກິດຈະກຳ ເພື່ອປັບປຸງການເຂົ້າເຖິງ ແລະ ການມີສ່ວນຮ່ວມຂອງເດັກໃນການສຶກສາ, ໂດຍມີຈຸດສຸມພິເສດແມ່ນເດັກພິການ.
ນ. ໃຫຍ່ ມີຄວາມບົກພ່ອງທາງດ້ານຮ່າງກາຍໃນລະດັບກາງ ເນື່ອງມາຈາກຄວາມຜິດປົກກະຕິທາງສະໝອງ (ກ້້າມຊີ້ນອ່ອນແຮງ ເຮັດໃຫ້ມີການເໜັງຕີງຜິດປົກກະຕິ) ຊຶ່ງເຮັດໃຫ້ລາວຍ່າງບໍ່ທ່ຽງ. ລາວມີຄວາມຫຍຸ້ງຍາກໃນການຈັບສໍຂຽນເປັນເວລາດົນ ແລະ ເຂີຍອາຍເວລາຢູ່ກັບຄົນແປກໜ້າ. ການເຂົ້າຮຽນສຳລັບລາວ ໝາຍຄວາມວ່າ ລາວຕ້ອງຍ່າງ 3 ກມ ກັບໝູ່ຂອງລາວທຸກເຊົ້າ ຊຶ່ງມັນເປັນໄລຍະທີ່ໄກໂພດຖ້າລາວຈະຍ່າງກັບເມືອກິນເຂົ້າຢູ່ເຮືອນແລ້ວຍ່າງກັບມາຮຽນຄືນໃນຕອນສວາຍ. ສະນັ້ນ ລາວຈຶ່ງຖືເຂົ້າໄປກິນຢູ່ໂຮງຮຽນ. ບາງມື້ ແມ່ຕູ້ຂອງລາວກໍ່ໄປຮ່ວມກິນເຂົ້ານຳລາວຢູ່ໂຮງຮຽນ.
ໃນຕອນເປີດສົກຮຽນໃໝ່, ຄູສອນຢູ່ໂຮງຮຽນປະຖົມບ້ານຊອກທາງໄດ້ເຂົ້າຮ່ວມກອງປະຊຸມການສຶກສາຮຽນຮ່ວມຄົນພິການ ຈັດຂຶ້ນສຳລັບຄູ ເປັນໄລຍະເວລາ 5 ວັນ ໂດຍໂຄງການຂອງແຜນງານບີຄວາ. ຕອນທີ່ ນ. ໃຫຍ່ ເຂົ້າຮຽນ, ຄູຂອງລາວຊື່ວ່າ ທ່ານ ບຸນທະວັນ ໄດ້ສັງເກດເຫັນວ່າລາວຕ້ອງການຄວາມຊ່ວຍເຫຼືອເພີ່ມເຕີມ.
ດັ່ງນັ້ນ ທ່ານ ບຸນທະວັນ ຈຶ່ງສ້າງແຜນການສຶກສາຮຽນຮ່ວມ ເພື່ອຊ່ວຍການຮຽນຂອງລາວ. ຕອນທີ່ ນ. ໃຫຍ່ ມີຄວາມຫຍຸ້ງຍາກໃນການຈັບສໍຂຽນ, ທ່ານ ບຸນທະວັນ ໄດ້ສ້າງເຄື່ອງຊ່ວຍຄ້ຳສໍໃຫ້ລາວ ຕາມທີ່ລາວໄດ້ເຫັນການສາທິດໃນກອງປະຊຸມ. ໃນເດືອນມັງກອນ, ຄູຂອງ ນ. ໃຫຍ່ ແລະ ແມ່ຕູ້ຂອງລາວ ໄດ້ເຂົົ້າຮ່ວມກິດຈະກຳເປັນເວລາ 2 ວັນ ເພື່ອຊ່ວຍແນະນຳການຊ່ວຍເຫຼືອການສອນ ແລະ ວິທີການຕ່າງໆ ເພື່ອຊ່ວຍເຫຼືອລາວຢຸ່ໂຮງຮຽນ ແລະ ຢູ່ບ້ານ. ເມື່ອທີມແພດເຂົ້າມາຢ້ຽມຢາມບ້ານຊອກທາງໃນເດືອນກຸມພາ, ນ. ໃຫຍ່ ແລະ ແມ່ຕູ້ຂອງລາວໄດ້ພົບກັບທ່ານໝໍ ຜູ້ແນະນຳການກາຍະບຳບັດ ເພື່ອສ້າງຄວາມແຂງແຮງ ແລະ ປັບປຸງຄວາມຍືດຍຸ່ນຂອງກ້າມເນື້ອ. ແຜນງານບີຄວາ ກໍ່ຍັງໄດ້ຊ່ວຍເຫຼືອລົດຖີບ ເພື່ອເຮັດໃຫ້ ນ. ໃຫຍ່ ສາມາດທຽວໄປໂຮງຮຽນໄດ້ຢ່າງສະດວກ.
ປະຈຸບັນ ນ. ໃຫຍ່ ກຳລັງມ່ວນຊື່ນກັບການຮຽນກັບໝູ່ຂອງລາວທຸກມື້ ໂດຍສະເພາະການຮຽນວິຊາແຕ້ມຮູບ. ລາວຍັງເປັນສະມາຊິກກຸ່ມການອ່ານ ທີ່ຈັດຂຶ້ນຢູ່ບ້ານຂອງລາວທຸກໆວັນພຸດຕອນສວາຍ ຊຶ່ງລາວໄດ້ເຂົ້າຮ່ວມຮ້ອງເພງ, ຫຼິ້ນເກມ ແລະ ຟັງນິທານຢ່າງກະຕືລືລົ້ນ. ໂຄງການດັ່ງກ່າວ ໄດ້ສະໜັບສະໜູນຄອບຄົວ ນ. ໃຫຍ່, ຄູ ແລະ ຊຸມຊົນ ໃນການຊ່ວຍເຫຼືອໃຫ້ລາວເຮັດໃນສິ່ງທີ່ລາວຕ້ອງການ ໂດຍບໍ່ມີອຸປະສັກຈາກຄວາມພິການ.
*ເພື່ອເປັນການປົກປ້ອງສິດທິຂອງເດັກ ຕາມລະບຽບການຂອງກະຊວງການຕ່າງປະເທດ ແລະ ການຄ້າອົດສະຕຣາລີ, ຊື່ແທ້ຂອງເດັກໄດ້ຖືກປ່ຽນເປັນນາມສົມມຸດ ເພື່ອປົກປ້ອງຕົວຕົນຂອງເດັກ.