ໃນຂະນະທີ່ ການຈັດຕັ້ງປະຕິບັດພັດທະນາຫຼັກສູດຊັ້ນປະຖົມສຶກສາ ສະບັບປັບປຸງໃໝ່ ດຳເນີນມາຮອດຂັ້ນຕອນໄລຍະກາງຂອງແຜນງານ, ກະຊວງສຶກສາທິການ ແລະ ກິລາ ໂດຍການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ໄດ້ຈັດກອງປະຊຸມທົບທວນ ແລະ ປຶກສາຫາລືໃນການຈັດຕັ້ງປະຕິບັດຫຼັກສູດຊັ້ນປະຖົມສຶກສາ ຮ່ວມກັບພາກສ່ວນທີ່ກ່ຽວຂ້ອງ, ຊຶ່ງຈັດຂຶ້ນໃນວັນທີ 4 ກຸມພາ 2021 ທີ່ນະຄອນຫຼວງວຽງຈັນ. ກອງປະຊຸມດັ່ງກ່າວ ແມ່ນເພື່ອທົບທວນຄືນຄວາມຄືບໜ້າ ແລະ ແລກປ່ຽນຄວາມຄິດເຫັນຈາກບົດຮຽນທີ່ຖອດຖອນໄດ້. ການຈັດຕັ້ງປະຕິບັດຫຼັກສູດຊັ້ນປະຖົມສຶກສາ ຂັ້ນ ປ.1 ໄດ້ເລີ້ມຕົ້ນ 2 ປີຜ່ານມາ, ແຕ່ເດືອນ ກັນຍາ 2019 ແລະ ໄດ້ສືບຕໍ່ນໍາໃຊ້ຫຼັກສູດຊັ້ນປະຖົມສຶກສາ ຂັ້ນ ປ.2 ໃນເດືອນ ກັນຍາ 2020. ສຳລັບການພັດທະນາຫຼັກສູດຊັ້ນປະຖົມສຶກສາ ຂັ້ນ ປ.3 ກຳລັງດຳເນີນການຢູ່ໃນຂັ້ນສຸດທ້າຍ ເພື່ອກຽມນຳໄປຈັດຕັ້ງປະຕິບັດໃນສົກຮຽນປີໜ້າ, ພ້ອມດຽວກັນນີ້ ໄດ້ດຳເນີນການວາງແຜນ ແລະ ການຂຽນຫຼັກສູດຊັ້ນປະຖົມສຶກສາ ຂັ້ນ ປ.4 ແລະ ຂັ້ນ ປ.5 ໃນທ້າຍເດືອນທີ່ຜ່ານມາ..
ກອງປະຊຸມດັ່ງກ່າວ ໄດ້ໄຂຂຶ້ນໂດຍການເປັນປະທານຂອງທ່ານ ປອ. ອ່ອນແກ້ວ ນວນນະວົງ, ຜູ້ອຳນວຍການ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ), ແລະ ປະທານຮ່ວມທ່ານ ນາງ ນາງ ແອນນາ ດາເອຊັນ, ເລຂາທີໜຶ່ງ ຂອງເອກອັກຄະລະຊະທູດ ສະຖານທູດອົດສະຕຣາລີ ປະຈຳ ສປປ ລາວ ໂດຍມີຜູ້ຕາງໜ້າຈາກພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມຫຼາຍກວ່າ 100 ທ່ານ ຈາກກົມກອງອ້ອມຂ້າງກະຊວງ ສສກ, ທີມງານນັກຂຽນຫຼັກສູດ, ວິທະຍາໄລສ້າງຄູ 8 ແຫ່ງ, ແລະ ພະແນກສຶກສາທິການ ແລະ ກິລາແຂວງ ຈຳນວນ 18 ແຂວງ. ຄະນະພະແນກສຶກສາທິການ ແລະ ກິລາແຂວງ ພ້ອມດ້ວຍຄູອາຈານທີ່ໄດ້ຖືກຄັດເລືອກມາຈາກໂຮງຮຽນຊັ້ນປະຖົມສຶກສາ ທັງພາກລັດ ແລະ ເອກະຊົນ ຈຳນວນ 21 ທ່ານຜູ້ທີ່ມີບົດບາດດີເດັ່ນໃນສິດສອນ ແລະ ຈັດຕັ້ງປະຕິບັດຫຼັກສູດຊັ້ນປະຖົມສຶກສາ ຂັ້ນ ປ.1 ແລະ ຂັ້ນ ປ.2 ສະບັບປັບປຸງໃໝ່.
ໃນກອງປະຊຸມ ຈະມີການນຳສະເໜີຈາກທ່ານ ປອ. ອ່ອນແກ້ວ ນວນນະວົງ, ຫົວໜ້າທີມງານລາຍວິຊາ ຈາກ ສວສ ແລະ ແຜນງານບີຄວາ ລາຍງານໃຫ້ຜູ້ເຂົ້າຮ່ວມໄດ້ຮັບຊາບ ກ່ຽວກັບການປ່ຽນແປງຫຼັກໆຢູ່ໃນຫຼັກສູດຊັ້ນປະຖົມສຶກສາ ແລະ ເຫດຜົນຂອງການປ່ຽນແປງດັ່ງກ່າວ ລວມໄປເຖິງການນຳເອົາວິທີການຮຽນການສອນແບບໃໝ່ ໂດຍອີງໃສ່ການຮຽນການສອນແບບເນັ້ນການປະຕິ ບັດຕົວຈິງ, ວິທີການປະເມີນການຮຽນການສອນໂດຍນຳໃຊ້ຣູບຣິກ, ການແນະນຳການສອນຫ້ອງຄວບ ແລະ ລາຍງານຄວາມຄືບໜ້າໃນການຜະລິດ ແລະ ແຈກຢາຍຊຸດເຄື່ອງມືການຮຽນການສອນ. ຈາກກອງປະຊຸມນີ້, ຕາງໜ້າພະແນກສຶກສາ ແລະ ກິລາແຂວງ ແລະ ວິທະຍາໄລສ້າງຄູ ຈະໄດ້ຮັບຟັງການລາຍງານ ພ້ອມທັງປະກອບຄຳຄິດເຫັນຕໍ່ກັບສິ່ງທ້າທາຍໃນການຈັດຕັ້ງປະຕິບັດຫຼັກສູດຊັ້ນປະຖົມສຶກສາ ສະບັບປັບປຸງໃໝ່ ໃນຂັ້ນແຂວງ ແລະ ຂັ້ນເມືອງ, ໃນຂະນະດຽວກັນ ຄູສິດສອນດີເດັ່ນໃນການຈັດຕັ້ງປະຕິບັດຫຼັກສູດ ຈະໄດ້ແລກປ່ຽນປະສົບການ ກ່ຽວກັບຜົນສຳເລັດ ແລະ ຜ່ານຜ່າສິ່ງທ້າທາຍທີ່ເກີດຂຶ້ນໃນລະຫວ່າງການສິດສອນຫຼັກສູດຊັ້ນປະຖົມສຶກສາ ຂັ້ນ ປ.1 ແລະ ຂັ້ນ ປ.2 . ບັນດາຄູສອນ ຈະໄດ້ລາຍງານ ແລະ ແລກປ່ຽນ ກ່ຽວກັບວິທີການສອນແບບໃໝ່ ສຳລັບວິຊາພາສາລາວ, ແລກປ່ຽນປະສົບການກ່ຽວກັບການນຳໃຊ້ການປະເມີນແບບຣູບຣິກ, ວິທີການສອນຫ້ອງຄວບ, ແລະ ການນຳໃຊ້ຊຸດອຸປະກອນໃນຫຼັກສູດ ສະບັບປັບປຸງໃໝ່. ນອກຈາກນີ້ ພວກເຂົາຍັງໄດ້ປະກອບຄຳຄິດເຫັນ ກ່ຽວກັບ ການພັດທະນາຫຼັກສູດຊັ້ນປະຖົມສຶກສາ ຂັ້ນ ປ.4 ແລະ ຂັ້ນ ປ.5 ເຊັ່ນດຽວກັນກັບວິທີການຊຸກຍູ້ຊ່ວຍເຫຼືອ ແລະ ຈັດຕັ້ງຝຶກອົບຮົມການຮຽນການສອນແບບໃໝ່ ໃຫ້ຄູໃນອານາຄົດ.
ການຈັດຕັ້ງປະຕິບັດຫຼັກສູດຊັ້ນປະຖົມສຶກສາ ສະບັບປັບປຸງໃໝ່ ເປັນວຽກງານທີ່ຫຼວງຫຼາຍ ແລະ ຮຽກຮ້ອງໃຫ້ທຸກໆພາກສ່ວນທີ່ກ່ຽວຂ້ອງ ໃນລະດັບຊາດ, ຂັ້ນແຂວງ, ຂັ້ນເມືອງ ແລະ ບັນດາໂຮງຮຽນ ຈົ່ງໃຫ້ການຮ່ວມມືໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວ. ກອງປະຊຸມທົບທວນ ແລະ ປຶກສາຫາລືໃນການຈັດຕັ້ງປະຕິບັດຫຼັກສູດຊັ້ນປະຖົມສຶກສາ ໃນຄັ້ງນີ້ ໄດ້ເປີດໂອກາດໃຫ້ທຸກພາກສ່ວນ ແລະ ທຸກໆຂັ້ນ ມີສ່ວນຮ່ວມເຂົ້າມາແລກປ່ຽນປະສົບການ ລວມທັງປະກອບຄຳຄິດເຫັນເພື່ອສືບຕໍ່ພັດທະນາຫຼັກສູດຂັ້ນຕໍ່ໄປໃນອານາຄົດ. ສຳລັບຊຸດເຄື່ອງມືໃນການຮຽນການສອນຫຼັກສູດຊັ້ນປະຖົມສຶກສາ ສະບັບປັບປຸງໃໝ່ນີ້ ຈະເປັນສິ່ງສຳຄັນເຂົ້າໃນການປັບປຸງຄຸນນະພາບຂອງຜົນການຮຽນຂອງເດັກນ້ອຍ ພ້ອມດຽວກັນ ກໍຊ່ວຍໃຫ້ເດັກຍິງ ແລະ ເດັກຊາຍ ຜູ້ທີ່ມີເກນອາຍຸເຂົ້າໂຮງຮຽນ ໂດຍສະເພາະຜູ້ທີ່ດ້ອຍໂອກາດ ສາມາດອ່ານອອກຂຽນໄດ້.