ນັບແຕ່ການລະບາດຂອງພະຍາດໂຄວິດ 19, ກະຊວງສຶກສາທິການ ແລະ ກິລາ ໂດຍການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ໂດຍຜ່ານແຜນງານບີຄວາ ໄດ້ຈັດຕັ້ງປະຕິບັດການຕອບໂຕ້ຕໍ່ສະຖານະການຢ່າງຈິງຈັງ ໂດຍການທົດລອງນຳໃຊ້ນະວັດຕະກຳ ທີ່ແຕກຕ່າງກັນ ເພື່ອສືບຕໍ່ການຈັດຕັ້ງການຝຶກອົບຮົມ, ການສິດສອນ, ການຮຽນຮູ້ ແລະ ການຕິດຕາມການຮຽນການສອນໃນລະຫວ່າງການປ້ອງກັນການລະບາດຂອງພະຍາດດັ່ງກ່າວ, ເຊີ່ງວິທີການແບບໃໝ່ເຫຼົ່ານີ້ ໄດ້ນຳໃຊ້ເຕັກໂນໂລຊີດີຈີຕໍ ຊຶ່ງເຫັນວ່າມີປະໂຫຍກຫຼາຍ ເພາະຊ່ວຍຫຼຸດຄ່າໃຊ້ຈ່າຍ ແລະ ປະຫຍັດເວລາ ລວມທັງສາມາດນຳໃຊ້ໄດ້ໃນເຂດຫ່າງໄກຊອກຫຼີກ ແລະ ເຂດທີ່ເສັ້ນທາງຫຍຸ້ງຍາກໃນການເຂົ້າເຖິງ.
ການທົດລອງລ້າສຸດ ແມ່ນການທົດລອງການຮຽນແບບປະສົມປະສານ ເພື່ອສ້າງຂີດຄວາມສາມາດໃຫ້ແກ່ຄູຝຶກຫຼັກແຫຼ່ງ ແລະ ຄູຝຶກຂັ້ນແຂວງ ລວມທັງສະໜັນສະໜູນໃຫ້ພວກເຂົາສາມາດນຳໃຊ້ ແລະ ໃຫ້ການຊ່ວຍເຫຼືອແກ່ຄູສອນ, ເຊີ່ງການຮຽນແບບປະສົມປະສານນີ້ ໄດ້ລວມເອົາການຝຶກອົບຮົມແບບໜ້າເຊີ່ງໜ້າ ພ້ອມທັງການຮຽນການສອນໂດຍຜ່ານການປະຊຸມທາງອອນລາຍ.
ການທົດລອງດັ່ງກ່າວ ໄດ້ນຳພາໂດຍກົມສ້າງຄູ ເຊີ່ງມີຜູ້ເຂົ້າຮ່ວມທັງໝົດ 28 ທ່ານ ຈາກຄູຝຶກຫຼັກແຫຼ່ງ 6 ທ່ານ, ຄູຝຶກຂັ້ນແຂວງ 22 ທ່ານທີ່ມາຈາກ 3 ແຂວງຄື: ນະຄອນຫຼວງວຽງຈັນ, ຫຼວງນຳ້ທາ ແລະ ສະຫວັນນະເຂດ. ຫົວຂໍ້ຝຶກອົບຮົມທີ່ໄດ້ຖືກຂັດເລືອກເຂົ້າໃນການທົດລອງ ການຮຽນແບບປະສົມປະສານຄື: ທັກສະ ແລະ ເຕັກນິກການສັງເກດການຮຽນການສອນໃນຫ້ອງຮຽນ ຊຶ່ງເປັນທັກສະຫຼັກຂອງຄູ ເພື່ອຊ່ວຍໃຫ້ພວກເຂົາສາມາດປະເມີນນັກຮຽນໃນການຮຽນຂອງພວກເຂົາໄດ້. ສຳລັບຜູ້ເຂົ້າຮ່ວມຝຶກອົບຮົມໃນຄັ້ງນີ້ ແມ່ນເປັນຄັ້ງທຳອິດທີ່ພວກເຂົາທົດລອງການເຂົ້າຮ່ວມຝຶກອົບຮົມທາງອອນລາຍ ໂດຍການນຳໃຊ້ວິດີໂອປະຊຸມທາງອອນລາຍ ລວມທັງການສ້າງຫ້ອງປະຊຸມວິດີໂອອອນລາຍ ແລະ ການນຳໃຊ້ເຄື່ອງມືຊ໋ອບແວສແບບຊູມໃຫ້ເຫັນພາບຂອງແຕ່ລະຄົນໃນຫ້ອງປະຊຸມ ແລະ ທຸກຄົນສາມາດເຫັນພາບກັນ ແລະ ປຶກສາກັນໂດຍຜ່ານຫ້ອງປະຊຸມຊອບແວສທາງອອນລາຍນີ້, ໃນທຸກຂັ້ນຕອນໄດ້ມີການແນະນຳການນຳໃຊ້ ແລະ ນຳພາການຈັດຕັ້ງປະຊຸມທາງອອນລາຍ. ພາຍຫຼັງທີ່ຄູຝຶກຫຼັກແຫຼ່ງ ໄດ້ຮັບການຝຶກອົບຮົມດັ່ງກ່າວນີ້ແລ້ວ ຈະສາມາດນຳໃຊ້ ແລະ ຝຶກຕໍ່ໃຫ້ຄູຝຶກຂັ້ນແຂວງ.
ການທົດລອງການຮຽນແບບປະສົມປະສານ ແມ່ນໄດ້ຈັດຕັ້ງປະຕິບັດຝຶກອົບຮົມແບບໜ້າເຊີ່ງໜ້າ ຈຳນວນ 02 ວັນ ພ້ອມທັງການຝຶກອົບຮົມໂດຍຜ່ານທາງອອນລາຍອີກ 04 ຄັ້ງ ແລະ ຄັ້ງລະເຄີ່ງວັນ. ການຝຶກອົບຮົມການທົດລອງນີ້ ໄດ້ຈັດຕັ້ງປະຕິບັດຝຶກອົບຮົມແບບດຽວກັນນີ້ໃຫ້ຄູສອນຊັ້ນປະຖົມສຶກສາ ສຳລັບຫຼັກສູດສະບັບປັບປຸງໃໝ່. ເຊິ່ງຄະນະວິຊາການຈາກກົມສ້າງຄູ ແລະ ຊ່ຽວຊານຈາກແຜນງານບີຄວາ ກຳລັງຈັດຕັ້ງປະຕິບັດຝຶກອົບຮົມໃຫ້ແກ່ຄູຝຶກຫຼັກແຫຼ່ງ ຊຶ່ງພາຍຫຼັງທີ່ພວກເຂົາໄດ້ຮັບການຝຶກອົບຮົມແລ້ວ ພວກເຂົາຈະໄດ້ໄປຝຶກຕໍ່ໃຫ້ຄູຝຶກຂັ້ນແຂວງ. ແລະ ໃນການຝຶກອົບຮົມຄັ້ງທີ 3 ໃນອາທິດຜ່ານມາ, ຄູຝຶກຫຼັກແຫຼ່ງ ໄດ້ຕິດຕາມສັງເກດການຮຽນການສອນໃນຫ້ອງຮຽນ ໃນຫຼາຍເມືອງຢູ່ໃນ 3 ແຂວງທີ່ກຳລັງທົດລອງ. ຄະນະຊ່ຽວຊານຂອງແຜນງານບີຄວາ ແລະ ຄະນະວິຊາການຂອງກົມສ້າງຄູ ທີ່ຢູ່ໃນນະຄອນຫຼວງວຽງຈັນ ໄດ້ຕິດຕາມກວດກາໃນການຈັດຕັ້ງກອງປະຊຸມໂດຍນຳໃຊ້ຊຸມທາງອອນລາຍຂອງພວກເຂົາ ເພື່ອວັດຄຸນນະພາບຂອງການຈັດຕັ້ງປະຕິບັດໃນການສັງເກດຕິດຕາມການຮຽນການສອນໃນຫ້ອງຮຽນທີ່ປະຕິບັດຢູ່ ໂດຍຄູຝຶກຫຼັກແຫຼ່ງ ຈຳນວນ 6 ຄົນ, ຊຶ່ງເຫັນວ່າໄດ້ຮັບຜົນສຳເລັດໃນການນຳໃຊ້ເຕັກໂນໂລຊີດັ່ງກ່າວໃນເຂດຫ່າງໄກຊອກຫຼີກ.
ການທົດລອງດັ່ງກ່າວ ໄດ້ເລີ່ມຈັດຕັ້ງປະຕິບັດແຕ່ເດືອນ ຕຸລາ 2020 ທີ່ຜ່ານມາ ແລະ ຈະສືບຕໍ່ຈົນຮອດທ້າຍປີນີ້, ເຊິ່ງຄາດວ່າຖ້າໄດ້ຮັບຜົນສຳເລັດຈະມີແຜນຈັດຕັ້ງປະຕິບັດຢູ່ໃນຂັ້ນແຂວງ ເນື່ອງຈາກການຕອບຮັບທຳອິດກໍເຫັນວ່າໄດ້ຮັບຜົນໃນທາງບວກ. ສຳລັບການຮຽນແບບປະສົມປະສານນີ້ ມັນເຮັດໃຫ້ມີຄວາມສະດວກສະບາຍ ແລະ ຢືດຢຸ່ນໄດ້ ເນື່ອງຈາກພວກເຂົາສາມາດຄວບຄຸ້ມ ແລະຕິດຕາມການຮຽນການສອນໄດ້ໃນເຂດຫ່າງໄກຊອກຫຼີກ ເຊິ່ງມັນສາມາດຫຼຸດຜ່ອນເວລາໃນການເດີນທາງ ແລະ ຫຼຸດຜ່ອນຄ່າໃຊ້ຈ່າຍໃນການຈັດຝຶກອົບຮົມໃນເຂດທີ່ຫຍຸ້ງຍາກໃນການເຂົ້າເຖິງ. ນອກຈາກນີ້ ຍັງເຮັດໃຫ້ຄູຝຶກຫຼັກແຫຼ່ງສາມາດຕອບສະໜອງ ແລະ ໃຫ້ການຊ່ວຍເຫຼືອແກ່ຄູຝຶກຂັ້ນແຂວງໄດ້ທັນເວລາ ພ້ອມທັງສາມາດໃຫ້ຄຳແນະນຳຢ່າງຕໍ່ເນື່ອງໂດຍການນຳໃຊ້ວິທີການແບບໃໝ່ນີ້ໃນເຂດຫ່າງໄກຊອກຫຼີກອີກດ້ວຍ.