ແຜນງານການປັບປຸງຄຸນນະພາບ ແລະ ຂະຍາຍໂອກາດເຂົ້າຮຽນ ສຳລັບການສຶກສາຂັ້ນພື້ນຖານ ໃນ ສປປ ລາວ ແມ່ນແຜນງານໄລຍະ 10 ປີ ທີ່ນຳພາໂດຍລັດຖະບານແຫ່ງ ສປປ ລາວ, ໂດຍການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ແລະ ສະຫະພາບເອີຣົບ.
ແຜນງານບີຄວາສະໜັບສະໜູນບຸລິມະສິດທາງດ້ານການສຶກສາຂອງລັດຖະບານລາວໂດຍກົງ ຕາມທີ່ໄດ້ກຳນົດໄວ້ໃນແຜນພັດທະນາຂະແໜງການສຶກສາ ແລະ ກິລາ ຂອງກະຊວງສຶກສາທິການ ແລະ ກິລາ ແລະ ສອດຄ່ອງກັບຍຸດທະສາດການຊ່ວຍເຫຼືອທາງດ້ານການສຶກສາຂອງອົດສະຕຣາລີ 2013-2018.
ໄລຍະທຳອິດຂອງການຈັດຕັ້ງປະຕິບັດ (2015-2020) ແມ່ນນຳໃຊ້ງົບປະມານ 65 ລ້ານໂດລາອົດສະຕຣາລີ. ແຜນງານບີຄວາ ຈະຊ່ວຍເດັກປະມານ 740.000 ຄົນ ໃຫ້ໄດ້ຮັບການສຶກສາທີ່ມີຄຸນນະພາບດີຂຶ້ນ, ໂດຍມີຈຸດສຸມແມ່ນເດັກທີ່ມີຜົນການຮຽນຕ່ຳ ຄື ເດັກຍິງ, ເດັກພິການ ແລະ ເດັກທີ່ມາຈາກຊຸມຊົນຫ່າງໄກສອກຫຼີກ.
ຫຼັກເຫດ ແລະ ຜົນຂອງແຜນງານບີຄວາ ໄດ້ຮັບການປັບປຸງໃນຕົ້ນປີ 2018 ແລະ ກິດຈະກຳຫຼັກຂອງແຜນງານໃນປະຈຸບັນ ແມ່ນສຸມໃສ່ ການສະໜັບສະໜູນກະຊວງສຶກສາທິການ ແລະ ກິລາ ໃນການພັດທະນາ ແລະ ຈັດຕັ້ງປະຕິບັດຫຼັກສູດສະບັບປັບປຸງໃໝ່ ສຳລັບ ຂັ້ນ ປ.1 – ປ.5, ການປັບປຸງການສ້າງຄູ ແລະ ການສ້າງຄວາມເຂັ້ມແຂງໂດຍມີລະບົບຊ່ວຍ ເຊັ່ນ ການວາງແຜນ, ການບໍລິຫານ ແລະ ການຕິດຕາມການສອນ.
ການຈັດຕັ້ງປະຕິບັດແຜນງານບີຄວາ ແມ່ນຢູ່ໃນຂອບເຂດທົ່ວປະເທດ ແລະ ເປັນການສະໜັບສະໜູນເພີ່ມເຕີມໃຫ້ແກ່ 32 ເມືອງດ້ອຍໂອກາດທາງດ້ານການສຶກສາ.