ແຜນງານບີຄວາ ແມ່ນແຜນງານທີ່ນຳພາໂດຍກະຊວງສຶກສາທິການ ແລະ ກິລາ ໂດຍການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ແລະ ສະຫະພາບເອີຣົບ. ແຜນງານມີພະນັກງານຊ່ຽນຊານເຮັດວຽກຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ ເພື່ອຊ່ວຍກະຊວງ ສສກ ໃນການປະຕິບັດງານ ເພື່ອເຮັດໃຫ້ເດັກຍິງ ແລະ ເດັກຊາຍ ຈຳນວນຫຼາຍຂຶ້ນ ສາມາດເຂົ້າຮຽນໄດ້, ມີປຶ້ມຮຽນ ແລະ ຮຽນຈາກຄູທີ່ມີທັກສະຄວາມສາມາດ ໃນຫ້ອງຮຽນທີ່ດີກວ່າເກົ່າ ແລະ ສາມາດເຂົ້າເຖິງການສຶກສາທີ່ມີຄຸນນະພາບ.
ອົງການພັດທະນາສາກົນ ປະເທດ ສະຫະລັດອາເມລິກາ ໃຫ້ການສະໜັບສະໜູນໃນການຜະລິດ ແລະ ແຈກຢາຍສື່ການສຶກສາສຳລັບຂັ້ນ ປ.1 ແລະ ຂັ້ນ ປ.2
ໃນລະຫວ່າງປີ 2015 ແລະ 2018, ແຜນງານໄດ້ຮັບການຊ່ວຍເຫຼືອເພີ່ມເຕີມຈາກອົງການອຸຍນິເຊັບ, ອົງການອາຫານໂລກ ແລະ ຈາກອົງການຈັດຕັ້ງສາກົນ ທີ່ບໍ່ສັງກັດລັດຖະບານໂດຍສະເພາະແມ່ນອົງການແພລນສາກົນ, ອົງການສຸພານິມິດ, ອົງການຊ່ວຍເຫຼືອເດັກສາກົນ ແລະ ອົງການຊາຍຟັນໂດຍຜ່ານກຸ່ມອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານຂອງແຜນງານບີຄວາ.
ກະຊວງສຶກສາທິການ ແລະ ກິລາ ເປັນກະຊວງຫຼັກ ທີ່ໃຫ້ການຊີ້ນໍາແຜນງານບີຄວາຕາງໜ້າໃຫ້ກັບລັດຖະບັານ ແຫ່ງ ສປປ ລາວ. ວິໃສທັດຮອດປີ 2030 ຂອງກະຊວງສຶກສາແມ່ນເພື່ອທີ່ຈະ “ສ້າງໂອກາດ ໃຫ້ປະຊາຊົນລາວທຸກຄົນໄດ້ເຂົ້າເຖີງການສືກສາ ຢ່າງເທົ່າທຽມກັນ ໂດຍເນັ້ນໃສ່ການປັບປຸງຄຸນນະພາບຂອງການສຶກສາ”
ປະເທດອົດສະຕຣາລີ ເປັນຜູ້ໃຫ້ທຶນ ເພື່ອສະໜັບສະໜູນການສຶກສາຂັ້ນພື້ນຖານຢູ່ ສປປ ລາວ ຫຼາຍທີ່ສຸດ ເຊິ່ງແຜນງານບີຄວາກໍ່ເປັນໜຶ່ງແຜນງານການລົງທຶນທີ່ມີ ຄວາມສໍາຄັນຢ່າງຍິ່ງຂອງລັດຖະບານອົດສະຕຣາລີ ໂດຍການໃຫ້ການສະໜັບສະໜູນດ້ານວິຊາການ ແລະ ງົບປະມານ 45,6 ລ້ານໂດລາອົດສະຕຣາລີ ເພື່ອຈັດຕັ້ງປະຕິບັດແຜນງານແຕ່ປີ 2014-2019.
ພາຍໃຕ້ຍຸດທະສາດການພັດທະນາ ຢູ່ ສປປ ລາວ ຂອງສະຫະພາບເອີຣົບ ແຕ່ປີ 2014-2020, ວຽກງານການສຶກສາແມ່ນເປັນໜຶ່ງໃນສາມວຽກງານ ບູລິມະສິດຂອງສະຫະພາບເອີຣົບ. ສະຫະພາບເອີຣົບ ໄດ້ໃຫ້ທຶນສະໜັບສະໜູນ ແຜນງານບີຄວາເພີ່ມເຕີມເປັນຈໍານວນເງິນ 11.5 ລ້ານຢູໂຣ (17.1 ລ້ານໂດລາອົດສະຕຣາລີ)
ອົງການພັດທະນາສາກົນຂອງປະເທດສະຫະລັດອາເມລິກາ (USAID) ເຮັດວຽກຮ່ວມກັບລັດຖະບານແຫ່ງ ສປປ ລາວ ແລະ ຄູ່ຮ່ວມງານທີ່ເຮັດວຽກເພື່ອການພັດທະນາ ໃນການສະໜັບສະໜູນການສຶກສາຂັ້ນພື້ນຖານ ໃນ ສປປ ລາວ. ໜຶ່ງໃນນັ້ນແມ່ນການສະໜັບສະໜູນແຜນງານບີຄວາ ດ້ວຍທຶນຊ່ວຍເຫຼືອຈຳນວນ 1.8 ລ້ານໂດລາສະຫະລັດ (2.3 ລ້ານໂດລາອົດສະຕຣາລີ)