ກອງປະຊຸມຖອດຖອນບົດຮຽນ ກອງທຶນນະວັດຕະກຳໃໝ່ດ້ານການສຶກສາຂອງແຜນງານບີຄວາ (BEQUAL Education Innovation Fund – BEIF)
ຜູ້ມີສ່ວນຮ່ວມຈາກຂະແໜງການສຶກສາເຂົ້າຮ່ວມກອງປະຊຸມຖອດຖອນບົດຮຽນມື້ນີ້ເພື່ອປຶກສາຫາລືກ່ຽວກັບຜົນໄດ້ຮັບ, ການຮຽນຮູ້ ແລະ ແຜນຕໍ່ໜ້າຈາກ 15 ໂຄງການທົດລອງນະວັດຕະກຳໃໝ່.
“ກອງປະຊຸມພັດທະນາຫຼັກສູດສ້າງຄູປະຖົມສຶກສາ – ການປະເມີນຜົນ” ໃນລະຫວ່າງວັນທີ 9-13 ທັນວາ 2019
ໃນເດືອນກັນຍາ 2019, ນັກສຶກສາຄູ ປີ 1 ທັງໝົດ ໃນວິທະຍາໄລຄູ 8 ແຫ່ງໄດ້ເລີ່ມຈັດການຮຽນການສອນຫຼັກສູດສ້າງຄູປະຖົມສຶກສາສະບັບປັບປຸງໃໝ່. ໃນທ້າຍພາກຮຽນ 1, ທີມງານຂຽນຫຼັກສູດສ້າງຄູປະຖົມກຳລັງກະກຽມການປະເມີນຜົນການຮຽນ ໃນທ້າຍພາກຮຽນ 1 ໃໝ່ ເພື່ອປະເມີນຄວາມເຂົ້າໃຈ, ຄວາມຮູ້ ແລະ ທັກສະຂອງນັກສຶກສາຄູພາຍຫຼັງການຮຽນການສອນໃນໄລຍະທຳອິດ
ການຂາດຮຽນ
ມາຮັບຊົມລາຍການຮຽນຮູ້ຮ່ວມຕອນລ່າສຸດ ແລະ ມາເບິ່ງນຳກັນວ່າ ເປັນຫຍັງການໄປໂຮງຮຽນທຸກໆມື້ຈຶ່ງມີຄວາມສຳຄັນ!
ໂຄງການທົດລອງໃໝ່ກ່ຽວກັບການຝຶກເວົ້າພາສາລາວສຳລັບນັກຮຽນຂັ້ນ ປ.1 ທີ່ເວົ້າພາສາລາວເປັນພາສາທີສອງ ໄດ້ເລີ່ມທົດລອງແລ້ວໃນ 4 ແຂວງ.
ໃນ 2 ອາທິດທີ່ຜ່ານມາ, ໄດ້ມີການຄັດເລືອກນັກຮຽນຂັ້ນ ປ.1 ເພື່ອປະເມີນທັກສະດ້ານພາສາລາວ ຫຼື ເອີ້ນວ່າ “ການປະເມີນພາສາລາວສຳລັບນັກຮຽນຊັ້ນປະຖົມສຶກສາຕອນຕົ້ນ” (Early Grade Lao Language Assessment – EGLA) ເພື່ອເປັນຂໍ້ມູນເບື້ອງຕົ້ນຂອງໂຄງການທົດລອງນີ້.
ກອງປະຊຸມພັດທະນາ ແລະ ປັບປຸງຫຼັກສູດການກໍ່ສ້າງຄູ ລະດັບອະນຸປະລິນຍາໃນລະຫວ່າງວັນທີ 11-15 ພະຈິກ 2019 ທີ່ສູນ ໄອຊີທີ ກະຊວງສຶກສາທິການ ແລະ ກິລາ.
“ຂະບວນການເພີ່ມເຕີມຂອງການພັດທະນາຫຼັກສູດເພື່ອໃຫ້ເກີດການຮຽນຮູ້ ແລະ ການປັບປຸງຢ່າງຕໍ່ເນື່ອງ”
ວັນຫ້ອງນ້ຳໂລກ 2019 – ບໍ່ໃຫ້ມີໃຜຖືກປະປ່ອຍໄວ້ເບື້ອງຫຼັງ!
ນັກຮຽນຈະມີສຸຂະພາບດີໄດ້ແນວໃດ ຖ້າຫາກໂຮງຮຽນຂອງພວກເຂົາບໍ່ມີຫ້ອງນ້ຳ? ໃນທຸກໆປິມີຄົນເສຍຊີວິດໃນທົ່ວໂລກເຖິງ 432,000 ຄົນ ຍ້ອມພະຍາດຖອກທ້ອງ ແລະປັດໃຈຫຼັກທີ່ກໍ່ໃຫ້ເກີດພະຍາດ ດັ່ງກ່າວນີ້ແມ່ນຍ້ອນແມ່ທ້ອງ.
ກອງປະຊຸມພັດທະນາ ແລະ ປັບປຸງຫຼັກສູດການກໍ່ສ້າງຄູ ໃນລະຫວ່າງວັນທີ 11-15 ພະຈິກ 2019
An iterative process of curriculum development to allow on-going learning and continuous improvement
ມື້ອະນາໄມໂຮງຮຽນ
ມາຕິດຕາມການພະຈົນໄພຂອງທ້າວຄຳ ແລະ ໝູ່ເພື່ອນຂອງລາວ ໃນຕອນລ່າສຸດໃນລາຍການຮຽນຮູ້ຮ່ວມກັນ
ການຮັບຮອງປຶ້ມແບບຮຽນ ແລະ ຄູ່ມືຄູ ຂັ້ນ ປ.2 ສະບັບປັບປຸງໃໝ່ ສຳລັບສົກຮຽນ 2020-21
ນັກຮຽນ ຂັ້ນ ປ.1 ຫາກໍ່ເລີ່ມເປີດສົກຮຽນໃໝ່ພ້ອມກັບຫຼັກສູດສະບັບປັບປຸງໃໝ່, ຄະນະກຳມະການຮັບຮອງຫຼັກສູດ ແລະ ສື່ການຮຽນການສອນ (ກາຊິມ) ຈັດກອງປະຊຸມອາທິດນີ້ ເພື່ອຮັບຮອງສື່ການຮຽນການສອນສຳລັບ ຂັ້ນ ປ.2
ການກະກຽມທີມງານຝຶກອົບຮົມສຳລັບຫຼັກສູດ ຂັ້ນ ປ.2 ສະບັບປັບປຸງໃໝ່
ໃນເດືອນກໍລະກົດ ແລະ ສິງຫາ, ທີມຄູຝຶກຫຼັກແຫຼ່ງ ແລະ ຄູຝຶກປະຈຳແຂວງເກືອບ 700 ທ່ານ ໄດ້ຝຶກອົບຮົມຄູຂັ້ນ ປ.1, ຜູ້ອຳນວຍການ ແລະ ຄູສຶກສານິເທດທຸກຄົນທົ່ວປະເທດ. ປັດຈຸບັນກົມສ້າງຄູໄດ້ຈັດກອງປະຊຸມສອງມື້ເພື່ອຖອດຖອນບົດຮຽນ ແລະ ກະກຽມແຜນຝຶກອົບຮົມກ່ຽວກັບຫຼັກສູດ ຂັ້ນ ປ.2 ສະບັບປັບປຸງໃໝ່ ທີ່ຈະເລີ່ມຈັດຕັ້ງປະຕິບັດໃນປີໜ້າ.
ການສະເຫຼີມສະຫຼອງວັນຄູ
ຄູມີບົດບາດສຳຄັນໃນການສ້າງອະນາຄົດໃຫ້ຄົນແຕ່ລະລຸ້ນ ແລະ ການພັດທະນາ ສປປ ລາວ. ເຮົາມາພົບກັບຄູລຸ້ນໃໝ່ນຳກັນເລີຍ
ອົດສະຕລາລີສະໜັບສະໜູນເດັກນ້ອຍລາວໃນເຂດຫ່າງໄກສອກຫຼີກເພື່ອໃຫ້ເຂົາເຈົ້າໄດ້ມີໂອກາດເຂົ້າເຖິງການສຶກສາຫຼາຍຂຶ້ນ
ນະຄອນຫຼວງວຽງຈັນ – ອົດສະຕຣາລີໂດຍການຮ່ວມມືກັບສະຫະພາບເອີຣົບ, ໂດຍຜ່ານແຜນງານການປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດເຂົ້າຮຽນສຳລັບການສຶກສາຂັ້ນພື້ນຖານໃນ ສປປ ລາວ (ບີຄວາ), ແລະ ກະຊວງສຶກສາທິການ ແລະ ກິລາ ໄດ້ສຳເລັດການປຸກສ້າງຫ້ອງຮຽນໃໝ່ ແລະ ສະໜອງນ້ຳໃຊ້ ແລະ ສິ່ງອຳນວຍຄວາມສະດວກດ້ານສຸຂະອະນາໄມໃຫ້ແກ່ 582 ໂຮງຮຽນໃນ 9 ແຂວງ.
ເມືອງກຽມພ້ອມແລ້ວເພື່ອຕິດຕາມຊຸກຍູ້ຄູຂັ້ນ ປ.1 ຕະຫຼອດສົກຮຽນ ສຳລັບການນຳໃຊ້ຫຼັກສູດສະບັບປັບປຸງໃໝ່
32 ເມືອງເປົ້າໝາຍໄດ້ເຂົ້າຮ່ວມກອງປະຊຸມຕິດຕາມຊຸກຍູ້ການຈັດຕັ້ງປະຕິບັດນຳໃຊ້ຫຼັກສຸດຊັ້ນປະຖົມສຶກສາ ເປັນເວລາ 5 ມື້ ນັບແຕ່ວັນທີ 16-27 ກັນຍາ.
ໂຄສະນາທາງໂທລະພາບເພື່ອປູກຈິດສຳນຶກກ່ຽວກັບການຮັກສາປຶ້ມແບບຮຽນ
ຮຽນຮູ້ສິ່ງທີ່ຄວນເຮັດ ແລະ ບໍ່ຄວນເຮັດເພື່ອຮັກສາປຶ້ມແບບຮຽນ
ແບ່ງປັນ ແລະ ໃສ່ໃຈ
ມາເບິ່ງລາຍການຮຽນຮູ້ຕອນລ່າສຸດ ແລະ ຮຽນຮູ້ວິທີການຮັກສາປຶ້ມແບບຮຽນຂອງເຈົ້າໄປພ້ອມກັນ.
ສະເຫຼີມສະຫຼອງວັນລົບລ້າງການກືກໜັງສືສາກົນ – ໂດຍເນັ້ນໃສ່ໂຄງການທົດລອງຝຶກເວົ້າພາສາລາວ ເພື່ອສະໜັບສະໜູນການພັດທະນາການຮູ້ໜັງສືສຳລັບນັກຮຽນທີ່ບໍ່ເວົ້າພາສາລາວເປັນພາສາທີ່ໜຶ່ງ
ໂຄງການນີ້ ເປັນໂຄງການທີ່ຊ່ວຍຜູ້ທີ່ບໍ່ເວົ້າພາສາລາວເປັນພາສາທີໜຶ່ງ ເຊິ່ງຈະທົດລອງນຳໃຊ້ກັບນັກຮຽນຂັ້ນ ປ.1 ໃນສີ່ແຂວງຂອງ ສປປ ລາວ ໃນສົກຮຽນ 2019-2020.
ສະປອດໂຄສະນາ ກ່ຽວກັບປຶ້ມແບບຮຽນສະບັບປັບປຸງໃໝ່ໄດ້ສົ່ງມອບເຖິງເມືອງຕ່າງໆແລ້ວ
ມາຟັງສະປອດໂຄສະນາທີ່ອອກອາກາດທາງວິທະຍຸແຫ່ງຊາດ ແລະ ໂທລະໂຄ່ງຂອງບ້ານ
ຂ່າວສັ້ນກ່ຽວກັບຫຼັກສູດຊັ້ນປະຖົມສຶກສາສະບັບປັບປຸງໃໝ່ ແລະ ລາຍການຮຽນຮູ້ຮ່ວມກັນ, ລາຍການໂທລະພາບເພື່ອການສຶກສາ
ລາຍງານພິເສດຈາກສູນໂຄສະນາຂໍ້ມູນຂ່າວສານ ແລະ ກິລາ ທີ່ອອກອາກາດໃນວັນອັງຄານ 27 ສິງຫາ ທາງໂທລະພາບແຫ່ງຊາດລາວຊ່ອງ 1
ມື້ເຂົ້າຮຽນໃໝ່ຂອງເດັກນ້ອຍຂັ້ນ ປ.1
ເບິ່ງຕອນລ່າສຸດຂອງລາຍການຮຽນຮູ້ຮ່ວມກັນ ທີ່ອອກອາກາດວັນທີ 25 ສິງຫາ
ຜົນສຳເລັດໃນການຝຶກອົບຮົມຄູປະຈຳການ ໃນການຈັດຕັ້ງປະຕິບັດຫຼັກສູດຊັ້ນປະຖົມສຶກສາ ຂັ້ນ ປ.1 ສະບັບປັບປຸງໃໝ່
ເລີ່ມແຕ່ເດືອນກໍລະກົດ ປີ 2019, ໄດ້ມີການຈັດຝຶກອົບຮົມໃຫ້ແກ່ຄູສອນຂັ້ນ ປ.1, ຜູ້ອຳນວຍການໂຮງຮຽນ ແລະ ຄູສຶກສານິເທດ ກ່ຽວກັບຫຼັກສູດຊັ້ນປະຖົມສຶກສາ ປີທີ 1 ສະບັບປັບປຸງໃໝ່ ເຊິ່ງທີມງານທີ່ລົງຕິດຕາມກໍ່ຄືຄະນະຮັບຜິດຊອບໄດ້ລົງຕິດຕາມການຝຶກອົບຮົມໃນທຸກໆເມືອງເພື່ອ ໃຫ້ການສະໜັບສະໜູນ ແລະ ໃຫ້ຄຳແນະນຳຕ່າງໆ.
ໂຄສະນາກ່ຽວກັບຫຼັກສູດຊັ້ນປະຖົມສຶກສາສະບັບປັບປຸງໃໝ່ ທີ່ຈະອອກອາກາດທາງໂທລະພາບ
ກົດເພື່ອເບິ່ງ ວິດີໂອ
ກຽມພ້ອມສຳລັບວັນເປີດສົກຮຽນໃໝ່ ກັບ ລາຍການຮຽນຮູ້ຮ່ວມກັນ
ມາເບິ່ງລາຍການ ຮຽນຮູ້ຮ່ວມກັນ ຕອນທຳອິດ, ລາຍການໂທລະພາບເພື່ອການສຶກສາຮູບແບບໃໝ່ ທີ່ມ່ວນຊື່ນຂອງລາວ
ຢ່າພາດ ລາຍການຮຽນຮູ້ຮ່ວມກັນ ຈະອອກອາກາດຕອນທຳອິດໃນວັນອາທິດ 11 ສິງຫານີ້ ທີ່ມີເນື້ອຫາສາລະທີ່ໜ້າສົນໃຈ ທີ່ສ້າງຂຶ້ນຢູ່ພາຍໃນປະເທດ 100%!
ລາຍການຮຽນຮູ້ຮ່ວມກັນ ເປັນລາຍການທີ່ມ່ວນຊື່ນ ແລະ ເປັນລາຍການໂທລະພາບເພື່ອການສຶກສາຮູບແບບໃໝ່ ທີ່ອອກແບບມາສະເພາະເພື່ອສະໜັບສະໜູນການຮຽນຮູ້ສຳລັບນັກຮຽນຫ້ອງ ປ.1.
ທີມງານບີຄວາພາຍໃຕ້ບໍລິສັດຄອບຟີ ປຸກລະດົມເພື່ອຫຼຸດຜ່ອນການນຳໃຊ້ພາສຕິກ
ພວກເຮົາສາມາດເຮັດວຽກໂດຍປາສະຈາກການນຳໃຊ້ພາສຕິກໄດ້ບໍ່? ແຜນງານບີຄວາມພາຍໃຕ້ບໍລິສັດຄອບຟີ ປຸກລະດົມເພື່ອຫຼຸດຜ່ອນການນຳໃຊ້ພາສຕິກໃນບ່ອນເຮັດວຽກ.
ສື່ການຮຽນການສອນສະບັບປັບປຸງໃໝ່ສຳລັບຂັ້ນ ປ.1 ໄດ້ຖືກນຳສົ່ງໄປທຸກເມືອງແລ້ວ!
ໃນຕອນນີ້ ແຕ່ລະເມືອງຈະປະສານຫາໂຮງຮຽນປະຖົມເພື່ອແຈກຢາຍສື່ການຮຽນການສອນສະບັບປັບປຸງໃໝ່ສຳລັບ ຫ້ອງ ປ.1 ກ່ອນມື້ເປີດສົກຮຽນໃໝ່
ນັກພັດທະນາຫຼັກສູດ ວິຊາ ວິທະຍາສາດ ແລະ ສິ່ງແວດລ້ອມໄດ້ທົບທວນທັກສະການສອນວິຊາວິທະຍາສາດໃນຊັ້ນປະຖົມສຶກສາ.
ໃນຂະນະມີການຈັດພິມ ແລະ ແຈກຢາຍປຶ້ມແບບຣຽນ ແລະ ຄູ່ມືຄູຂັ້ນປ.1, ນັກພັດທະນາຫຼັກສູດກໍໄດ້ສືບຕໍ່ວາງແຜນພັດທະນາສື່ການຮຽນການສອນອີກ 4 ຂັ້ນ. ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາໂດຍສົມທົບກັບທີ່ປຶກສາວິຊາການຈາກແຜນງານ ບີຄວາໃນການທົບທວນຄືນເນື້ອໃນ, ທັກສະວິທະຍາສາດ, ວາງແຜນການຂຽນປຶ້ມແບບຮຽນ ແລະ ຄູ່ມືຄູ “ວິຊາວິທະຍາສາດ ແລະ ສິ່ງແວດລ້ອມ” ໃຫ້ມີຄວາມຕໍ່ເນື່ອງ ແລະ ເໝາະສົມກັບຜູ້ຮຽນ ສໍາລັບ ຂັ້ນ ປ. 2 – ປ.5.
ພິທີສົ່ງນັກສຶກສາຄູ ຈາກຊຸມຊົນຫ່າງໄກສອກຫຼີກ ທີ່ສຳເລັດການສຶກສາ 122 ຄົນ
ຄູທ້ອງຖິ່ນຈຳນວນ 122 ຄົນ ໄດ້ສຳເລັດການສຶກສາຈາກວິທະຍາໄລຄູ. ພວກເຂົາຈະໄດ້ໄປສອນຮ່ວມກັບ ຄູທ້ອງຖິ່ນ 209 ຄົນ ທີ່ຫາກໍ່ສຳເລັດການສຶກສາປີກາຍນີ້ ແລະ ໄດ້ຖືກຊັບຊ້ອນ ແລະ ສອນຢູ່ຊຸມຊົນຂອງພວກເຂົາໃນເຂດຫ່າງໄກສອກຫຼີກ!
ການຝຶກອົບຮົມການນຳໃຊ້ຫຼັກສູດຊັ້ນປະຖົມສຶກສາ ຂັ້ນ ປ.1 ສະບັບປັບປຸງໃໝ່ ສຳລັບຄູ ປະຈຳການສອນຊັ້ນປະຖົມສຶກສາ ໄດ້ເລີ່ມຂຶ້ນແລ້ວ
ກ່ອນການເປີດສົກຮຽນໃໝ່ ມີຄູ, ຜູ້ອຳນວຍການໂຮງຮຽນຊັ້ນປະຖົມ ແລະ ຄູສຶກສານິເທດ ຫຼາຍກວ່າ 16,700 ທ່ານ ກຳລັງໄດ້ຮັບການຝຶກອົບຮົມທົ່ວປະເທດ ໃນລະຫວ່າງ ເດືອນກໍລະກົດ ແລະ ເດືອນສິງຫາ ກ່ຽວກັບ ວິທີການສອນແບບໃໝ່ ແລະ ການນຳໃຊ້ສື່ການຮຽນການສອນຫຼັກສູດ ຂັ້ນ ປ.1 ສະບັບປັບປຸງໃໝ່.
ຄູຝຶກຂັ້ນແຂວງຫຼວງນ້ຳທາ ຮັບການຍົກລະດັບການນຳໃຊ້ຫຼັກສູດ ປ.1 ສະບັບປັບປຸງ
ໃນວັນທີ 10 ມິຖຸນາ ຜ່ານມາ ຄູຝຶກຂັ້ນແຂວງຫຼວງນ້ຳທາ ໄດ້ຮັບການຍົກລະດັບ, ບົດຂ່າວໂດຍ ສົມຕຸ້ຍ (ຂ.ຫຼວງນ້ຳທາ), ໜັງສືພິມສຶກສາ-ກິລາ
ວິດີໂອຕົວຢ່າງ ລາຍການຮຽນຮູ້ຮ່ວມກັນ ອອກອາກາດແລ້ວ
ມາເບິ່ງ ລາຍການໂທລະພາບເພື່ອການສຶກສາທີ່ໜ້າຕື່ນເຕັ້ນໃໝ່ນີ້ ກັບ ທ່ານ ຈ໋ອງ-ເບີນາດ ຄາຣາສໂກ, ເອກອັກຄະລັດຖະທູດອົດສະຕຣາລີ ແລະ ນົກນ້ອຍເດີ້
ສຳເລັດການສົ່ງມອບສື່ການຮຽນການສອນ ສະບັບປັບປຸງໃໝ່ ຂັ້ນ ປ.1 ໃຫ້ 7 ແຂວງ
ທຸກໆເມືອງໃນແຂວງສະຫວັນນະເຂດ, ຫຼວງພະບາງ, ຜົ້ງສາລີ, ອຸດົມໄຊ, ບໍ່ແກ້ວ, ເຊກອງ ແລະ ອັດຕະປື ໄດ້ຮັບສື່ການຮຽນການສອນ ສະບັບປັບປຸງໃໝ່ ຂັ້ນ ປ.1 ເພື່ອຈະແຈກຈາຍໃຫ້ໂຮງຮຽນປະຖົມສົມບູນຂອງລັດແລ້ວ.
ການປັບປຸງຄຸນນະພາບປຶ້ມສຳລັບເດັກນ້ອຍລາວ
ກອງປະຊຸມເສີມສ້າງຄວາມອາດສາມາດກັບຄູ່ຮ່ວມງານຜະລິດປຶ້ມສຳລັບເດັກນ້ອຍລາວ: “ການຈັດລະດັບປຶ້ມນິທານສຳລັບເດັກນ້ອຍ”
ຫຼັກສູດຊັ້ນປະຖົມແບບໃໝ່ ຊ່ວຍເສີມສ້າງພັດທະນາການໃຫ້ຄູ-ນັກຮຽນ
ປັດຈຸບັນຫຼັກສູດທີ່ສ້າງສະບັບປັບປຸງໃໝ່, ສື່ການຮຽນການສອນແບບໃໝ່ ໂດຍສະເພາະແມ່ນຫຼັກສູດຊັ້ນປະຖົມສະບັບປັບປຸງໃໝ່ ສາມາດຊ່ວຍເສີມສ້າງພັດທະນາການໃຫ້ຄູ ແລະ ນັກຮຽນໄດ້ ເປັນຕົ້ນແມ່ນ ນັກຮຽນໄດ້ຮຽນຮູ້ຈາກການມີສ່ວນຮ່ວມໃນການເຮັດກິດຈະກຳຕ່າງໆຢູ່ໃນຊົ່ວໂມງຮຽນ ໂດຍມີຄູເປັນຜູ້ນຳພາ, ແນະນຳ, ສົນທະນາ, ໃຊ້ຄຳຖາມເຈາະຈິ້ມ ເພື່ອຊ່ວຍໃຫ້ເດັກມີການຄົ້ນຄິດ ຊອກຫາຄຳຕອບດ້ວຍຕົນເອງ.
ການຂົນສົ່ງສື່ການຮຽນການສອນຂັ້ນ ປ.1 ຮອບທຳອິດໃຫ້ບັນດາເມືອງ!
ເມືອງງາ (ແຂວງອຸດົມໄຊ), ເມືອງນາແລ (ແຂວງຫຼວງນ້ຳທາ) ແລະ ແຂວງແມດ (ແຂວງວຽງຈັນ) ແມ່ນສາມເມືອງທຳອິດທີ່ຈະໄດ້ຮັບສື່ການຮຽນການສອນຂັ້ນ ປ.1 ໃນວັນທີ 13 ແລະ 14 ມິຖຸນາ 2019 ນີ້.
ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ປະກາດນຳໃຊ້ຫຼັກສູດຊັ້ນປະຖົມສຶກສາ ສະບັບປັບປຸງໃໝ່ ຢ່າງເປັນທາງການ ໂດຍຈະເລີ່ມນຳໃຊ້ຫຼັກສູດສະບັບປັບປຸງໃໝ່ ຂັ້ນ ປ.1 ໃນເດືອນກັນຍາ 2019
ພະນະທ່ານ ຮອງສາດສະດາຈານ ປອ ກອງສີ ແສງມະນີ, ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ໄດ້ປະກາດນຳໃຊ້ຫຼັກສູດຊັ້ນປະຖົມສຶກສາ ສະບັບປັບປຸງໃໝ່ຢ່າງເປັນທາງການ ທີ່ ໂຮງຮຽນປະຖົມສົມບູນທົ່ງກາງ ເມືອງສີສັດຕະນາກ ໂດຍຈະເລີ່ມນຳໃຊ້ຫຼັກສູດສະບັບປັບປຸງໃໝ່ ຂັ້ນ ປ.1 ໃນເດືອນກັນຍາ 2019.
ທີມງ່າຍຖ່າຍທຳວິດີໂອໄດ້ຖ່າຍທຳ ວິດີໂອສຳລັບການພັດທະນາຄູ ຢູ່ໂຮງຮຽນປະຖົມສຶກສາລາວ
ການຜະລິດວິດີໂອສັ້ນ ເພື່ອຊ່ວຍຄູສອນຊັ້ນປະຖົມ ນຳໃຊ້ຫຼັກສູດສະບັບປັບປຸງໃໝ່ ແລະ ເທັກນິກການເນັ້ນການປະຕິບັດຕົວຈິງ ໄດ້ເລີ່ມການຖ່າຍທຳແລ້ວ.
ເປີດຊຸດຝຶກອົບຮົມກ່ຽວກັບການນຳໃຊ້ຫຼັກສູດການຮຽນການສອນ ຂັ້ນ ປ.1 ສະບັບປັບປຸງໃໝ່
ນັກຮຽນ ຂັ້ນ ປ.1 ທົ່ວປະເທດ ຈະເລີ່ມຕົ້ນສົກຮຽນໃໝ່ດ້ວຍຫຼັກສູດ ຂັ້ນ ປ.1 ສະບັບປັບປຸງໃໝ່ ໃນເດືອນກັນຍາ 2019. ກະຊວງສຶກສາທິການ ແລະ ກິລາ ຫາກໍ່ເລີ່ມດຳເນີນຊຸດຝຶກອົບຮົມສຳລັບຄູ ຂັ້ນ ປ.1 ທົ່ວປະເທດ ເພື່ອໃຫ້ເຂົາເຈົ້າມີທັກສະ ແລະ ເຕັກນິກ ທີ່ຈຳເປັນໃນການຈັດຕັ້ງປະຕິບັດຫຼັກສູດສະບັບປັບປຸງໃໝ່ ໃນຫ້ອງຮຽນຂອງເຂົາເຈົ້າ.
ເປີດຊຸດຝຶກອົບຮົມຄຸກ່ຽວກັບການນຳໃຊ້ຫຼັກສູດການຮຽນການສອນ ຂັ້ນ ປ.1 ສະບັບປັບປຸງໃໝ່
ນັກຮຽນ ຂັ້ນ ປ.1 ທົ່ວປະເທດ ຈະເລີ່ມຕົ້ນສົກຮຽນໃໝ່ກັບຫຼັກສູດ ຂັ້ນ ປ.1 ສະບັບປັບປຸງໃໝ່ ໃນເດືອນກັນຍາ 2019. ຈູດປະສົງຊຸດຝຶກອົບຮົມແມ່ນເພື່ອໃຫ້ຄູ ຂັ້ນ ປ.1 ທົ່ວປະເທດ ມີທັກສະ ແລະ ເຕັກນິກທີ່ຈຳເປັນ ໃນການຈັດຕັ້ງປະຕິບັດ ຫຼັກສູດການຮຽນການສອນສະບັບປັບປຸງໃໝ່ ໃນຫ້ອງຮຽນຂອງເຂົາເຈົ້າ ທີ່ຫາກໍ່ເປີດສົກຮຽນ.

Launch of the in-service training for the new Grade 1 curriculum
On 14th May, Dr Onekeo Nouannavong, Director General of the Research Institute for Educational Sciences (RIES) and Ms.
ການປຶກສາຫາລືຂອງຄູສອນຄັ້ງລ່າສຸດ ໃນການປັບປຸງປຶ້ມແບບຮຽນ ຂັ້ນ ປ.2
ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ) ໄດ້ຈັດກອງປະຊຸມປຶກສາຫາລື ທາບທາມຄວາມເຫັນຂອງຄູ ກ່ຽວກັບປຶ້ມແບບຮຽນ ແລະ ຄູ່ມືຄູ ປ.2 ເປັນເວລາ 2 ວັນ, ແຕ່ວັນທີ 2-3 ເມສາ 2019 ເຊິ່ງມີ ຄູສອນ ຂັ້ນ ປ.2, ຄູສຶກສານິເທດ ແລະ ຜູ້ຕາງໜ້າຈາກຫ້ອງການສຶກສາຂັ້ນເມືອງ ແລະ ຂັ້ນແຂວງ ຈາກ 4 ແຂວງ ເຂົ້າຮ່ວມ.
ການຮັບຮອງສື່ຝຶກອົບຮົມຄູປະຈຳການ ກ່ຽວກັບ ຫຼັກສູດຂັ້ນ ປ.1 ສະບັບປັບປຸງໃໝ່
ໃນເດືອນກໍລະກົດ 2019, ຄູຂັ້ນ ປ.1, ອຳນວຍການໂຮງຮຽນປະຖົມ ແລະ ຄູສຶກສານິເທດ ຈຳນວນຫຼາຍກວ່າ 16.000 ຄົນ ຈະເລິ່ມການຝຶກອົບຮົມຫຼັກສູດຂັ້ນ ປ.1 ສະບັບປັບປຸງໃໝ່. ປະຈຸບັນນີ້, ສື່ການຝຶກອົບຮົມ ແລະ ສື່ການຮຽນດ້ວຍຕົວເອງ ແມ່ນສຳເລັດ ແລະ ຖືກຮັບຮອງແລ້ວ
ວິດີໂອໃໝ່ ກ່ຽວກັບ ໂຄງການທຶນການສືກສານັກຮຽນຄູ
ມາເບິ່ງແຮງບັນດານໃຈຈາກບົວລີ ແລະ ໂຊຄອງ ຊຶ່ງເປັນນັກຮຽນປີທີສາມ ຢູ່ວິທະຍາໄລຄູ. ຄວາມຝັນຂອງພວກເຂົາແມ່ນການໃຫ້ການ ສຶກສາທີ່ດີຂຶ້ນ ແລະ ມີອະນາຄົດທີ່ສົດໃສຂຶ້ນ ໃຫ້ແກ່ເດັກນ້ອຍທີ່ຢູ່ໝູ່ບ້ານຫ່າງໄກ ສອກຫຼີກຂອງພວກເຂົາ.
ບັນດາແຂວງລິເລິ່ມກະກຽມຄວາມພ້ອມເພື່ອສະໜັບສະໜູນການຈັດຕັ້ງປະຕິບັດ ຫຼັກສູດຂັ້ນ ປ.1 ສະບັບປັບປຸງໃໝ່
ໃນເດືອນມີນາ 2019, ໄດ້ມີຕາງໜ້າຈາກພະແນກສຶກສາທິການ ແລະ ກິລາແຂວງ 17 ແຂວງ ແລະ ນະຄອນຫຼວງ ແລະ ວິທະຍາໄລຄູ 8 ແຫ່ງ ເກືອບ 100 ທ່ານ ເຂົ້າຮ່ວມຝຶກອົບຮົມ “ການວາງແຜນຈັດຕັ້ງປະຕິບັດຫຼັກສູດຊັ້ນປະຖົມສຶກສາ” ທົ່ວປະເທດ ເປັນເວລາ 4 ວັນ ເພື່ອສ້າງທັກສະໃນການວາງແຜນ ແລະ ການບໍລິຫານງົບປະມານໃນການບຳລຸງຄູ, ຜູ້ອຳນວຍການໂຮງຮຽນ ແລະ ຄູສຶກສານິເທດ ກ່ຽວກັບ ຫຼັກສູດຂັ້ນ ປ.1 ສະບັບປັບປຸງໃໝ່.
ທ່ານຈະຊ່ວຍສ້າງຄວາມປ່ຽນແປງໄດ້ຄືແນວໃດ? #BalanceforBetter
ເພື່ອເປັນສ່ວນໜຶ່ງໃນການສະເຫຼີມສະຫຼອງວັນແມ່ຍິງສາກົນ, ທີມງານບໍລິສັດຄອຟຟີ່ປະຈຳ ສປປ ລາວ ໄດ້ຮັບຟັງການນຳສະເໜີເລື່ອງ ແລະ ຮັບປະທານອາຫານທ່ຽງ ຮ່ວມກັບຜູ້ສ້າງແຮງບັນດານໃຈ 2 ທ່ານ ຊຶ່ງເປັນຜູ້ມີບົດບາດໃນການຊ່ວຍເຫຼືອກຸ່ມຄົນທີ່ມີຄວາມອ່ອນແອ ແລະ ກຸ່ມຄົນດ້ອຍໂອກາດ.
ຝຶກອົບຮົມສ້າງຂີດຄວາມສາມາດໃຫ້ແກ່ຄູຝຶກປະຈຳແຂວງຈຳນວນ 611 ທ່ານ ທີ່ຈະຝຶກອົບຮົມຫຼັກສູດປະຖົມສຶກສາສະບັບປັບປຸງໃໝ່ ໃຫ້ແກ່ຄູສອນຂັ້ນ ປ. 1
ຄູຝຶກປະຈຳແຂວງຈາກ 18 ແຂວງ ກຳລັງເຂົ້າຮ່ວມຝຶກອົບຮົບພັດທະນາຂີດຄວາມສາມາດ ເພື່ອເສີມສ້າງທັກສະ ແລະ ຄວາມຮູ້ ກ່ຽວກັບ ການອຳນວຍຄວາມສະດວກ ແລະ ການຈັດຝຶກອົບຮົມຢ່າງມີປະສິດຕິພາບ.
ບີຄວາເຂົ້າຮ່ວມເຕະບານມິດຕະພາບກັບຄູ່ຮ່ວມພັດທະນາ
ອາທິດແລ້ວນີ້, ກະຊວງສຶກສາທິການ ແລະ ກິລາ (ທີມກົມແຜນການ) ແລະ ແຜນງານບີຄວາ ໄດ້ມ່ວນຊື່ນກັບການເຕະບານມິດຕະພາບຮ່ວມກັບກະຊວງແຜນການ ແລະ ການລົງທຶນ (ທີມກົມຮ່ວມມືສາກົນ).
ບົດສຳພາດ ທ່ານ ນາງ ຈັນຄຳ ລໍຫວັນກູ່, ຄູຝຶກປະຈຳແຂວງ ທີ່ຈະມາເລົ່າຄວາມຮູ້ສຶກກ່ຽວກັບການຝຶກອົບຮົມຄູແບບໃໝ່ ແລະ ຫຼັກສູດຂັ້ນ ປ. 1 ສະບັບປັບປຸງໃໝ່
ໃນເດືອນຜ່ານມາ, ທີມຄູຝຶກຫຼັກແຫຼ່ງ ແລະ ຄູຝຶກປະຈຳແຂວງ ຈຳນວນ 9 ທ່ານ ໄດ້ການຝຶກອົບຮົມທົດລອງຫຼັກສູດ ແລະ ນຳໃຊ້ສື່ການຮຽນການສອນ ທີ່ພວກເຂົາຈະນຳໃຊ້ຝຶກອົບຮົມຄູສອນຂັ້ນ ປ. 1 ທົ່ວປະເທດໃນເດືອນກໍລະກົດ. ພວກເຮົາມາອ່ານຄຳຄິດເຫັນຂອງພວກເຂົານຳກັນ ຊຶ່ງນີ້ແມ່ນຄຳຄິດເຫັນຂອງທ່ານ ນາງ ຈັນຄຳ ລໍຫວັນກູ່.
ບົດສຳພາດ ທ່ານ ເມິງຄຳ ແກ້ວພູວົງ, ຄູຝຶກຫຼັກແຫຼ່ງທີ່ຈະມາແລກປ່ຽນຄຳຄິດເຫັນກ່ຽວກັບຫຼັກສູດຂັ້ນ ປ. 1 ສະບັບປັງປຸງໃໝ່
ໃນເດືອນຜ່ານມາ, ທີມຄູຝຶກຫຼັກແຫຼ່ງ ແລະ ຄູຝຶກປະຈຳແຂວງ ຈຳນວນ 9 ທ່ານ ໄດ້ເຂົ້າຮ່ວມການຝຶກອົບຮົມທົດລອງຫຼັກສູດ ແລະ ນຳໃຊ້ສື່ການຮຽນການສອນ ທີ່ພວກເຂົາຈະນຳໃຊ້ຝຶກອົບຮົມຄູສອນຂັ້ນ ປ. 1 ທົ່ວປະເທດໃນເດືອນກໍລະກົດ. ພວກເຮົາມາອ່ານເບິ່ງຄຳຄິດຄຳເຫັນຂອງພວກເຂົານຳກັນ ຊຶ່ງນີ້ແມ່ນຄຳຄິດເຫັນຂອງທ່ານ ເມິງຄຳ.
ບົດສຳພາດ ທ່ານ ສຸລິຍາ ພູມິວົງ, ຜູ້ຜະລິດລາຍການ ກ່ຽວກັບ ຄວາມຮູ້ສູ່ຄວາມບັນເທີງ
ມາຮູ້ຈັກ ທ່ານ ສຸລິຍາ ພູມິວົງ, ນັກສິນລະປິນ ທີ່ສ້າງແຮງບັນດານໃຈ ແລະ ເປັນຜູ້ຜະລິດລາຍການກ່ຽວກັບ ຄວາມຮູ້ສູ່ຄວາມບັນເທີງ ໃຫ້ແກ່ເດັກນ້ອຍໃນ ສປປ ລາວ. ລາວຈະມາແລກປ່ຽນຄວາມມັກຮັກຂອງລາວ ແລະ ເວົ້າເລື່ອງໂຄງການໃໝ່ທີ່ຊື່ວ່າ ຮຽນຮູ້ຮ່ວມກັນ ຊຶ່ງເປັນລາຍການທີ່ຖືກພັດທະນາຂຶ້ນມາເພື່ອສະໜັບສະໜູນຫຼັກສູດຂັ້ນ ປ. 1 ສະບັບປັບປຸງໃໝ່.
ການທົດລອງ “ການຝຶກອົບຮົມຫຼັກສູດ ຂັ້ນ ປ. 1 ໃຫ້ແກ່ຄູ”
ໃນເດືອນກໍລະກົດ 2019, ຈະມີຄູສອນຂັ້ນ ປ. 1, ອຳນວຍການໂຮງຮຽນ ແລະ ຄູນິເທດ ຈຳນວນຫຼາຍກວ່າ 16,000 ຄົນ ໄດ້ຮັບການຝຶກອົບຮົມ ກ່ຽວກັບ ການນຳໃຊ້ຫຼັກສູດຊັ້ນປະຖົມສຶກສາຂັ້ນ ປ. 1. ປະຈຸບັນນີ້ ກະຊວງສຶກສາທິການ ແລະ ກິລາ ຮ່ວມກັບທີມງານບຳລຸງຄູ ຂອງແຜນງານບີຄວາ ໄດ້ທົດລອງການຝຶກ ອົບຮົມນຳໃຊ້ສື່ການຮຽນການສອນ.
ກອງປະຊຸມຄະນະກຳມະການຮັບຮອງຫຼັກສູດ ແລະ ສື່ການຮຽນການສອນ ອອກອາກາດທາງໂທລະພາບແຫ່ງຊາດລາວ
ຄະນະກຳມະການຮັບຮອງຫຼັກສູດ ແລະ ສື່ການຮຽນການສອນໄດ້ພົບປະກັນໃນກອງປະຊຸມ ທີ່ໄດ້ຈັດຂຶ້ນໃນຕົ້ນເດືອນທັນວາ 2018 ເພື່ອທົບທວນສື່ການຮຽນການສອນຂອງຂັ້ນ ປ. 1 ຊຶ່ງໄດ້ມີນັກຂ່າວເຂົ້າຮ່ວມ.
ການຝຶກອົບຮົມການສ້າງຂີດຄວາມສາມາດ ໃຫ້ແກ່ຄູຝຶກຫຼັັກແຫຼ່ງ ຄັ້ງທີ 1 ໃນການຈັດຕັ້ງປະຕິບັດຫຼັກສູດຊັ້ນປະຖົມສຶກສາ ສະບັບປັບປຸງໃໝ່
ຄູຝຶກຫຼັກແຫຼ່ງຂັ້ນສູນກາງ ຈາກກະຊວງສຶກສາທິການ ແລະ ກິລາ ແລະ ຈາກຂັ້ນທ້ອງຖິ່ນ ທັງໝົດ 17 ແຂວງ ແລະ 1 ນະຄອນຫຼວງວຽງຈັນ ໄດ້ເຂົ້າຮ່ວມການຝຶກອົບຮົມການສ້າງຂີດຄວາມສາມາດໃຫ້ແກ່ຄູຝຶກຫຼັັກແຫຼ່ງ ຄັ້ງທີ 1 ຊຶ່ງໃຊ້ເວລາ 5 ວັນ ເພື່ອພັດທະນາທັກສະການໃນການເປັນຄູຝຶກ ແລະ ຄວາມຮູ້ທີ່ກ່ຽວຂ້ອງ ເພື່ອກຽມຄວາມພ້ອມໃຫ້ຄູຝຶກຫຼັກແຫຼ່ງໃຫ້ກາຍເປັນຄູຝຶກທີ່ເຂັ້ມແຂງ ແລະ ມີຄຸນະພາບ.
ກະຊວງສຶກສາທິການ ແລະ ກິລາ, ອົດສະຕຣາລີ ແລະ ສະຫະພາບເອີຣົບ ໄດ້ກຳນົດທິດທາງຂອງແຜນງານການປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດເຂົ້າຮຽນ ໃນໄລຍະ 2 ປີຕໍ່ໜ້າ
ຄະນະຮັບຜິດຊອບຄຸ້ມຄອງແຜນງານບີຄວາ ໄດ້ຮັບຮອງເອົາແຜນການຈັດຕັ້ງປະຕິບັດງານ 2018-2020 ຢ່າງເປັນທາງການ ຊຶ່ງໄດ້ເນັ້ນໃສ່ກິດຈະກຳຫຼັກຂອງແຜນງານ ໃນການປັບປຸງການສຶກສາຊັ້ນປະຖົມໃນ ສປປ ລາວ ເຊັ່ນ ພັດທະນາ ແລະ ຈັດຕັ້ງປະຕິບັດຫຼັກສູດຊັ້ນປະຖົມສຶກສາ ສະບັບປັບປຸງໃໝ່.
ຄະນະກຳມະການຮັບຮອງຫຼັກສູດ ແລະ ສື່ການຮຽນການສອນ ຈະຮັບຮອງປຶ້ມແບບຮຽນ ແລະ ຄູ່ມືຄູ ສຳລັບຂັ້ນ ປ. 1 ສະບັບປັປປຸງໃໝ່
ໃນເດືອນກັນຍາ 2019, ນັກຮຽນຂັ້ນ ປ. 1 ທົ່ວປະເທດຈະເລີ່ມສົກຮຽນໃໝ່ ຊຶ່ງຈະນຳໃຊ້ຫຼັກສູດ ແລະ ສື່ການຮຽນການສອນສະບັບປັບປຸງໃໝ່.
ການຊ່ວຍເຫຼືອເດັກພິການໃຫ້ໄດ້ເຂົ້າຮຽນ – ສະເຫຼີມສະຫຼອງວັນຄົນພິການສາກົນ 2018
ອ່ານເລື່ອງການປ່ຽນແປງໃນທາງບວກ ແລະ ອະນາຄົດທີ່ສົດໃສຂອງ ນ. ໃຫຍ່, ເດັກຍິງທີ່ມີຄວາມບົກພ່ອງທາງດ້ານຮ່າງກາຍ ຜູ້ທີ່ໄດ້ຮັບທຶນການຊ່ວຍເຫຼືອຈາກແຜນງານບີຄວາ ເພື່ອຊ່ວຍໃຫ້ລາວສາມາດເຂົ້າຮຽນຄືເດັກຄົນອື່ນໆ ຢູ່ໃນບ້ານໄດ້.
ກອງປະຊຸມຖອດຖອນບົດຮຽນການຈັດຕັ້ງປະຕິບັດກິດຈະກຳ ຂອງອົງການແພລນສາກົນ ປະຈຳ ສປປ ລາວ
ອົງການແພລນສາກົນ ປະຈຳ ສປປ ລາວ ແລະ ຄູ່ຮ່ວມພັດທະນາ, ພາຍໃຕ້ການສະໜັບ ສະໜູນ ຈາກກະຊວງສຶກສາທິການ ແລະ ກິລາ (ສສກ), ໄດ້ສຳເລັດການຈັດຕັ້ງປະຕິບັດ ກອງປະຊຸມຖອດຖອນບົດຮຽນ ການຈັດຕັ້ງປະຕິບັດໂຄງການ ໃນວັນທີ 12-13 ພະຈິກ 2018 ເພື່ອແລກປ່ຽນປະສົບການ ການປະຕິບັດຕົວຈິງທີ່ດີທີ່ສຸດ ແລະ ລະບຸເງື່ອນໄຂສະພາບແວດລ້ອມ ທີ່ເອື້ອຍອຳນວຍຄວາມສະດວກຕໍ່ການຂະຫຍາຍ ໂອກາດໃນອະນາຄົດ ແລະ ຄວາມຍືນຍົງຂອງການຊ່ວຍເຫຼືອຕົ້ນຕໍ ເພື່ອປັບປຸງຜົນການຮຽນໃນການສຶກສາຂັ້ນ ປ.1 – ປ. 2.
ພິທີມອບ-ຮັບໂຄງການຂອງອົງການສຸພານິມິດ (ກຸ່ມ BNC ) ຢູ່ແຂວງຄຳມ່ວນ
ອົງການສຸພານິມິດ ສຳເລັດການຈັດຕັ້ງປະຕິບັດກິດຈະກຳຊ່ວຍເຫຼືອ ທາງດ້ານການສຶກສາພາຍໃຕ້ (ກຸ່ມອົງການ ຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ຂອງແຜນງານບີຄວາ) ຢູ່ສອງເມືອງ ໃນແຂວງຄຳມ່ວນ ແລະ ໄດ້ມອບຮັບ ໂຄງການໃຫ້ແກ່ ພະແນກສຶກສາທິການ ແລະ ກິລາ.
ບັນດາແຂວງ ແລະ ວິທະຍາໄລຄູ (ວຄ) ກະກຽມຄວາມພ້ອມ ໃນການຈັດຕັ້ງປະຕິບັດຫຼັກສູດ ຊັ້ນປະຖົມສຶກສາສະບັບໃໝ່
ພະນັກງານການນຳອາວຸໂສ ຂອງພະແນກສຶກສາທິການ ແລະ ກິລາ ຈາກ 18 ແຂວງ ແລະ ວິທະຍາໄລຄູ 8 ແຫ່ງ ໄດ້ເຂົ້າຮ່ວມກອງປະຊຸມຢູ່ທີ່ນະຄອນຫຼວງວຽງຈັນ ເລິ່ມແຕ່ວັນທີ 30 ຕຸລານີ້ ເພື່ອຮັບຟັງບົດສະເໜີລະດັບສູງ ກ່ຽວກັບ ການພັດທະນາ ແລະ ການຈັດຕັ້ງປະຕິບັດຫຼັກສູດຊັ້ນປະຖົມສຶກສາສະບັບໃໝ່. ນອກຈາກນີ້, ໃນກອງປະຊຸມ ຍັງຈະໄດ້ຄັດເລືອກເອົາຄະນະທີມງານຝຶກອົບຮົມຄູນຳອີກ.
ສະເຫຼີມສະຫຼອງວັນລ້າງມືສາກົນ
ທ່ານຮູ້ບໍ່ວ່າ ການລ້າງມືດ້ວຍສະບູ ຈະຊ່ວຍຫຼຸດພະຍາດຖອກທ້ອງໄດ້ເຖິງ 47% ແລະ ພະຍາດຕິດຕໍ່ທາງລະບົບຫາຍໃຈ ໄດ້ເຖິງ 23%? ມື້ນີ້ແມ່ນວັນລ້າງມືສາກົນ ແລະ ພວກເຮົາຢາກເລົ່າເລື່ອງວຽກ ຂອງທີມງານນັກພັດທະນາຫຼັກສູດ ຂອງກະຊວງສຶກສາທິການ ແລະ ກິລາ ແລະ ຊ່ຽວຊານຂອງແຜນງານບີຄວາ ໃນການສົ່ງເສີມສຸຂະອະນາໄມ ແລະ ການລ້າງມືດ້ວຍສະບູ ຂອງເດັກນັກຮຽນປະຖົມ.
ຊົມເຊີຍວັນເດັກຍິງສາກົນ
ມື້ນີ້ແມ່ນວັນເດັກຍິງສາກົນ ແລະ ພວກເຮົາຢາກແລກປ່ຽນ ຄຳເວົ້າທີ່ເປັນແຮງຈູງໃຈ ຈາກເດັກຍິງຊົນເຜົ່າມົ້ງ ຈາກແຂວງຊຽງຂວາງ ຜູ້ທີ່ຕັ້ງໃຈຮ່ຳຮຽນ ເພື່ອອະນາຄົດທີ່ດີຂຶ້ນຂອງພວກເຂົາ.
ຊົມເຊີຍວັນຄູ – ມາຮູ້ຈັກກັບຄູຕົວແບບຂອງພວກເຮົາ
ຄູແມ່ນຜູ້ສ້າງແຮງຈູງໃຈ ຜູ້ທີ່ຕ້ອງການສ້າງຄວາມປ່ຽນແປງ ໃນຊີວິດຂອງເດັກໜຸ່ມນ້ອຍ ແລະ ສ້າງໃຫ້ເຂົາເຈົ້າມີອະນາຄົດທີ່ດີຂື້ນ. ເພື່ອເປັນການສະເຫຼີມສະຫຼອງວັນຄູ, ພວກເຮົາໄດ້ເຊີນຄູເລົ່າເລື່ອງ ແລະ ເຊີນພວກເຮົາມາອ່ານເລື່ອງດັ່ງກ່າວພ້ອມກັນ.
ສະເຫຼີມສະຫຼອງວັນລົບລ້າງການກືກໜັງສືສາກົນ ແລະ ວຽກງານຂອງນັກພັດທະນາຫຼັກສູດວິຊາພາສາລາວ
ນັກພັດທະນາຫຼັກສູດຊັ້ນປະຖົມທີ່ສະຖາບັນຄົ້ນ ຄວ້າວິທະຍາສາດການສຶກສາ ກຳລັງ ຮັບຮອງປຶ້ມແບບຮຽນ ແລະ ຄູ່ມືຄູ່ສະບັບໃໝ່ ເພື່ອປັບປຸງການຮຽນຮູ້ໜັງສືສຳລັບນັກຮຽນ ຊັ້ນປະຖົມທຸກຄົນໃນ ສປປ ລາວ.
ເປີດຮັບສະໝັກທີມຄູຝຶກສໍາລັບການຝຶກອົບຮົມຄູປະຈຳການ!
ພະນັກງານກະຊວງສຶກສາທິການ ແລະ ກິລາ ຂັ້ນສູນກາງ ແລະ ຂັ້ນທ້ອງຖິ່ນສາມາດ ສະໝັກເປັນໜຶ່ງໃນທີມຄູຝຶກຫຼັກແຫຼ່ງ ແລະ/ຫຼື ທີມຄູຝຶກປະຈຳແຂວງໄດ້ ຈົນເຖິງວັນທີ 12 ຕຸລາ. ນີ້ເປັນໂອກາດພິເສດ ໃນການສະໜັບສະໜູນ ຄູປະຈຳການ ແລະ ການສະໜັບສະໜູນຫຼັກສູດຊັ້ນປະຖົມສຶກສາ ສະບັບປັບປຸງໃໝ່ !
ສົ່ງເສີມການສຶກສາຂັ້ນປະຖົມຢູ່ເຂດທ້ອງຖິ່ນດ້ວຍຄູທ້ອງຖິ່ນ
ນັກຮຽນຄູ ຈຳນວນ 212 ຄົນ ຈາກຊຸມຊົນທີ່ຢູ່ເຂດຊົນນະບົດ ແລະ ເຂດຫ່າງໄກສອກຫຼີກ ທີ່ໄດ້ຮັບທຶນການສຶກສາ ໄດ້ສຳເລັດການສຶກສາຈາກ ວິທະຍາໄລຄູ ແລະ ຈະໄດ້ຖືກບັນຈຸ ຢູ່ຊຸມຊົນຂອງພວກເຂົາໃນໄວໆນີ້. ຄູໃໝ່ເຫຼົ່ານີ້ ມີຄວາມເຂົ້າໃຈທາງດ້ານພາສາ ແລະ ວັດທະນະທຳຂອງຊຸມຊົນຂອງພວກເຂົາເປັນຢ່າງດີ ເຊິ່ງຈະຊ່ວຍຂະຫຍາຍໂອກາດ ໃຫ້ເດັກນ້ອຍຫຼາຍຄົນ ໄດ້ຮຽນ ແລະ ສືບຕໍ່ຮຽນຢູ່ໂຮງຮຽນຫຼາຍຂື້ນ.
ການຝຶກທັກສະ ກ່ຽວກັບວຽກງານ WASH ແລະ ການປະຖົມພະຍາບານເບື້ອງຕົ້ນ ໃຫ້ແກ່ ອະນາຄົດຄູສອນຊັ້ນປະຖົມ
ແຜນງານບີຄວາ ຈັດຝຶກອົບຮົມໃຫ້ແກ່ນັກຮຽນຄູ ທີ່ຫາກໍ່ຈົບຈາກວິທະຍາໄລຄູຫຼວງນໍ້າທາ ກ່ຽວກັບວຽກງານນໍ້າສະອາດ, ສຸຂະພາບ ແລະ ສຸຂະອະນາໄມ (WASH) ແລະ ການປະຖົມພະຍາບານເບື້ອງຕົ້ນ ເຊິ່ງຈະເຮັດໃຫ້ພວກເຂົາ ມີຄວາມຮູ້ ແລະ ສາມາດປ້ອງກັນຕໍ່ຄວາມສ່ຽງ ທີ່ອາດຈະເກີດກັບນັກຮຽນຊັ້ນປະຖົມ.
ນັກພັດທະນາຫຼັກສູດ ສັງລວມຄຳຄິດຄຳເຫັນສຸດທ້າຍ ໃນການປັບປຸງປື້ມແບບຮຽນ ແລະ ຄູ່ມືຄູ ຂັ້ນ ປ. 1 ແລະ ຂັ້ນ ປ. 2
ໃນເດືອນມິຖຸນາທີ່ຜ່ານມາ, ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ໄດ້ຈັດຊຸດກອງປະຊຸມ ເພື່ອຮັບຟັງຄຳຄິດຄຳເຫັນຈາກຄູ, ອຳນວຍການໂຮງຮຽນ, ພະນັກງານທີ່ຢູ່ຂັ້ນເມືອງ ແລະ ແຂວງ ຈາກໂຮງຮຽນທີ່ເຂົ້າຮ່ວມໂຄງການທົດລອງ ນຳໃຊ້ຫຼັກສູດຂັ້ນ ປ. 1 ແລະ ປ. 2 ສະບັບປັບປຸງ. ຄຳຄິດຄຳເຫັນດັ່ງກ່າວ ຈະເປັນການປັບປຸງສື່ການຮຽນການສອນ ຂັ້ນ ປ. 1 ແລະ ປ. 2 ຮອບສຸດທ້າຍ.
ລາຍການ “ຮຽນຮູ້ຮ່ວມກັນ” ປະຈຸບັນນີ້ ໄດ້ອອກອາກາດແລ້ວ
ມາເບິ່ງລາຍການ “ຮຽນຮູ້ຮ່ວມກັນ” ກັບທ່ານ ຈ໋ອງ-ເບີນາດ ຄາຣາສໂກ, ເອກອັກຄະລັດຖະທູດອົດສະຕຣາລີ ປະຈຳລາວ
ເບື້ອງຫຼັງການຖ່າຍທຳລາຍການ ຮຽນຮູ້ຮ່ວມກັນ
ຊົມເຊີຍ ວັນເດັກນ້ອຍສາກົນ!
ເພື່ອເປັນການສະເຫຼີມສະຫຼອງວັນເດັກນ້ອຍ ສາກົນປີນີ້, ພວກເຮົາຈະນຳສະເໜີເບື້ອງຫຼັງການຖ່າຍທຳ ຮຽນຮ່ວມກັນ ເຊິ່ງ ເປັນ ໜັງ ອະນິເມຊັ່ນ ທາງດ້ານການສຶກສາ ທີ່ຈະອອກອາກາດ ທາງຊ່ອງ 3 ຂອງ ໂທລະພາບແຫ່ງຊາດ ແລະ ລາວສະຕາ ຕັ້ງແຕ່ວັນທີ 10 ມິຖຸນາ ເປັນຕົ້ນໄປ. ອົດສະຕຣາລີ ແລະ ສະຫະພາບ ເອີຣົບ ມີຄວາມພາກພູມໃຈຈະສະໜັບສະໜູນໂຄງ ການນີ້ເພື່ອຊຸກຍູ້ສົ່ງເສີມໃຫ້ເດັກນ້ອຍໄດ້ ພັດທະນາມີ ໃຈຮັກໃນການຮຽນ ແລະ ເຂົ້າເຖິງສັກກາຍະພາບຂອງພວກເຂົາຢ່າງ ເຕັມທີ.
ຫຼັກສູດຊັ້ນປະຖົມສຶກສາໃໝ່ຈະເລີ່ມຖືກນໍາໃຊ້ໃນຕົ້ນເດືອນກັນຍາ 2019.
ນັບແຕ່ປີ 2015 ເປັນຕົ້ນມາ, ກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ລິເລີ່ມຂະບວນການ ການປັບປຸງຫຼັກສູດຊັ້ນປະຖົມສຶກສາແຫ່ງຊາດໃນ ສປປ ລາວ ແລະ ພັດທະນາປື້ມແບບຮຽນ, ປື້ມຄູ່ມືຄູ ແລະ ສື່ການຮຽນ ການສອນໃຫ້ແກ່ບັນດາໂຮງຮຽນ.
ອົດສະຕຣາລີ ແລະ ສະຫະພາບເອີຣົບ ຮ່ວມຢ້ຽມຢາມພາກເໜືອ ໃນການສະໜັບສະໜູນການສຶກສາ ຂອງລາວ
ທີມງານສະຖານທູດອົດສະຕຣາລີ ພ້ອມດ້ວຍທີມງານກະຊວງສຶກສາທິການ ແລະ ກິລາ ແລະ ສະຫະພາບເອີຣົບ ມີຄວາມຍິນດີທີ່ໄດ້ໄປຢ້ຽມຢາມບັນດາ ກິດຈະກຳຂອງຂະແໜງການສຶກສາ ຢູ່ແຂວງຫຼວງນ້ຳທາ ແລະ ແຂວງອຸດົມໄຊ ໃນອາທິດນີ້. ຄະນະຢ້ຽມຢາມໄດ້ປຶກສາຫາລື ສິ່ງທ້າທາຍກ່ຽວກັບການສຶກສາ ແລະ ໄດ້ຢ້ຽມຢາມວິທະຍາໄລຄູ ແລະ ເບິ່ງກິດຈະກຳການຮຽນການສອນ ແລະ ກິດຈະກຳສົ່ງເສີມການອ່ານ ຢູ່ໂຮງຮຽນໃນເຂດຫ່າງໄກສອກຫຼີກ. ການຢ້ຽມຢາມຄັ້ງນີ້ ໄດ້ເນັ້ນໜັກເຖິງການຮ່ວມມືອັນແໜ້ນແຟ້ນ ລະຫວ່າງ ລັດຖະບານອົດສະຕຣາລີ, ສະຫະພາບເອີຣົບ ແລະ ລັດຖະບານລາວ ໃນການສະໜັບສະໜຸນ ຄຸນນະພາບການສຶກສາ ໃຫ້ແກ່ເດັກນ້ອຍໃນຊຸມຊົນທີ່ດ້ອຍໂອກາດທີ່ສຸດ.
ສະເຫຼີມສະຫຼອງວັນປື້ມສາກົນ
ເພື່ອເປັນສະເຫຼີມສະຫຼອງວັນປື້ມສາກົນ, ບີຄວາຈຶ່ງຢາກຍົກເລື່ອງຂອງຜູ້ປົກຄອງ ເດັກສອງທ່ານ ທີ່ມີຄວາມເສຍສະລະຢ່າງສູງ ຈາກໜູ່ບ້ານມົ້ງທີ່ຢູ່ເຂດຊົນນະບົດ ຫ່າງໄກສອກຫຼີກມາເລົ່າ. ພວກເຮົາມາອ່ານເລື່ອງຂອງ ທ່ານ ນ. ນູ ແລະ ທ່ານ ໂຮວາ ແລະ ເບິ່ງວ່າພວກເຂົາສ້າງມຸມການອ່ານ ສຳລັບເດັກນ້ອຍ ຢູ່ເຮືອນຂອງພວກເຂົາຄືແນວໃດ.
ການສະແດງລະຄອນໂດຍນັກຮຽນໄວໜຸ່ມ ເພື່ອສົ່ງເສີມກິດຈະກຳການອ່ານ ຢູ່ເຂດຊຸມຊົນຫ່າງໄກສອກຫຼີກ
ລະຄອນເພື່ອການພັດທະນາ ແມ່ນວິທີການທີ່ມີແນວຄວາມຄິດສ້າງສັນ ຊຶ່ງຈັດຕັ້ງປະຕິບັດໂດຍກຸ່ມອົງການຈັດຕັ້ງສາກົນ ທີ່ບໍ່ສັງກັດລັດຖະບານ ຂອງແຜນງານບີຄວາ ເພື່ອສົ່ງເສີມຄວາມຮູ້ໜັງສື ແລະ ການອ່ານ ຢູ່ແຂວງອຸດົມໄຊ. ເພື່ອເປັນການສະເຫຼີມສະຫຼອງວັນລະຄອນໂລກ ວັນທີ 27 ມີນາ, ອົດສະຕຣາລີ ແລະ ສະຫະພາບເອີຣົບ ຈຶ່ງຢາກຍົກໂຄງການລິເລີ່ມທີ່ປະສົບຜົນສຳເລັດນີ້ ມາເລົ່າ.
ການສະເຫຼີມສະຫຼອງວັນແມ່ຍິງສາກົນ – ມາຮູ້ຈັກກັບ ທ່ານ ນ. ແສງເງິນ ໄວຍາກອນ, ຜູ້ໃຫ້ການສະໜັບສະໜູນ ຄວາມສະເໝີພາບຍິງ-ຊາຍ ໃນ ສປປ ລາວ ຢ່າງແທ້ຈິງ
ມາຮູ້ຈັກກັບ ທ່ານ ນ. ແສງເງິນ ໄວຍາກອນ, ຜູ້ທີ່ມີທັດສະນະກ່ຽວກັບ ຄວາມສະເໝີພາບບົດບາດຍິງຊາຍ ແລະ ເບິ່ງວ່າການສຶກສາ ມີບົດບາດສຳຄັນ ໃນການສົ່ງເສີມຄວາມກ້າວໜ້າ ຂອງເພດຍິງໄດ້ຄືແນວໃດ.
ການສະເຫຼີມສະຫຼອງວັນແມ່ຍິງສາກົນ: ມາຮູ້ຈັກກັບ ທ່ານ ນ. ແກ່ນຄຳ ຢາງ, ຜູ້ຊ່ວຍເຫຼືອການສຶກສາ ທີ່ສ້າງແຮງຈູງໃຈໃຫ້ ແກ່ຊຸມຊົນ
ມາອ່ານເລື່ອງຂອງ ທ່ານ ນ. ແກ່ນຄຳ ຢາງ, ຍິງຊົນເຜົ່າມົ້ງຜູ້ມີແຮງບັນດານໃຈ ແລະ ມີຄວາມຕັ້ງໃຈຢ່າງສູງ ໃນການ ສົ່ງເສີມວຽກງານດ້ານການສຶກສາສຳລັບທຸກຄົນ ແລະ ໄດ້ເຮັດວຽກເປັນອາສາສະໝັກຢ່າງ ບໍ່ຮູ້ອິດເມື່ອຍ ດ້ວຍຄວາມຫວັງທີ່ຈະສ້າງໃຫ້ມີການປ່ຽນແປງ ທີ່ສຳຄັນ ແລະ ຍືນຍົງໃນຊຸມຊົມຂອງລາວ.
ທ່ານທູດອົດສະຕຣາລີຢ້ຽມຢາມແຂວງສະຫວັນນະເຂດ
ໃນອາທິດທີ່ຜ່ານມາ, ທ່ານທູດ ຈ໋ອງ-ເບີນາດ ຄາຣາສ໌ໂກ ພາກພູມໃຈ ທີ່ໄດ້ເຫັນການຊ່ວຍເຫຼືອ ຈາກອົດສະຕຣາລີ ແລະ ສະຫະພາບເອີຣົບ ຕໍ່ການພັດທະນາການສຶກສາ ໃນແຂວງສະຫວັນນະເຂດ ໂດຍຜ່ານແຜນງານບີຄວາ ເຊິ່ງເປັນແຜນງານ ທີ່ນຳພາໂດຍລັດຖະບານລາວ. ແຜນງານດັ່ງກ່າວ ຊ່ວຍໃຫ້ເດັກດ້ອຍໂອກາດ ສາມາດເຂົ້າເຖິງການສຶກສາ ທີ່ມີຄຸນນະພາບ. ການເດີນທາງຂອງທ່ານຄັ້ງນີ້ ໄດ້ມີພິທີມອບຮັບຫໍພັກ ແລະ ຫ້ອງນ້ຳນັກຮຽນ ໃຫ້ແກ່ວິທະຍາໄລຄູສະຫວັນນະເຂດ ແລະ ພິທີເປີດໂຄງການກໍ່ສ້າງໂຮງຮຽນປະຖົມ ຢູ່ແຂວງສະຫວັນນະເຂດ.
ການຢ້ຽມຢາມໂຮງຮຽນຢູ່ເຂດຫ່າງໄກສອກຫຼີກ ໃນ ສປປ ລາວ
ອ່ານບົດເລື່ອງກ່ຽວກັບການປ່ຽນແປງທີ່ດີຂຶ້ນ ແລະ ຄວາມຫວັງ ຈາກ ລໍເຣັນ ການາ ຊານ, ນັກຂຽນບົດເລື່ອງໃນອິນເຕີເນັດ ຈາກສະຫະພາບເອີຣົບ ທີ່ໄດ້ຢ້ຽມຢາມກິດ ຈະກຳຂອງແຜນງານບີຄວາ ຢູ່ແຂວງຫົວພັນ.
ສະເຫຼີມສະຫຼອງວັນອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ
ແຜນງານບີຄວາມີຄວາມພາກພູມໃຈ ທີ່ໄດ້ຮ່ວມງານກັບອົງການຈັດຕັ້ງສາກົນ ທີ່ບໍ່ສັງກັດລັດຖະບານ ຄື: ອົງການແພລນສາກົນ, ອົງການສຸພານິມິດ, ອົງການຊ່ວຍເຫຼືອເດັກ, ອົງການຊາຍຟັນລາວ ຕັ້ງແຕ່ປີ 2015 ເປັນຕົ້ນມາ ໃນນາມ ກຸ່ມອົງການຈັດຕັ້ງສາກົນ ທີ່ບໍ່ສັງກັດລັດຖະບານ ຂອງແຜນງານບີຄວາ (BNC). BNC ໄດ້ຈັດຕັ້ງປະຕິບັດກິດຈະກຳຕ່າງໆ ເພື່ອໃຫ້ໝັ້ນໃຈວ່າເດັກນ້ອຍໝົດທຸກຄົນ, ໂດຍສະເພາະເດັກຍິງ ແລະ ເດັກພິການໃນໂຮງຮຽນເປົ້າໝາຍ ຢູ່ເຂດຊົນນະບົດຫ່າງໄກສອກຫຼີກໄດ້ເຂົ້າຮຽນ ແລະ ຮຽນຈົບຊັ້ນປະຖົມສຶກສາທີ່ມີຄຸນນະພາບ, ໂດຍການສະໜັບສະໜູນຈາກຄອບຄົວ ແລະ ຊຸມຊົນຂອງພວກເຂົາ.
ວິດີໂອ ກ່ຽວກັບ ການຊ່ວຍເຫຼືອຂອງແຜນງານບີຄວາ ເພື່ອໃຫ້ເດັກນ້ອຍໄດ້ເຂົ້າຮຽນຫຼາຍຂຶ້ນ
ມາຟັງເລື່ອງຂອງ ນຸງກູເລົາ, ຈືລີ, ແລະ ປໍຈູ ວ່າທຶນຊ່ວຍເຫຼືອຂະໜາດນ້ອຍ ຂອງກຸ່ມຄູ່ຮ່ວມພັດທະນາຂອງ ແຜນງານບີຄວາ ທີ່ເປັນອົງການຈັດຕັ້ງສາກົນ ທີ່ບໍ່ສັງກັດລັດຖະບານ ແລະ ການມີສ່ວນຮ່ວມຂອງຊຸມຊຸນຂອງພວກເຂົາ ໄດ້ຊ່ວຍໃຫ້ ພວກເຂົາກັບເຂົ້າຮຽນຄືນແນວໃດ.
ຂໍ້ຄວາມຈາກ ທີມງານສຶກສາ ຈາກສະຖານທູດອົດສະຕຣາລີ
ຕາງໜ້າໃຫ້ທີມງານສຶກສາ ຈາກສະຖານ ທູດອົດສະຕຣາລີ ຂ້າພະເຈົ້າ ຂໍຂອບໃຈ ກະຊວງສຶກສາທິການ ແລະ ກິລາ, ສະຫະພາບເອີຣົບ ແລະ ຄູ່ຮ່ວມງານຂອງແຜນງານບີຄວາທຸກໆ ພາກສ່ວນ ທີ່ໃຫ້ການຮ່ວມມືເປັນຢ່າງດີ ໃນໄລຍະສອງປີທີ່ຜ່ານມາ.
ຂໍ້ຄວາມຈາກ ແຜນງານບີຄວາ
ແຜນງານບີຄວາ ເປັນແຜນງານທີ່ຂ້ອນຂ້າງມີ ເອກະລັກ, ເນື່ອງຈາກເປັນແຜນງານລິເລີ່ມ ການຮ່ວມມືທາງດ້ານການສຶກສາ ທີ່ສອດ ຄ່ອງກັບແຜນພັດທະນາຂະແໜງການສຶກສາ ປີ 2016-20 ຂອງກະຊວງສຶກສາທິການ ແລະ ກິລາ (ສສກ).
ສຽງຂອງແມ່ຍິງລາວ
ເພື່ອເປັນການສະເຫຼີມສະຫຼອງການປະກອບ ສ່ວນຂອງແມ່ຍິງລາວ ເຂົ້າໃນການສ້າງສາ ພັດທະນາປະເທດຊາດ ກໍຄືຢູ່ໃນ ສປປ ລາວ, ແຜນງານບີຄວາ ໄດ້ຖືໂອກາດສໍາພາດ ກັບບັນດາແມ່ຍິງລາວ ທີ່ເຮັດວຽກຢູ່ໃນຂະ ແໜງການສຶກສາ ໂດຍສະເພາະ ແມ່ນບຸກຄົນ ທີ່ໄດ້ປະສານງານວຽກງານ ການສຶກສາກັບ ແຜນງານບີຄວາ ເຊິ່ງບົດສໍາພາດນີ້ ປະກອບ ດ້ວຍທັດສະນະ ແລະ ຄໍາຄິດເຫັນຂອງ ບັນດາແມ່ຍິງລາວ ກ່ຽວກັບ ການປ່ຽນແປງ ຕ່າງໆທີ່ແມ່ຍິງລາວໄດ້ພົບພໍ້ ແລະ ການສຶກ ສານັ້ນ ສາມາດຊ່ວຍເຫຼືອເຂົາເຈົ້າໄດ້ ແນວໃດ. ບົດສໍາພາດເຫຼົ່ານີ້ໄດ້ຖືກ ຖ່າຍທອດ ອອກອາກາດຜ່ານທາງວິທະຍຸ ກະຈາຍສຽງແຫ່ງຊາດລາວ ເມື່ອເດືອນມີນາ ທີ່ຜ່ານມາ ກ່ອນໜ້າວັນແມ່ຍິງສາກົນ.
ບາດກ້າວທຳອິດ ຂອງການປັບປຸງຫຼັກສູດສ້າງຄູປະຖົມ
ນີ້ເປັນຄັ້ງທຳອິດໃນປະຫວັດສາດ ຂອງການ ໃຫ້ທຶນແກ່ ສປປ ລາວ ທີ່ແຜນງານອັນດຽວ ໄດ້ໃຫ້ການ ສະໜັບສະໜຸນການປັບປຸງ ຫຼັກສູດທີ່ສຳຄັນທັງ ສອງຫຼັກສູດພ້ອມກັນ ຄື ຫຼັກສູດຊັ້ນປະຖົມ ສຳລັບນຳໃຊ້ໃນຫ້ອງຮຽນ ໃນທົ່ວປະເທດ ແລະ ຫຼັກສູດສ້າງຄູ ເພື່ອສ້າງຄູທີ່ຈະໄປສອນ ໃນຊັ້ນປະຖົມ ໃນອະນາຄົດ.
ເລື່ອງເລົ່າຈາກພາກສະໜາມ – ການຕິດຕາມການທົດລອງປຶ້ມແບບຮຽນ ແລະ ຄູ່ມືຄູ ຢູ່ເມືອງເຊໂປນ ແຂວງສະຫວັນນະເຂດ
ຫ້ອງ ປ.1 ໃນໂຮງຮຽນປະຖົມບ້ານແກ້ງຄໍາ, ບ້ານອຸດົມສຸກ, ບ້ານກະດັບ, ບ້ານນາຫົວນໍ້າ ແລະ ບ້ານນາຫຼວງ ແມ່ນນອນຢູ່ໃນ 25 ໂຮງຮຽນ ທົ່ວປະເທດທີ່ຖືກຄັດເລືອກສຳ ລັບການທົດລອງນຳໃຊ້ປຶ້ມແບບຮຽນ ແລະ ຄູ່ມືຄູ ໃນສົກປີ 2016-2017 ເຊິ່ງເປັນສ່ວນໜຶ່ງຂອງວຽກງານປັບປຸງຫຼັກສູດ ຊັ້ນປະຖົມສຶກສາ.
ນັກຮຽນຂັ້ນ ປ.3 ໃນ ສປປ ລາວ ສາມາດອ່ານ, ຂຽນ ແລະ ນັບເລກ ໄດ້ດີສ່ຳໃດ?
ໃນໄລຍະສອງອາທິດຕົ້ນເດືອນພຶດສະພານີ້, ໄດ້ມີການປະເມີນ ຜົນການຮຽນ (ASLO) ຂອງນັກຮຽນຊັ້ນປະຖົມສຶກສາປີທີ 3 ຈໍານວນ 17,535 ຄົນ ເພື່ອວັດທັກສະຄວາມສາມາດ ວິຊາພາສາລາວ ແລະ ວິຊາຄະນິດສາດພື້ນ ຖານ. ການຈັດຕັ້ງປະຕິບັດກິດຈະກໍາດັ່ງກ່າວ ນີ້ ແມ່ນເປັນສິ່ງທີ່ໜ້າປະທັບໃຈຫຼາຍ ເພາະ ຕ້ອງໄດ້ໃຊ້ທີມງານຜູ້ເກັບກຳຂໍ້ມູນຈາກສະ ຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສ.ວ.ສ) ພະນັກງານຈາກກົມ ແລະ ສູນຕ່າງໆ ຈາກກະຊວງສຶກສາທິການ ແລະ ກິລາ ແລະ ພະນັກງານຈາກພະແນກສຶກສາທິການ ແລະ ກິລາແຂວງ ແລະ ພະນັກງານຈາກຫ້ອງການ ສຶກສາທິການ ແລະ ກິລາເມືອງ ເຖິງ 456 ຄົນ ເພື່ອ ລົງເກັບກໍາຂໍ້ມູນຢູ່ທີ່ໂຮງຮຽນ ປະຖົມ 1,305 ແຫ່ງໃນທົ່ວປະເທດ.
ບົດບາດຊຸມຊົນໃນການສົ່ງເສີມການອ່ານ
ໃນໄລຍະທົດສະວັດທີ່ຜ່ານມາ, ສປປ ລາວ ໄດ້ມີຄວາມຄືບໜ້າສູງ ໃນການເພີ່ມການ ເຂົ້າເຖິງການສຶກສາ. ແຕ່ເຖິງຢ່າງໃດກໍ່ຕາມ, ຍັງມີຫຼາຍຊຸມຊົນໃນເຂດຫ່າງໄກສອກຫຼີກ ຍັງຂາດອຸປະກອນການຮຽນການສອນ ທີ່ຈຳເປັນ ແລະ ອັດຕາປະລະທີ່ສູງ ສົ່ງຜົນ ກະທົບຜົນທາງລົບຕໍ່ການຮຽນຂອງເດັກ ໂດຍສະເພາະແມ່ນການຮູ້ໜັງສື.
ພະແນກສຶກສາທິການ ແລະ ກິລາແຂວງຊຽງຂວາງ ຍົກສູງວຽກງານການ ປັບປຸງການຮຽນ-ການສອນ ວິຊາພາສາລາວໃຫ້ແກ່ນັກຮຽນຊັ້ນປະຖົມສຶກສາ
ແຂວງຊຽງຂວາງ ເປັນແຂວງທີ່ມີຊື່ສຽງເລື່ອງ ທົ່ງໄຫຫີນ ເຊິ່ງເປັນສະຖານທີ່ຮ່ອງຮອຍທາງ ປະຫວັດສາດ ແລະ ເປັນແຂວງທີ່ເຕັມໄປ ດ້ວຍຄວາມຫຼາກຫຼາຍທາງດ້ານວັດທະນະ ທໍາອັນລໍ້າຄ່າ. ແຂວງຊຽງຂວາງປະກອບ ດ້ວຍແປດຊົນເຜົ່າຍ່ອຍ ດ້ວຍເຫດນີ້ ຈຶ່ງມີຫຼາກຫຼາຍພາສາ ແລະ ສຳນຽງທີ່ ແຕກຕ່າງກັນອອກໄປ. ປະຊາກອນໃນແຂວງ ເກືອບເຄິ່ງໜຶ່ງ ແມ່ນຊົນເຜົ່າມົ້້ງ ແລະ ກຶມມຸ.
ສິ່ງອຳນວຍຄວາມສະດວກທີ່ດີກວ່າ ເພື່ອການຮຽນຮູ້ທີ່ດີຂຶ້ນ
ການຮຽນຫຍຸ້ງຍາກຂຶ້ນ ເມື່ອມີນໍ້າຝົນພັດລອດ ຜ່ານຕາມຝາຫ້ອງຮຽນ ຫຼື ບໍ່ມີໂຕະພຽງພໍ ໃຫ້ຂຽນໜັງສື. ເຈົ້າຈະໄປໂຮງຮຽນໄດ້ແນວໃດ ຖ້າເຈົ້ານັ່ງຢູ່ເທິງລໍ້ເລື່ອນ ແຕ່ໂຮງຮຽນພັດ ມີແຕ່ຂັ້ນໄດເພື່ອເຂົ້າ ເຖິງຫ້ອງຮຽນ? ແລະ ເຈົ້າຈະຮັກສາສຸຂະພາບໃຫ້ແຂງແຮງໄດ້ ແນວໃດ ໃນເມື່ອໂຮງຮຽນບໍ່ມີຫ້ອງນໍ້າ ຫຼື ກ໋ອກນ້ຳ ເພື່ອລ້າງມືຂອງເຈົ້າໃຫ້ສະອາດ?
ການສົ່ງເສີມໃຫ້ເດັກນ້ອຍທຸກຄົນໄດ້ເຂົ້າໂຮງຮຽນ – ວັນຄົນພິການສາກົນ
ເດັກພິການແມ່ນກຸ່ມເດັກນ້ອຍທີ່ມີອຸປະສັກຫຼາຍ ຢ່າງ ໃນການມີສ່ວນຮ່ວມໃນສັງຄົມຂອງເຂົາ ເຈົ້າຢ່າງເຕັມສ່ວນ. ການທີ່ຈະໄດ້ເຂົ້າຮຽນ ເປັນສິ່ງທີ່ທ້າທາຍສະເໝີສຳລັບເດັກພິການ. ພວກເຮົາມາອ່ານເລື່ອງຂອງ ປໍຈູ, ລາລີ, ແລະ ນັກ ວ່າປະຈຸບັນ ພວກເຂົາມີສ່ວນຮ່ວມ ໃນກິດຈະກຳການຮຽນຮູ້ຄືເດັກນ້ອຍຜູ້ອື່ນໆ ໄດ້ຄືແນວໃດ. ຂໍຂອບໃຈມາຍັງການຊ່ວຍເຫຼືອຈາກກຸ່ມ ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ຂອງແຜນງານບີຄວາ.
ວັນຫ້ອງນ້ຳໂລກ – 19 ພະຈິກ
ນັກຮຽນຈະມີສຸຂະພາບດີໄດ້ແນວໃດ ເມື່ອໂຮງຮຽນຂອງພວກເຂົາບໍ່ມີຫ້ອງນ້ຳ? ໃນວັນທີ 19 ພະຈິກ, ພວກເຮົາຈະສະເຫຼີມ ສະຫຼອງວັນຫ້ອງນ້ຳໂລກ. ແຜນງານປັບປຸງ ຄຸນນະພາບ ແລະ ຂະຫຍາຍໂອກາດ ເຂົ້າຮຽນສຳລັບການສຶກສາ ຂັ້ນພື້ນຖານ ຢູ່ ສປປ ລາວ (ແຜນງານບີຄວາ) ເຫັນເຖິງ ຄວາມສຳຄັນຂອງ ສີ່ງອຳນວຍຄວາມສະດວກ ໃນການມີນ້ຳໃຊ້ ແລະ ສຸຂະອະນາໄມທີ່ ເໝາະສົມຢູ່ໃນໂຮງຮຽນ. ໃນປີ ທີ່ຜ່ານມາ, ຫ້ອງນ້ຳຂອງໂຮງຮຽນປະຖົມທີ່ຢູ່ເຂດຫ່າງ ໄກສອກຫຼີກຈຳນວນ 389 ຫ້ອງ ໄດ້ຮັບການ ສ້ອມແປງ ຫຼື ປຸກສ້າງຂື້ນ ເພື່ອເຮັດ ໃຫ້ສຸຂະພາບ ແລະ ສະພາບແວດລ້ອມການ ຮຽນຂອງເດັກນ້ອຍດີຂື້ນຫຼາຍກວ່າເກົ່າ.
ການລົງຢ້ຽມຢາມແຂວງພາກກາງ ແລະ ພາກໃຕ້
ພະນັກງານຂັ້ນສູງຈາກກະຊວງສຶກສາທິການ ແລະ ກິລາ ແລະ ກະຊວງແຜນການ ແລະ ການລົງທຶນ ສະຖານທູດອົດສະຕຣາລີ ແລະ ສະຫະພາບເອີຣົບ ໄດ້ຮ່ວມລົງຢ້ຽມຢາມ ແຂວງພາກກາງ ແລະ ພາກໃຕ້ຂອງລາວ ໃນລະຫວ່າງວັນທີ 23-27 ຕຸລາ 2017.
ຊົມເຊີຍວັນລ້າງມືສາກົນ!
ກຸ່ມຄູ່ຮ່ວມພັດທະນາຂອງແຜນງານບີຄວາ ທີ່ເປັນອົງການຈັດຕັ້ງສາກົນທີ່ບໍ່ສັງກັດ ລັດຖະບານ ເຫັນໄດ້ເຖິງຄວາມສຳຄັນຂອງ ການລ້າງມື ເພື່ອສົ່ງເສີມການເຂົ້າຮຽນ ແລະ ການມີສ່ວນຮ່ວມໃນໂຮງຮຽນ. ໂດຍການຊ່ວຍ ສ້າງບ່ອນລ້າງມືຢູ່ໂຮງຮຽນປະຖົມ, ການຝຶກອົບຮົມຄູ ແລະ ນັກຮຽນ ກ່ຽວກັບ ວິທີການລ້າງມືດ້ວຍສະບູທີ່ຖືກຕ້ອງ, ແຜນງານບີຄວາເປັນສ່ວນໜຶ່ງທີ່ຈະຊ່ວຍ ປ້ອງກັນພະຍາດໃຫ້ແກ່ເດັກນ້ອຍ, ເຮັດໃຫ້ເດັກນ້ອຍມີສຸຂະພາບທີ່ດີ ແລະ ແຂງແຮງເພື່ອຈະຮຽນໜັງສືໄດ້.
ຫົວຂໍ້: ຊົມເຊີຍຄູຂອງພວກເຮົາ!
ຄູມີບົດບາດສຳຄັນໃນການສ້າງອະນາຄົດຂອງ ຄົນລຸ້ນຕໍ່ໄປ ແລະ ການພັດທະນາ ຂອງ ສປປ ລາວ. ແຜນງານບີຄວາ ມີຄວາມພາກ ພູມໃຈ ທີ່ໄດ້ໃຫ້ການສະໜັບສະໜູນຄູ ໃນ ສປປ ລາວ ໂດຍຜ່ານການຊ່ວຍເຫຼືອກະຊວງ ສຶກສາທິການ ແລະ ກິລາ ໃນການປັບປຸງ ການຝຶກອົບຮົມ ແລະ ພັດທະນາວິຊາຊີບຄູ, ແລະ ການປັບປຸງ ອຸປະກອນການຮຽນ-ການສອນ ໃຫ້ແກ່ຄູ.
ນັກຮຽນຄູ ມີຄວາມດີໃຈທີ່ໄດ້ຊົມໃຊ້ ນ້ຳ, ແລະ ສິ່ງອຳນວຍຄວາມສະດວກດ້ານສຸຂາພິບານ ແລະ ສຸຂະອະນາໄມ ຢູ່ວິທະຍາໄລຄູຂອງພວກເຂົາ
ທີມງານກໍ່ສ້າງພື້ນຖານໂຄງລ່າງຂອງ ແຜນງານບີຄວາ ໄດ້ສຳເລັດການປັບປຸງ ລະບົບນ້ຳ ຢູ່ທີ່ວິທະຍາໄລຄູ ແຂວງສາລະວັນ ແລະ ແຂວງຫຼວງນ້ຳທາ. ປະຈຸບັນ, ນັກຮຽນຄູ ລວມທັງ ນັກຮຽນຄູຊົນເຜົ່າ ຂອງແຜນງານບີຄວາ ສາມາດນຳໃຊ້ ລະບົບນ້ຳໃໝ່ ໄດ້ຢ່າງປອດໄພແລ້ວ.
ປະກາດ ຜົນການຄັດເລືອກໂຄງການທີ່ໄດ້ຮັບທຶນສະໜັບສະໜູນຈາກ ກອງທຶນເພື່ອການຄົ້ນຄວ້າສິ່ງໃໝ່ດ້ານການສຶກສາ (BEIF) ຄັ້ງທີ 2
ກອງທຶນ BEIF ໃຫ້ທຶນຊ່ວຍເຫຼືອສະໜັບສະໜູນ ກິດຈະກຳການສຶກສາຂັ້ນພື້ນຖານ ທີ່ມີຄວາມຄິດສ້າງສັນແກ່ 11 ອົງກອນ ຊຶ່ງມີມູນຄ່າ 817,000 ໂດລາອົດສະຕາລີ.
ຊົມເຊີຍວັນລົບລ້າງການກືກໜັງສືສາກົນ!
ວັນລົບລ້າງການກືກໜັງສືສາກົນ ໄດ້ໝູນວຽນ ມາຄົບຮອບອີກວາລະໜຶ່ງ ຊຶ່ງໃນປີນີ້ໄດ້ຄົບ ຮອບ 51 ປີ. ອົດສະຕຣາລີ ແລະ ສະຫະ ພາບເອີຣົບ ໄດ້ເຫັນຄວາມສຳຄັນຂອງວັນ ດັ່ງກ່າວຢ່າງສູງ ແລະ ມີຄວາມພາກພູມໃຈ ທີ່ໄດ້ຊ່ວຍໃຫ້ ເດັກນ້ອຍໃນ ສປປ ລາວ ໄດ້ເຂົ້າເຖິງປຶ້ມອ່ານຫຼາຍຂື້ນ ໂດຍການຊ່ວຍ ເຫຼືອ ຜ່ານແຜນງານບີຄວາ
ວັນເດັກ
ວັນທີ 1 ມິຖຸນາ ແມ່ນວັນເດັກສາກົນ. ກໍ່ຄືກັນກັບປະເທດອື່ນໆ, ການສະເຫຼີມສະຫຼອງວັນເດັກຢູ່ໃນປະເທດ ລາວ ກໍ່ມີການຈັດກິດຈະກຳແບບທົ່ວໆໄປທີ່ມີມາ ແຕ່ດົນນານແລ້ວ ເຊັ່ນ: ກິດຈະກຳການຟ້ອນ, ຮ້ອງເພງ, ແຕ້ມຮູບ, ຫຼິ້ນເກມ, ການວາງສະແດງຕ່າງໆ ແລະ ໃນບາງເຂດ ກໍ່ຈັດໃຫ້ມີການປູກຕົ້ນໄມ້ຄວບຄູ່ກັນໄປນຳ.
ການຖ່າຍທໍາວີດີໂອ ກ່ຽວກັບວຽກງານສ້າງຄູຊົນເຜົ່າ
ມາພົບກັບນ້ອງ ສາມີ້ ແລະ ນ້ອງ ໂຊກຄົງ, ສອງນັກຮຽນຄູຊົນເຜົ່າທີ່ມາຈາກເມືອງສິງ ເຂດພາກເໜືອຂອງປະເທດ ລາວ. ພວກເຂົາ ມີຄວາມໄຝ່ຝັນຢາກເປັນຄູສອນຊັ້ນປະຖົມ ເພື່ອທີ່ຈະນໍາເອົາອະນາຄົດອັນສົດໃສກວ່າເກົ່າ ມາສູ່ໝູ່ບ້ານຂອງຕົນ.
ກອງທຶນເພື່ອການຄົ້ນຄວ້າສິ່ງໃໝ່ທາງດ້ານການສຶກສາ
ເນື່ອງຈາກວ່າໄດ້ມີຄວາມສົນໃຈສູງຈາກພາກລັດ ແລະ ອົງການທີ່ບໍ່ສັງກັດລັດຖະບານ ລວມທັງ ອົງການທີ່ບໍ່ຫວັງຜົນກຳໄລອື່ນໆ ເຊິ່ງລວມທັງໝົດມີ 149 ບົດສະເໜີແນວຄວາມຄິດກ່ຽວກັບໂຄງການ ທີ່ໄດ້ສົ່ງເຂົ້າແຂ່ງຂັນໃນຄັ້ງນີ້. ດັ່ງນັ້ນ, ພວກເຮົາໃນນາມຄະນະຮັບຜິດຊອບການກວດ ແລະ ປະເມີນຜົນບົດສະເໜີແນວຄວາມຄິດກ່ຽວ ກັບໂຄງການ, ຈິ່ງຂໍແຈ້ງມາໃຫ້ບັນດາທ່ານໄດ້ຮັບຊາບວ່າ ພາກສ່ວນທີ່ໄດ້ຮັບການພິຈາລະນາວ່າຜ່ານ ເຂົ້າຮອບຕໍ່ໄປເພື່ອຂຽນບົດສະເໜີ ໂຄງການສະບັບສົມບູນນັ້ນແມ່ນຈະຖືກແຈ້ງ ໃຫ້ຊາບເປັນທາງການໃນມື້ ວັນ 12 ພຶດສະພາ, 2017.