ກະຊວງສຶກສາທິການ ແລະ ກິລາ ກຳລັງພັດທະນາຫຼັກສູດຊັ້ນປະຖົມສຶກສາແຫ່ງຊາດ ສະບັບປັບປຸງໃໝ່ ໃນນັ້ນລວມມີຊຸດຄູ່ມືການຮຽນ-ການສອນ ແລະ ຊຸດປຶ້ມແບບຮຽນໃຫ້ນັກຮຽນ ແລະ ຄູສອນ ໂດຍໄດ້ຮັບການສະໜັບສະໜູນ ຈາກລັດຖະບານອົດສະຕຣາລີ ແລະ ສະຫະພາບເອີຣົບ. ການພັດທະນາຫຼັກສູດດັ່ງກ່າວ ໄດ້ເລີ່ມແຕ່ເດືອນ ກັນຍາ 2019 ໃນການພັດທະນາແຕ່ລະຂັ້ນໃນແຕ່ລະປີ.
ໃນອາທິດຜ່ານມາ, ທ່ານ ປອ ອ່ອນແກ້ວ ນວນນະວົງ, ຜູ້ອຳນວຍການສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ແລະ ກິລາ ໄດ້ເຂົ້າຮ່ວມເປັນປະທານເປີດກອງປະຊຸມ 5 ວັນ ກ່ຽວກັບ “ກອງປະຊຸມກວດແກ້ ແລະ ປັບປຸງຂັ້ນສຸດທ້າຍ ສຳລັບຫຼັກສູດຊັ້ນປະຖົມສຶກສາ ຂັ້ນ ປ.3” ຢູ່ທ່າລາດ, ແຂວງວຽງຈັນ, ແລະ ປະຈຸບັນ ຄະນະທີມງານວິຊາການ ກຳລັງດຳເນີນການກວດແກ້ຂັ້ນສຸດທ້າຍຄັ້ງທີ 2 ເປັນເວລາ 3 ວັນ ທີ່ ສວສ.
ໃນຂະນະກ່າວເປີດກອງປະຊຸມ, ທ່ານ ປອ ອ່ອນແກ້ວ ນວນນະວົງ, ໄດ້ ແນະນຳໃຫ້ຄະນະທີມງານວິຊາການຂຽນຫຼັກສູດ ເອົາໃຈໃສ່ ເຮັດວຽກຢ່າງຂຸ້ນຂ້ຽວດ້ວຍຄວາມຮັບຜິດຊອບສູງ ແລະ ນຳເອົາບົດຮຽນທີ່ຖອດຖອນໄດ້ຈາກການປັບປຸງຫຼັກສູດຊັ້ນປະຖົມສຶກສາ ຂັ້ນປ.1 ແລະ ຂັ້ນປ.2 ໃຫ້ມີຄວາມຖືກຕ້ອງສອດຄ່ອງ ແລະ ພ້ອມທີ່ຈະນຳສະເໜີໃຫ້ຄະນະກຳມະການ ໄດ້ພິຈາລະນາ ເພື່ອຂໍອະນຸມັດຮັບຮອງຕາມແຜນທີ່ວາງໄວ້ໃນກາງເດືອນ ພະຈິກ ນີ້.
ຫຼັກສູດທີ່ໄດ້ຮັບການປັບປຸງໃໝ່ ແມ່ນໄດ້ສົ່ງເສີມວິທີການສອນແບບໃໝ່ທີ່ເນັ້ນໃຫ້ນັກຮຽນໄດ້ປະຕິບັດຕົວຈິງ ແລະ ມີສ່ວນຮ່ວມ. ນັກຮຽນຈະໄດ້ຮຽນຮູ້ໂດຍຜ່ານປະສົບການ ແລະ ການປະຕິບັດຕົວຈິງໂດຍນຳໃຊ້ຄວາມຮູ້ໃໝ່ໆຂອງພວກເຂົາເຈົ້າ. ທັງໝົດນີ້ໄດ້ເປັນການຢືນຢັນ ໃຫ້ເຫັນເຖິງການປ່ຽນແປງຢ່າງຫຼວງຫຼາຍໃນການຮຽນ-ການສອນແບບໃໝ່ ແລະ ວິທີການສອນໃນຫຼັກສູດຊັ້ນປະຖົມສຶກສາ ຂັ້ນປ.3ນີ້.
ສໍາລັບ ຊຸດປຶ້ມແບບຮຽນສະບັບປັບປຸງໃໝ່ນີ້ ຈະມີສີສັນ ແລະ ຮູບພາບປະກອບ ເພື່ອເພີ້ມຄວາມສົນໃຈ ແລະ ເພີ້ມຄວາມຈື່ຈຳຂອງນັກຮຽນ. ນອກນີ້ ຍັງມີຮູບແຕ້ມ, ຮູບພາບ ແລະ ພາບວາດຫຼາຍຂື້ນ ເພື່ອຊ່ວຍໃຫ້ນັກຮຽນເຂົ້າໃຈໄດ້ງ່າຍ ແລະ ຍັງມີຫຼາຍກິດຈະກຳທີ່ສາມາດເຮັດໃຫ້ນັກຮຽນໄດ້ຮຽນຮູ້ໂດຍການປະຕິບັດຕົວຈິງ.
ສຳລັບຊຸດຄູ່ມືຄູ ສະບັບປັບປຸງໃໝ່ ແມ່ນເຄື່ອງມືທີ່ນຳໃຊ້ໄດ້ງ່າຍໃນການສືບຕໍ່ການປະເມີນ ເພື່ອສ້າງໂອກາດໃນການສ້າງຄວາມຄິດແບບວິເຄາະວິໄຈ, ການຮຽນແບບເນັ້ນການປະຕິບັດຕົວຈິງ, ແລະ ການຮຽນຮູ້ແບບເພື່ອນຊ່ວຍເພື່ອນ. ໃນປີນີ້, ການອອກແບບເນື້ອໃນບົດອ່ານເປັນສອງຖັນໃນຊຸດປຶ້ມຄູ່ມືຄູ ໄດ້ພັດທະນາຂຶ້ນໂດຍເພີ້ມສີສັນ, ເພີ້ມໜ້າເຈ້ຍທີ່ເປັນສີຂາວ ແລະ ຫຼຸດຜ່ອນຄວາມໜາແໜ້ນຂອງບົດບໍ່ໃຫ້ມີໂຕໜັງສືຕິດກັນຫຼາຍ ເພື່ອເຮັດໃຫ້ຄູສອນ ໄດ້ເຂົ້າໃຈແລະນຳໃຊ້ໄດ້ງ່າຍຂື້ນ. ຊຸດຄູ່ມືດັ່ງກ່າວ ໄດ້ມີການປ່ຽນແປງຫຼາຍຂຶ້ນ ເພາະມັນເປັນຮູບແບບໃໝ່ທີ່ທ້າທາຍ ເພື່ອເຮັດໃຫ້ຄູສອນໄດ້ອ່ານ ແລະ ເຮັດຕາມຫຼາຍຂື້ນ. ໃນຮູບແບບຂອງຊຸດຄູ່ມືຄູນີ້ ໄດ້ອອກແບບໃຫ້ຄູສອນ ນໍາໃຊ້ໄດ້ງ່າຍໃນເວລາແຕ່ງບົດສອນ, ແລະ ສາມາດຊອກຫາຂໍ້ມູນ ແລະ ເຕັກນິກການສອນໄດ້ໄວຂຶ້ນ ໃນເວລາສິດສອນໃນຫ້ອງຮຽນ.ຫຼັກສູດ ສະບັບປັບປຸງໃໝ່ນີ້ ໄດ້ປະສົມປະສານເນື້ອໃນ ແລະ ການຝຶກປະຕິບັດທີ່ສົ່ງເສີມຄວາມສະເໜີພາບ ແລະ ການມີສ່ວນຮ່ວມຂອງສັງຄົມ ເຊີ່ງປຶ້ມແບບຮຽນ ໄດ້ມີການກວດຄືນເນື້ອໃນຢ່າງລະອຽດ ເພື່ອຮັບປະກັນວ່າຫຼັກສູດສະບັບປັບປຸງໃໝ່ນີ້ ຖືກຕ້ອງ ແລະ ມີຄວາມສະເໝີພາບຕໍ່ກັບເດັກນ້ອຍທຸກຄົນ ລວມທັງຮູບພາບປະກອບ ທີ່ເນັ້ນໃຫ້ເຫັນບົດບາດຍິງ-ຊາຍ ແລະ ການສຶກສາຮຽນຮ່ວມ (G&IE). ແຜນງານບີຄວາ ໄດ້ມີຂໍ້ແນະນຳ ແລະ ມີບັນຊີລາຍການ ເພື່ອກວດເບິ່ງຮູບພາບປະກອບ ແລະ ຮູບແຕ້ມທີ່ນໍາໃຊ້ເຂົ້າໃນປຶ້ມຫຼັກສູດ.
ໃນພາກແນະນຳລວມ ຂອງປຶ້ມຄູ່ມືຄູສະບັບປັບປຸງໃໝ່ ໄດ້ແນະນຳເພີ້ມເຕີມກ່ຽວກັບເຕັກນິກການສອນ ໃຫ້ນັກຮຽນທີ່ເວົ້າພາສາລາວບໍ່ໄດ້. ໃນທຸກໆວິຊາ ໄດ້ມີການແນະນຳເພີ້ມເຕີມ ເພື່ອຊ່ວຍໃຫ້ຄູສອນ ລວມທັງນັກຮຽນທີ່ໃຊ້ພາສາທຳອິດທີ່ບໍ່ແມ່ນພາສາລາວ ແລະ ໃນວິຊາພະລະສຶກສາໄດ້ມີການແນະນຳພີເສດໃຫ້ກັບຄູສອນ ເພື່ອຊ່ວຍໃຫ້ນັກຮຽນພິການ ໄດ້ເຂົ້າຮ່ວມປະຕິບັດກິດຈະກຳ.
ການສະໜັບສະໜູນ ແລະ ການຮ່ວມມືລະຫວ່າງ ກະຊວງສຶກສາທິການ ແລະ ກິລາ ແລະ ລັດຖະບານອົດສະຕຣາລີ ໃນການພັດທະນາຫຼັກສູດຊັ້ນປະຖົມສຶກສາ ຂັ້ນປ.3. ນັກຮຽນທຸກຄົນ ຈະໄດ້ຮັບຊຸດປຶ້ມແບບຮຽນສະບັບປັບປຸງໃໝ່ ເຊີ່ງລວມມີວິຊາ ພາສາລາວ, ວິທະຍາສາດ ແລະ ສິ່ງແວດລ້ອມ, ວິຊາພະລະສຶກສາ ແລະ ພາສາອັງກິດ. ການຜະລິດ, ການຈັດພີມ ແລະ ການແຈກຢາຍ ຈະເລີ່ມໃນເດືອນ ກັນຍາ 2021 ແລະ ຄູສອນຊັ້ນປະຖົມສຶກສາ ຂັ້ນປ.3 ຈະໄດ້ຮັບການຊຸດຄູ່ມືຄູ ແລະ ໄດ້ຮັບການຝຶກອົບຮົມ ໃນຫຼັກສູດສະບັບປັບປຸງໃໝ່.