Menu

ຄະນະຮັບຜິດຊອບຄຸ້ມຄອງແຜນງານບີຄວາ ໄດ້ຮັບຮອງເອົາແຜນການຈັດຕັ້ງປະຕິບັດງານ 2018-2020 ຢ່າງເປັນທາງການ ຊຶ່ງໄດ້ເນັ້ນໃສ່ກິດຈະກຳຫຼັກຂອງແຜນງານ ໃນການປັບປຸງການສຶກສາຊັ້ນປະຖົມໃນ ສປປ ລາວ ເຊັ່ນ ພັດທະນາ ແລະ ຈັດຕັ້ງປະຕິບັດຫຼັກສູດຊັ້ນປະຖົມສຶກສາ ສະບັບປັບປຸງໃໝ່.

SC001_BQ

SC002_BQ

SC003_BQ

ກອງ​ປະ​ຊຸ​ມ​ຂອງຄະ​ນະ​ຮັບ​ຜິ​ດ​ຊອບ​ຄຸ້ມ​ຄອງ​ແຜນ​ງານ​ບີ​ຄວາ ໄດ້​ຈັດ​ຂຶ້ນ​ໃນວັນທີ 11 ທັນວາ ​2018 ທີ່ຜ່ານມານີ້ ພາຍ​ໃຕ້​ການ​ເປັນ​ປະ​ທານ​ຂອງ ທ່ານ ນາງ ແສງເດືອນ ຫຼ້າຈັນທະບູນ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ທ່ານ ຈ໋ອງ ເບີນາດ ຄາຣາສໂກ ເອກອັກຄະລັດຖະທູດ ອົດສະຕຣາລີ ປະຈໍາ ສປປ ລາວ ແລະ ທ່ານ ລີໂອ ຟາເບີ ເອກອັກຄະລັດຖະທູດ ສະຫະພາບເອີຣົບ ປະຈໍາ ສປປ ລາວ. ຜູ້​ເຂົ້າ​ຮ່ວມກອງ​ປະ​ຊຸມປະ​ກອບມີຜູ້​ຕາງ​ໜ້າ​ລະ​ດັບ​ສູງຈາກກົມທີ່​ກ່ຽວ​ຂ້ອງ​ຂອງ​ກະ​ຊວງ​ສຶກ​ສາ​ທິ​ການ ແລະ ກິ​ລາ, ກະ​ຊວງ​ແຜນ​ການ ແລະ ການ​ລົງ​ທຶນ, ຫ້ອງວ່າ​ການ​ປົກ​ຄອງແຂວງ, ພະ​ແນກ​ສຶກ​ສາ​ທິ​ການ ແລະ ກິ​ລາ​ແຂວງ​ເປົ້າ​ໝາຍ, ແລະ ຄູ່​ຮ່ວມ​ພັດ​ທະນາຕ່າງໆ ທີ່​ກ່ຽວ​ຂ້ອງ.

ຈຸດ​ປະ​ສົງ​ຂອງກອງ​ປະ​ຊຸມແມ່ນ​ເພື່ອ​ນຳ​ສະ​ເໜີ​ຜົນ​ໄດ້​ຮັບ​ຈາກກອງປະ​ຊຸມ​ຄະ​ນະ​ວິ​ຊາ​ການ​ຂອງ​ແຜນ​ງານ​ບີ​ຄວາ ທີ່​ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 30 ພະ​ຈິກ 2018 ​ທີ່​ກະ​ຊວງ​ສຶກ​ສາ​ທິ​ການ ແລະ ກິ​ລາ. ກອງ​ປະ​ຊຸມ​ດັ່ງ​ກ່າວ​ໄດ້​ພິ​ຈາ​ລະ​ນາ​ສະ​ເໜີ​ຮັບ​ຮອງເອົາ​ແຜນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ງານ​ຂອງ​ແຜນ​ງານ​ບີ​ຄວາ 2018 – 2020.

“ແຜນ​ງານ​ບີ​ຄວາແມ່​ນແຜນ​ງານ​​ທີ່​ມີໄລ​ຍະເວ​ລາ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ 10 ປີ ທີ່​ສະ​ໜັບ​ສະ​ໜູນໂດຍ​ລັດ​ຖະ​ບານ​ອົດ​ສະ​ຕ​ຣາ​ລີ, ສະ​ຫະ​ພາບ​ເອີ​ຣົບ, ແລະ ຄູ່​ຮ່ວມ​ພັດ​ທະ​ນາ​ອື່ນໆ ເຊັ່ນ ອົງ​ການພັດ​ທະ​ນາ​ສາ​ກົນ​ຂອງ​ປະ​ເທດ​ສະ​ຫະ​ລັດ​ອາ​ເມ​ລິ​ກາ (USAID). ໃນ​ນີ້ ແຜນ​ງານ​ບີ​ຄວາ​ໄລ​ຍະ​ 1 ແມ່ນ​ໄດ້​ຈັດ​ຕັ້ງ​ປະ​ຕິ​ບັດຄຽງ​ຄູ່​ກັບ​ແຜນ​ພັດ​ທະ​ນາ​ຂະ​ແໜງ​ການ​ສຶກ​ສາ ແລະ ກິ​ລາ (2016-2020) ແລະ ແຜນ​ພັດ​ທະ​ນາ​ເສດ​ຖະ​ກິດສັງ​ຄົມ (2016-2020) ແລະ ຈະ​ສືບ​ຕໍ່​ຈັດ​ຕັ້ງ​ປະ​ຕິ​ບັດ​ຄຽງ​ຄູ່​ກັບ​​ແຜນ​ດັ່ງ​ກ່າວ​ໃນໄລ​ຍະ​ຕໍ່​ໄປ​ຕາມ​ລຳ​ດັບ. ການຈັດຕັ້ງປະຕິບັດວຽກງານຂອງແຜນງານບີຄວາ ໃນໄລຍະ 3 ປີຜ່ານມາ ເຫັນໄດ້ວ່າມີຫຼາຍວຽກງານໄດ້ຮັບຜົນສໍາເລັດ ເຊັ່ນ: ການປັບປຸງພັດທະນາຫຼັກສູດແຫ່ງຊາດຊັ້ນປະຖົມສຶກສາ, ການເຝິກອົບຮົມຄູ, ການກໍ່ສ້າງພື້ນຖານໂຄງລ່າງ ແລະ ວຽກອື່ນໆ.” ທ່ານນາງ ແສງເດືອນ ຫຼ້າຈັນທະບູນ ກ່າວ.

ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູ​ດ​ອົດ​ສະ​ຕ​ຣາ​ລີ ໄດ້​ຍ້ຳ​ຄືນ​ເຖິງ​ເປົ້າ​ໝາຍ​ຂອງ​ແຜນງານ ກໍ​ຄື​ການ​ສະ​ໜັບ​ສະ​ໜູນ​ບຸ​ລິ​ມະ​ສິດ​ຂອງ​ກະ​ຊວງ​ສຶກ​ສາ​ທິ​ການ ແລະ ກິ​ລາ ໂດຍ​ສະ​ເພາະ​ການ​ຫຼຸດຜ່ອນຄວາມ​ແຕກ​ໂຕນ​ໃນ​ການ​ພັດ​ທະ​ນາ​ການ​ສຶກ​ສາ. ເປົ້າ​ໝາຍ​ຂອງ​ແຜນ​ງານ​ບີ​ຄວາ ແມ່ນ​ສົ່ງ​ເສີມໃຫ້ເດັກ​ຍິງ ແລະ ເດັກ​ຊາຍ ໃນ​ເກນ​ອາ​ຍຸ​ເຂົ້າ​ຮຽນ​ຊັ້ນ​ປະ​ຖົມ ໂດຍ​ສະ​ເພາະ ແມ່​ນ​ເດັກ​ດ້ອຍໂອ​ກາດ​ຈຳ​ນວນຫຼາຍ​ຂຶ້ນ ສາ​ມາດ​ອ່ານ​ອອກ​ຂຽນ​ໄດ້, ສາ​ມາດ​ຄິດ​ໄລ່​ເລກ​ຂັ້ນ​ພື້​ນ​ຖານ ແລະ ມີ​ທັກ​ສະ​ຊີ​ວິ​ດ​ທີ່​ຈຳ​ເປັນ​ອື່ນ​ໆ, ທ່ານທູດຄ​າ​ຮາສໂກ້​ກ່າວ. ທ່ານ​​ເອກ​ອັກ​ຄະ​ລັດ​ຖະ​ທູດ​ອີ​ຢູ ກໍ​ໄດ້​ຍ້ອງຍໍຊົມເຊີຍກະ​ຊວງສຶກ​ສາ​ທິ​ການ ແລະ ກິ​ລາ ໃນ​ການ​ພັດ​ທະ​ນາຫຼັກ​ສູດ​ສະ​ບັບ​ປັບ​ປຸງ​ໃໝ່​ ໃຫ້ມີ​ການ​ຮຽນ​ຮ່ວມຫຼາຍ​ຂຶ້ນ.

ຜູ້ເຂົ້າຮ່ວມໄດ້​ປຶກ​ສ​າ​ຫາ​ລື ແລະ ຮັບ​ຮອງ ກິດ​ຈະ​ກຳຫຼັກ​ຂອງ​ແຜນ​ງານໃນ​ໄລ​ຍະ 2 ປີ​ຕໍ່​ໜ້າ, ຊຶ່ງ​ໃນ​ນີ້ ກໍ​ແມ່ນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດຫຼັກ​ສູດ​ຊັ້ນ​ປະ​ຖົມ​ສຶກ​ສາ​ສະ​ບັບ​ປັບ​ປຸງ​ໃໝ່ ເລິ່ມ​ແຕ່​ຂັ້ນ ປ. 1 ໃນ​ເດືອນ​ກັນ​ຍາ 2019. ​ຜູ້​ຕາງ​ໜ້າ​ຈາກ​ກົມ​ທີ່ກ່ຽວຂ້ອງຂອງກະຊວງ​ສຶກ​ສາທິການ ແລະ ກິ​ລາ ໄດ້ຂຶ້ນ​ນຳ​ສ​ະເໜີ ກ່ຽວ​ກັບ ຫຼັກ​ສູດ​ສະ​ບັບ​ປັບ​ປຸງ​ໃໝ່ ແລະ ສື່​ການ​ຮຽນ​ການ​ສອນ, ແຜນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ການ​ຝຶກ​ອົບ​ຮົມ​ຄູ​ປະ​ຈຳ​ການ ແລະ ແຜນ​ການ​ສື່​ສານ. ປະ​ທານກອງ​ປະ​ຊຸມ​ໄດ້​ເນັ້ນ​ເຖິງ​ຄວາມ​ສຳ​ຄັນຂອງ​ການມີ​ສ່ວນ​ຮ່ວມ​ລະ​ຫວ່າງຂັ້ນ​ສູນ​ກາງ ແລະ ທ້ອງ​ຖິ່ນ ເພື່ອ​ເຮັດ​ໃຫ້​ການ​ຈັດ​ຕັ້ງ​ປະ​ຕິ​ບັດຫຼັກ​ສູ​ດ​ສະ​ບັບ​ປັບ​ປຸງ​ໃໝ່​ປະ​ສົບ​ຜົນ​ສຳ​ເລັດ ກໍ​ຄື​ການ​ຝຶກ​ອົບ​ຮົມ​ທີ່ຈຳ​ເປັນ​ໃຫ້​ແກ່​ຄູ​ໃນ​ການສອນ​ຢູ່​ໃນ ແລະ ນອກ​ຫ້ອງ​ຮຽນ. ຫຼັກ​ສູດ​​ຊັ້ນ​ປະ​ຖົມ​ສຶກ​ສາສະ​ບັບປັບ​ປຸງໃໝ່ ​ແມ່ນ​ມີ​ຄວາມ​ສຳ​ຄັນຫຼາຍ​ໃນ​ການ​ປັບ​ປຸງ​ຄຸນ​ນະ​ພາບ​ຂອງ​ຜົນ​ການ​  ຮຽ​ນຂອງ​ເດັກ​ນ້ອຍ​ລາວ. ແຕ່​ສິ່ງ​ດັ່ງ​ກ່າວ ກໍ​ເປັນ​ໜ້າວ​ຽກ​ໃຫຍ່​ທີ່​ຕ້ອງ​ການ​ການ​ຮ່ວມ​ມື​ອັນ​ແໜ້ນ​ແຟ້ນ ແລະ ການສະ ​ໜັບ​ສະ​ໜູນ​ຈາກທຸກ​ພາກ​ສ່ວນ​ນັບ​ແຕ່​ຂັ້ນ​ສູນ​ກາງ​ຮອດ​ຂັ້ນ​ທ້ອງ​ຖິ່ນ.

ໃນ​ການ​ປິ​ດກອງ​ປະ​ຊຸມ, ທ່ານ​ລັດ​ຖະ​ມົນ​ຕີ​ໄດ້​ເນັ້ນ​​ວ່າ ຜົນ​ຂອງກອງ​ປະ​ຊຸມ​ຄະນະຮັບຜິດຊອບການຄຸ້ມຄອງແຜນງານບີຄວາໃນຄັ້ງ​ນີ້ ​ຕ້ອງ​ໄດ້​ຮັບ​ການ​ເຜີຍ​ແຜ່​ຢ່າງ​ທົ່ວ​ເຖິງທົ່ວ​ປະເທດ ແລະ ​ນຳ​ໃຊ້​ເປັນ​ບ່ອນ​ອີງ​ໃນ​ການ​ວາ​ງແຜນ​​ໃນ​ຕໍ່​ໜ້າ ເພື່ອ​ໃຫ້​ບັນ​ລຸ​ເປົ້າ​ໝາຍການ​ຈັດ​ຕັ້ງ​ປະ​ຕິ​ບັດ​ຢ່າງ​ມີ​ປະ​ສິດ​ຕິ​ພາບ ແລະ ປະ​ສິດ​ຕິ​ຜົນ.