Menu

ນີ້ເປັນຄັ້ງທຳອິດໃນປະຫວັດສາດ ຂອງການ ໃຫ້ທຶນແກ່ ສປປ ລາວ ທີ່ແຜນງານອັນດຽວ ໄດ້ໃຫ້ການ ສະໜັບສະໜຸນການປັບປຸງ ຫຼັກສູດທີ່ສຳຄັນທັງ ສອງຫຼັກສູດພ້ອມກັນ ຄື ຫຼັກສູດຊັ້ນປະຖົມ ສຳລັບນຳໃຊ້ໃນຫ້ອງຮຽນ ໃນທົ່ວປະເທດ ແລະ ຫຼັກສູດສ້າງຄູ ເພື່ອສ້າງຄູທີ່ຈະໄປສອນ ໃນຊັ້ນປະຖົມ ໃນອະນາຄົດ.

Discussion on maths teaching (2)

ຄູທີ່ມີປະສິດທິພາບ ແມ່ນມີຄວາມສຳຄັນຢ່າງຍິ່ງຕໍ່ການຮຽນຮູ້ ຂອງນັກຮຽນ. ນັກຮຽນຄູ ຕ້ອງໄດ້ຮັບການປະຖົົມນິເທດຢ່າງ ເລິກເຊິ່ງ ກ່ຽວກັບ ຫຼັກສູດທີ່ພວກເຂົາຈະສອນ, ໄດ້ຮັບຄຳ ປຶກສາກ່ຽວກັບວິທີການຊ່ວຍເຫຼືອໃຫ້ເດັກນ້ອຍ ໄດ້ຮຽນຮູ້ໃນ ຫ້ອງຮຽນ ແລະ ໃຫ້ເວລາພຽງພໍ ໃນການລົງຝຶກຫັດສອນ ຕົວຈິງ. ເຖິງຢ່າງໃດກໍ່ຕາມ, ຫຼັກສູດສ້າງຄູທີ່ໃຊ້ຝຶກອົບຮົມ ນັກຮຽນຄູ ໃນປະຈຸບັນ ແມ່ນຍັງບໍ່ທັນສອດຄ່ອງກັບຫຼັກສູດ ທີ່ສອນ ຢູ່ໃນຊັ້ນປະຖົມດີປານໃດ ແລະ ຍັງບໍ່ທັນໄດ້ສຸມໃສ່ການ ລົງຝຶກຫັດສອນຕົວຈິງໃນຫ້ອງຮຽນຢ່າງພຽງພໍ. ແຜນງານ ບີຄວາ ໄດ້ຮັບໂອກາດພິເສດໃນການປັບປຸງຫຼັກສູດສ້າງຄູ ໃນປະຈຸບັນ, ເຊື່ອມໂຍງກັບການລົງຝຶກຫັດສອນຕົວຈິງ ຢູ່ໃນຫ້ອງຮຽນ ແລະ ຮັບປະກັນວ່າຫຼັກສູດຊັ້ນ ປະຖົມ ແລະ ຫຼັກສູດສ້າງຄູມີຄວາມສອດຄ່ອງກັນດີ.

 ໃນເດືອນມີນາ ປີ 2017, ໄດ້ມີການຈັດກອງປະຊຸມສຳມະນາ ເປັນເວລາສອງອາທິດ ເພື່ອປຶກສາຫາລືກ່ຽວກັບຂອບຫຼັກສູດ ການຮຽນ-ການສອນໃນອະນາຄົດ ເຊິ່ງມີຜູ້ເຂົ້າ ຮ່ວມຫຼາຍກວ່າ 200 ຄົນ ທີ່ມາຈາກບັນດາກົມທີ່ກ່ຽວຂ້ອງກັບການສຶກສາຂັ້ນ ພື້ນຖານ ໃນກະຊວງສຶກສາທິການ ແລະ ກິລາ ລວມທັງ ຕົວແທນຈາກບັນດາວິທະຍາໄລຄູ ທີ່ມີໜ້າທີ່ໃນການສ້າງຄູ ໃນອະນາຄົດ ແລະ ຈາກສະຖາບັນຄົ້ນຄວ້າວິທະຍາ ສາດການສຶກສາ (ສວສ) ເຊິ່ງມີໜ້າທີ່ຮັບຜິດຊອບໃນການ ປັບປຸງຫຼັກສູດຊັ້ນປະຖົມ. ກອງປະຊຸມດັ່ງກ່າວນີ້ ແມ່ນກອງປະ ຊຸມ ປຶກສາຫາລືກ່ຽວກັບຫຼັກສູດການຮຽນ-ການສອນ ທີ່ໃຫຍ່ ທີ່ສຸດ ແລະ ສຳຄັັນທີ່ສຸດທີ່ເຄີຍມີຜ່ານມາ.

ທ່ານນາງ ວາລະດຸນ ອາມາລະທິທາດາ, ອະດີດຮອງ ຫົວໜ້າກົມສ້າງຄູ, ກະຊວງ ສຶກສາທິການ ແລະ ກິລາ ໄດ້ກ່າວວ່າ: “ຄູສອນຈຳເປັນຕ້ອງມີຄວາມເຂົ້າໃຈກ່ຽວກັບຫຼັກ ສູດການຮຽນ-ການສອນ ຂອງຊັ້ນປະຖົມ ເພື່ອໃຫ້ວຽກງານສິດ ສອນມີປະສິດທິພາບສູງຂຶ້ນກວ່າເກົ່າ.” ທ່ານໄດ້ກ່າວຕື່ມອີກວ່າ “ຜົນໄດ້ຮັບຕົ້ນຕໍຂອງກອງປະຊຸມສຳມະນາໃນຄັ້ງນີ້ ແມ່ນຜູ້ເຂົ້າ ຮ່ວມທຸກຄົນມີຄວາມເຂົ້າໃຈເພີ່ມຂຶ້ນ ກ່ຽວກັບ ການປັບປຸງ ຫຼັກສູດການຮຽນ-ການສອນຂອງຊັ້ນປະຖົມທີ່ທາງ ສວສ ພວມ ດຳເນີນຢູ່; ຜູ້ເຂົ້າຮ່ວມເຂົ້າໃຈ ກ່ຽວກັບ ສະມັດຖະພາບດ້ານ ການຮຽນຮູ້ຂອງນັກຮຽນ ທີ່ ສວສ ໄດ້ສ້າງຂຶ້ນ, ເຊິ່ງ ພວກເຂົາສາມາດເຊື່ອມໂຍງເຂົ້າກັບການບຳລຸງຄູ, ເຫັນ ຊ່ອງຫວ່າງຕ່າງໆ ແລະ ປັບຫຼັກສູດສ້າງຄູ ໃຫ້ເຂົ້າກັບ ຫຼັກສູດຊັ້ນປະຖົມ.”

ນອກຈາກນີ້, ໃນກອງປະຊຸມດັ່ງກ່າວ ຍັງໄດ້ມີການປຶກສາຫາລື ກັນຫຼາຍບັນຫາ ແລະ ໄດ້ນຳສະເໜີຫຼັກການຕ່າງໆ ເຊັ່ນ: ຄວາມຈຳເປັນໃນການສ້າງຄວາມສົມດຸນ ລະຫວ່າງ ທິດສະດີ ແລະ ການຝຶກຫັດສອນຕົວຈິງ; ຄວາມສຳຄັນໃນການ ສຳພັນທິດສະດີ ແລະ ວິຊາຮຽນທີ່ຝຶກຫັດສອນໃນຫ້ອງຮຽນ ຕົວຈິງ. ຜູ້ເຂົ້າຮ່ວມກອງປະຊຸມເຫັນດີວ່າ ຫຼັກສູດສ້າງຄູ ຄວນປະກອບດ້ວຍການຝຶກຫັດສອນຕົວຈິງ ເປັນໄລຍະເວລາ ຢ່າງໜ້ອຍ 20 ອາທິດ.

ນອກຈາກນີ້, ຜູ້ເຂົ້າຮ່ວມກອງປະຊຸມຍັງສະເໜີຕື່ມອີກວ່າ ບຸລິມະສິດຕົ້ນຕໍຂອງການປັບປຸງຫຼັກສູດສ້າງຄູ ແມ່ນຕ້ອງສຸມ ໃສ່ວິຊາພາສາລາວ. ໃນຄວາມເປັນຈິງແລ້ວ, ພາສາແມ່ນກະ ແຈສຳຄັນສຳລັບການຮຽນຮູ້ທັງໝົດ, ແລະ ຜົນການຮຽນວິຊາ ພາສາລາວພັດຍັງຢູ່ໃນລະດັບຕໍ່າ. ອີງຕາມຜົນຂອງການປະ ເມີນ ການອ່ານຂອງນັກຮຽນ ໃນຊັ້ນປະຖົມ (Early Grade Reading Assessment) ທີ່ປະເມີນຄວາມສາມາດໃນ ການອ່ານ ແລະ ຄວາມເຂົ້າໃຈຂອງນັກຮຽນ ໃນປີ 2012, ເຫັນວ່າ ມີພຽງ 42 ສ່ວນຮ້ອຍ ຂອງນັກຮຽນຂັ້ນ ປ.5 ເທົ່ານັ້ນ ທີ່ສາມາດເຂົ້າໃຈ ກ່ຽວກັບສິ່ງທີ່ພວກເຂົາໄດ້ອ່ານ.
ມາຮອດປະຈຸບັນ, ວຽກງານທີ່ເປັນຮາກຖານໄດ້ສຳເລັດ ລົງແລ້ວ, ແຕ່ວຽກງານຫຼັກສູດໂດຍລວມແມ່ນພຽງແຕ່ຫາກໍ່ເລີ່ມ ຕົ້ນເທົ່ານັ້ນ. ບາດກ້າວຕໍ່ໄປແມ່ນການຕົກລົງຂັ້ນສຸດທ້າຍ ກ່ຽວ ກັບ ໂຄງຮ່າງຫຼັກສູດ ແລະ ອົງປະກອບຂອງທີມງານພັດ ທະນາຫຼັກສູດ ແລະ ຫຼັງຈາກນັ້ນ ຈຶ່ງຈະເລີ່ມຕົ້ນຂຽນຫຼັກສູດ ຕົວຈິງ.