Menu

ມື້ນີ້ແມ່ນວັນເດັກຍິງສາກົນ ແລະ ພວກເຮົາຢາກແລກປ່ຽນ ຄຳເວົ້າທີ່ເປັນແຮງຈູງໃຈ ຈາກເດັກຍິງຊົນເຜົ່າມົ້ງ ຈາກແຂວງຊຽງຂວາງ ຜູ້ທີ່ຕັ້ງໃຈຮ່ຳຮຽນ ເພື່ອອະນາຄົດທີ່ດີຂຶ້ນຂອງພວກເຂົາ.

IMG_5308 small

IMG_5315 small

IMG_5533 small

ໂນ​ລໍ​* ແມ່ນ​ເດັກ​ຍິງ​ອາ​ຍຸ 11 ປີ. ລາວ​ເປັນ​ຄົນ​ທີ່​ມັກ​ຄັງ​ປື້ມ ແລະ ມັກ​ຮຽນ​ເພີ່ມພາ​ສາ​ລາວ​ ທີ່​ອົງ​ການ​ຊາຍ​ຟັນ​ຈັດ​ຕັ້ງຂື້ນ ຜ່ານ​ແຜນ​ງານ​ບີ​ຄວາ. “ເວ​ລາທີ່​ນ້ອງ​ຫວ່າງ, ເຊັ່ນ​ເວ​ລາ​ທີ່​ນ້ອງບໍ່​ໄດ້​ຮຽນ, ນ້ອງ​ຈະ​ໄປ​ອ່ານ​ປື້ມ​ຢູ່​ຫ້ອງ​ສະ​ໝຸດ​ເປັນ​ປະ​ຈຳ. ການ​ຮຽນພາ​ສາ​ລາວ​ຂອງ​ນ້ອງພັດ​ທະ​ນາ​ຂຶ້ນຫຼາຍ; ກ່ອນ​ໜ້ານີ້ ຄະ​ແນນ​ສອບ​ເສັງ​ຂອງ​ນ້ອງ​ແມ່ນບໍ່​ດີ​ປານ​ໃດ, ແຕ່​ຕອນນີ້ ນ້ອງ​ໄດ້​ຄະ​ແນນ​ດີ​ຂຶ້ນ ແລະ ນ້ອງ​ກໍ​ມີ​ຄວາມ​ມ່ວນ​ຊື່ນ​ໃນການອ່ານ​ປື້ມ​ກັບ​ໝູ່​ເພື່ອນ. ຖ້າ​ພວກ​ເຮົາຮຽນ​ນຳ​ກັນ ຈະ​ສາ​ມາດຮຽນໄດ້​ໄວ​ກວ່າ​ຮຽນຜູ້​ດຽວ. ນ້ອງ​ໄດ້​ແລກ​ປ່ຽນ​ຄວາມ​ຮູ້ກັບ​ໝູ່​​ເພື່ອ​ນເປັນ​ປະ​ຈຳ. ນ້ອງ​ຍັງ​ໄດ້​ອະ​ທິ​ບາຍ​ບົດ​ຮຽນ​ທີ່​ໝູ່​ນ້ອງບໍ່​ເຂົ້າ​ໃຈ​ແຈ້ງ​ນຳ​ອີກ.”

ເນຍ​ຢາ* ແມ່ນ​ເດັກ​ຍິງ​ອາ​ຍຸ 12 ປີ ​ຮຽນ​ຢູ່​ຂັ້ນ ປ. 5, ລາວ​ຢູ່​ເຮືອນ​ທີ່​ມີສະ​ມາ​ຊິກ​​ຄອບ​ຄົວ 5 ຄົນ. ພໍ່​ຂອງ​ລາວອອກ​ຈາກ​ບ້ານ ຕອນ​ລາວອາ​ຍຸ 3 ປີ ແລະ ແມ່​ລາວ​ໄດ້​ສ້າງ​ຄອບ​ຄົວ​ໃໝ່. “ເຮືອນ​ຂອງ​ນ້ອງ​ຢູ່​ໄກ, ນ້ອງ​ຕ້ອງ​ໄດ້​ໃຊ້​ເວ​ລາ 1 ຊົ່ວ​ໂມງທ​ຸກມື້ ເພື່ອຢ່າງ​ໄປໂຮງ​ຮຽນ ແຕ່​ນ້ອງ​ກໍ​ຢາກ​ຮຽນ ເພາະ​ວ່​າ ນ້ອງ​ຢາ​ກ​ຊ່ວຍ​ເຫຼືອ ແລະ ສະ​ໜັບ​ສະ​ໜູນ​ຄອບ​ຄົວ​ຂອງ​ນ້ອງ​ໃນ​ອະນາ​ຄົດ. ຖ້າ​ນ້ອງ​ສືບ​ຕໍ່​ຮຽນ​ຈົນ​ຈົບ, ນ້ອງຈະ​ສາ​ມາ​ດເຮັດ​ໃຫ້​ຄວາມ​ຝັນ​ຂອງ​ນ້ອງ​ເປັນ​ຈິງ​ໄດ້. ນ້ອງ​ຢາກ​ເປັນ​ໝໍ​ໃນ​ອະ​ນາ​ຄົດ ເພາະ​ວ່າ​ຖ້າ​ຄອບ​ຄົວ​ເຈັບ​ເປັນ ນ້ອງ​ກໍ​ຈະ​ສາ​ມາດ​ປິ່ນ​ປົວ​ເຂົາ​ເຈົ້າ​ໄດ້ ແລະ ນ້ອງ​ກໍ​ຢາກ​ຊ່ວຍ​ເຫຼືອ​ຄົນ​ໃນ​ບ້ານ​ຂອງ​ນ້ອງ. ສ​ະ​ນັ້ນ ໃນ​ຕອນນີ້ ສິ່ງ​ທີ່​ນ້ອງ​ເຮັດ​ໄດ້​ແມ່ນ​ຕັ້ງ​ໃຈ​ຮຽນຫຼາຍໆ ແລະ ມີ​ໝູ່​ຢູ່​ໂຮງ​ຮຽນຫຼາຍໆ.”

ດູຈີ* ກໍ​ເປັນ​ຜູ້​ໜຶ່ງ​ທີ່​ຢູ່​​ບ້ານ​ຫ່າງ​ໄກ​ສອກຫຼີກຈາກ​ໂຮງ​ຮຽນ ແລະ ຕ້ອງ​ໃຊ້​ເວ​ລາ​ຢ່າງ​ໄປ​ໂຮງ​ຮຽນ​ຊົ່ວ​ໂມງ​ເຄິ່ງທຸກມື້ ແຕ່​ລາວ​ກໍໄປ​ໂຮງ​ຮຽນ​ດ້ວຍ​ຄວາມ​​ມ່ວນ​ຊື່ນ “ນ້ອງຢ່າງ​ໄປ​ໂຮງ​ຮຽນ​ກັບໝູ່​ສະ​ນິດ​ນ້ອງ, ພວກ​ເຮົາ​ລົມ​ເລື່ອງ​ກັ​ນ​ທຸກ​ເລື່ອງ ແລະ ກ​ໍ​ແລກ​ປ່ຽນ​ຄວາມ​ຄິດ​ເລື່ອງ​ຕ່າງໆ​ນຳ​ກັນ. ເມື່ອ​ໃຫຍ່​ຂຶ້ນ ນ້ອງ​ຢາກ​ເປັນຄູ. ນ້ອງ​ຄິດ​ວ່າ​ມີ​ເດັກຫຼາຍ​ຄົນ​ຢູ່​ເຂດ​ຫ່າງ​ໄກສອກຫຼີກ ຍັງ​ຂາດ​ການ​ສຶກ​ສາ, ສະ​ນັ້ນ ນ້ອງ​ຈຶ່ງ​ຢາກ​ສອນ​ເຂົາ​ເຈົ້າ​ແບບ​ດຽວ​ກັນ​ກັບ​ທີ່​ຄູ​ສອນ​ນ້ອງ​ຢູ່​ໂຮງ​ຮຽນ. ນ້ອງ​ຈະ​ຈ​ັດ​ຫ້ອງຮຽນ​ເພີ່​ມ​ໃຫ້​ນັກ​ຮຽນ​ອ່ອນ​ນຳ​ອີກ.”

ໂນ​ລໍ, ເນຍ​ຢາ ແລະ ລູ​ຈີ* ກຳ​ລັງ​ຮຽນ​ຂັ້ນ ປ. 5 ຢູ່​ບ້ານ​ຫ່າງ​ໄກ​ສອກຫຼີກ​ໃນ​ແຂວງ​ຊຽງ​ຂວາງ. ໂຮງ​ຮຽນ​ຂອງ​ພ​ວກ​ເຂົາ ໄດ້​ຮັບ​ທຶນ​ຈາກກອງ​ທຶນເພື່ອ​ຄົ້ນ​ຄວ້າ​ສິ່ງ​ໃໝ່​ດ້ານ​ການ​ສຶກ​ສາ ຂອງ​ແຜນ​ງານ​ບີ​ຄວາ, ໂດຍ​​ໄດ້​ຮັບການ​ສະ​ໜັບ​ສະ​ໜູນຈາກ​ລັດ​ຖະ​ບາ​ນອົດ​ສະຕ​ຣາ​ລີ ແລະ ສະ​ຫະ​ພາບ​ເອີ​ຣົບ. ໂຄງ​ການ​ດັ່ງ​ກ່າວ ໄດ້​ຮັບ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ໂດຍ​ອົງ​ການ​ຊາຍ​ຟັນ, ໂດຍ​ການ​ຮ່ວມ​ມື​ກັບ​ພະ​ແນກ​ສຶກ​ສາ​ທິ​ການ ແລະ ກິ​ລາ ​ແຂວງ​ຊຽງ​ຂວາງ ແລະ ຫ້ອງ​ການ​ສຶກ​ສາ​ທິ​ການ ແລະ ກິ​ລາ​ເມືອງ​ຄູນ ຊຶ່ງມີເປົ້າ​ໝາຍ​ແມ່ນ​ແນ​ໃສ່ເດັກຍິງ​ຊົ​ນ​ເຜົ່າ ແລະ ໄດ້​ສ້າງ​ກິດ​ຈະ​ກຳ​ການ​ຮຽນຫຼາຍ​ຢ່າງ ເພື່ອ​ສົ່ງ​ເສີມ​ຄວາມອາດ​ສາ​ມາດ ແລະ ຄວາມ​ໝັ້ນ​ໃຈ​ດ້ານ​ພາ​ສາ​ລາວໃຫ້​ພວກ​ເຂົາ, ແລະ ຫວ​ັງ​ວ່າ ຄວາມ​ກະ​ຕື​ລື​ລົ້ນ​ຂອງ​ພວກ​ເຂົ​າ​ ຈະ​ຊ່ວຍ​ໃຫ້​ພວກ​ເຂົາສືບຕໍ່​ຮຽນໄປ​ຈົນຮອດ​ຊັ້ນມັດ​ທະ​ຍົມ​ສຶກ​ສາ ແລະ​ ສາມ​າດ​ເຮັດ​ໄດ້​ຕາມ​ຄວາມ​ມຸ່ງ​ຫວັງ​ຂອງ​ເຂົາ​ເຈົ້າ.

*ເພື​່ອ​ເປັນ​ການ​ປົກ​ປ້ອງ​ສິດ​ທິ​ຂອງ​ເດັກ​ ຕາມ​ລະ​ບຽບ​ການ​ຂອງ​ກະ​ຊວງ​ການ​ຕ່າງ​ປະ​ເທດ ແລະ ການ​ຄ້າ​ອົດ​ສະ​ຕ​ຣາ​ລີ, ຊື່​ແທ້ຂອງ​ເດັກ​ໄດ້​ຖືກ​ປ່ຽນເປັນ​ນາມ​ສົມ​ມຸດ ​ເພື່ອ​ປົກ​ປ້ອງ​ຕົວ​ຕົນ​ຂອງ​ເດັກ.