Menu

ຄູແມ່ນຜູ້ສ້າງແຮງຈູງໃຈ ຜູ້ທີ່ຕ້ອງການສ້າງຄວາມປ່ຽນແປງ ໃນຊີວິດຂອງເດັກໜຸ່ມນ້ອຍ ແລະ ສ້າງໃຫ້ເຂົາເຈົ້າມີອະນາຄົດທີ່ດີຂື້ນ. ເພື່ອເປັນການສະເຫຼີມສະຫຼອງວັນຄູ, ພວກເຮົາໄດ້ເຊີນຄູເລົ່າເລື່ອງ ແລະ ເຊີນພວກເຮົາມາອ່ານເລື່ອງດັ່ງກ່າວພ້ອມກັນ.

Ms Keo LNT

ນາງ ແກ້ວ ລາວ​ລີ, ຄູ​ສອນ​​ຢູ່ແຂວງຫຼວງ​ນ້ຳ​ທາ.

Ms Yommala SLV2

ນາງ ຍົມ​ມະ​ລາ ຢາ​ວາ​ລັດ, ຄູ​ສອນ​ຢູ່ແຂວງ​ສາ​ລະ​ວັນ.

Senhak1 final

ທ່ານ ແສນຮັກ ບຸນມີ, ຮອງຫົວໜ້າຫ້ອງການຄູອະນຸບານ-ປະຖົມ, ວິທະຍາໄລຄູສາລະວັນ

Mr Phailath PhD FINAL1

ທ່ານ ໄພ​ລັດ ​ສີ​ທອງ, ຮອງ​ຫົວ​ໜ້າ​ຫ້ອງ​ການສົ່ງເສີມ​ວິ​ຊາ​ການ​, ​ວິ​ທ​ະ​ຍາ​ໄລ​ຄູ​ສະ​ຫວັນ​ນະ​ເຂດ.

ຮູ້​ຈັກ​ກັບ ນາງ ແກ້ວ ລາວ​ລີ, ຜູ້​ຍິງອາ​ຍຸ 18 ປີ ​ຜູ້​ຫ້າວ​ຫັນຈາກ​ຊົນ​ເຜົ່າ​ອາ​ຂ່າ. ລາວ​ເປັນ​ໜຶ່ງ​ໃນ​ຜູ້​ທີ່ໄດ້​ຮັບ​ທຶນ​ການ​ສຶກ​ສາ​ຄູ​ຂອງ​ແຜນ​ງານ​ບີ​ຄວາ. ລາວ​ສຳ​ເລັດ​ການ​ສຶກ​ສາ​ຈາກວິ​ທະ​ຍາ​ໄລ​ຄູຫຼວງ​ນ້ຳ​ທາ​ໃນ​ເດືອນ​ກໍ​ລະ​ກົດ​ 2018 ຜ່ານ​ມານີ້ ແລະ ປະ​ຈຸ​ບັນ​ໄດ້​ກັບ​ໄປ​ສອນ​ຢູ່​ຊຸມ​ຊົນ​ຂອງ​ລາວ ຢູ່ແຂວງຫຼວງ​ນ້ຳ​ທາ.

“ພໍ່​ແມ່​ຂອງ​ນ້ອງ​ມີ​ຄວາມ​ພ​າກ​ພູມ​ໃຈ​ທີ່​ນ້ອງ​ໄດ້​ຮັບ​ທຶນ​ການ​ສຶກ​ສານີ້, ເພາະ​ວ່າ​ຢູ່​ບ້ານ​ນ້ອງ ມີ​ໜ້ອຍ​ຄົນ​ທີ່​ເວົ້າ​ພາ​ສາ​ລາວ ແລະ ມີ​ໂອ​ກາດ​ເຂົ້າ​ຮຽນ​ຢູ່​ວິ​ທະ​ຍາ​ໄລ. ດັ່ງ​ນັ້ນ, ນ້ອງ​ຈຶ່ງ​ເປັນ​ແບບ​ຢ່າງ​ໜຶ່ງ​ທີ່​ດີ​ໃຫ້​ແກ່​ຄົນ​ໄວ​ໜຸ່ມ. ປະ​ຈຸ​ບັນ​ນີ້ ນ້ອງ​ສອນຢູ່​ໂຮງ​ຮຽນ​ປະ​ຖົມ​ຢູ່​ຊຸມ​ຊົນຂອງ​ນ້ອງ​, ສິ່ງ​ທ້າ​ທາຍຫຼັກ​ເວ​ລາ​ທີ່​ນ້ອງ​ສອນ ແມ່ນ​ບາງຄັ້ງເດັກ​ຊົນ​ເຜົ່າ​ອາ​ຂ່າ ກໍ​ບໍ່​ເຂົ້າ​ໃຈ​ບົດ​ຮຽນ​ພາ​ສາ​ລາວ ນ້ອງ​ກໍ​ຈະ​ເວົ້າ​ຄືນ​ເລື້ອຍໆ ແລະ ກໍນຳ​ໃຊ້​ເຕັກ​ນິກຕ່າງໆ ເພື່ອ​ໃຫ້​ໝັ້ນໃຈວ່າ​ພ​ວກເຂົາ​ເຂົ້າ​ໃຈ. ນ້ອງ​ຢາກ​ໃຫ້​ພ​ວກ​ເຂົາ​ປະ​ສົບ​ຜົນ​ສຳ​ເລັດ​ແທ້ໆ.”

ຄວາມ​ຝັນ​ຂອງ ນາງ ແກ້ວ ແມ່ນ​ເປັນ​ຄູ​ເພື່ອ​ສ້າງ​ແຮງ​ຈູງ​ໃຈ​ໃຫ້​ແກ່​ຄົນ​ໃນ​ຊຸມ​ຊົນ ແລະ ເຮັດ​ໃຫ້​ເຂົາ​ເຈົ້າ​ເຂົ້າ​ໃຈ​ຄວາມ​ສຳ​ຄັນ​ຂອງ​ການ​ສຶກ​ສາ ຊຶ່ງ​ປະ​ຈຸ​ບັນ​ຄວາມ​ຝັນ​ຂອ​ງ​ລາວກໍ່​ເປັນ​ຈິງ​ແລ້ວ.

“ຄົນ​ຢູ່​ບ້ານ​ນ້ອງບໍ່​ຄ່ອຍສົ່ງ​ເສີມ​ໃຫ້​ລູກ​ໄປໂຮງ​ຮຽນ. ນ້ອງ​ຈະ​ສະ​ແດງ​ໃຫ້​ພວກ​ເຂົາ​ເຫັນວ່າ ການ​ສຶກ​ສາ​ມີ​ຄວາມ​ສຳ​ຄັນ. ຖ້າ​ລູກຫຼານ​ຂອງ​ພວກ​ເຂົາ​ບໍ່​ຮຽນ ພວກ​ເຂົາ​ກໍ່​ຈ​ະ​ບໍ່​ສາ​ມາດ​ເຂົ້າ​ສັງ​ຄົມ ແລະ ບໍ່​ສາ​ມາດຊອກວຽກ​ທີ່​ດີ​ໄດ້.”

ຮູ້​ຈັກ​ກັບ ນາງ ຍົມ​ມະ​ລາ ຢາ​ວາ​ລັດ, ​ອາ​ຍຸ 24 ປີ, ຜູ້ທີ່​ໄດ້​ຮັບ​ທຶນ​ການ​ສຶກ​ສາ​ຄູ​ຈາກ​ແຜນ​ງານ​ບີ​ຄວາອີກ​ຜູ້​ໜຶ່ງ. ລາວ​ສຳ​ເລັດ​ການ​ສຶກ​ສາ​ທີ່ວິ​ທະ​ຍາ​ໄລ​ຄູ​ສາ​ລະ​ວັນ ໃນ​ເດືອ​ນ​ກໍ​ລະ​ກົດ​ 2018 ຜ່ານ​ມານີ້ ແລະ ປະ​ຈຸ​ບັນ​ກຳ​ລັງ​ສອນ​ຢູ່ ແຂວງ​ສາ​ລະ​ວັນ.

ນາງ ຍົມ​ມະ​ລາ ແມ່ນຄູ​ໃໝ່ທີ່​ອຸ​ທິດ​ຕົນ, ລາວ​ມີ​ຄວາມ​ເຊື່ອ​ໝັ້ນວ່າການ​ສຶກ​ສາ​ເປັນ​ສິ່ງ​ສຳ​ຄັນ​ທີ່​ສຸດ. “ນ້ອງ​ຢາກ​ລຶບ​ລ້າງ​ການ​ກືກໜັງ​ສື. ນ້ອງ​ຈະຊຸກ​ຍູ້​ໃຫ້​ເດັກ​ທຸກ​ຄົນ​ໃນ​ຊຸ​ມຊົນຮຽນ​​ໜັງ​ສື. ນ້ອງ​ຢາກ​ໃຫ້​ເຂົາ​ເຈົ້າ​ມີຊີ​ວິດ​ທີ່​ດີ​ຂຶ້ນ. ຖ້າ​ພວກ​ເຂົາ​ກືກ​ໜັງ​ສື, ພວກ​ເຂົາ​ກໍ​ຈະ​ມີ​ຄວາມ​ຫຍຸ້ງ​ຍາກ​ໃນ​ການດຳ​ລົງ​ຊີ​ວິດ, ບໍ່​ໄດ້​ເຮັດ​ວຽກ​ງານ​ທີ່ດີ ຫຼື ຈະ​ໄປ​ມາກໍ່​ບໍ່​ສະ​ດວກ​ເພາະ​ວ່າ​ອ່ານ​ໜັງ​ສື​ຢູ່​ປ້າຍ​ຕ່າງໆບໍ່​ໄດ້.”

​ຍ້ອນ​ເປັນ​​ຄູ​ໃໝ່, ນາງ ຍົມມະ​ລາ ຮູ້​ສຶກ​ດີ​ໃຈຫຼາຍ​ທີ່​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜູນ​ດ້ານວິ​ທີ​ການ​ສອນ ແລະ ມີ​ຄູ​ຕິດ​ຕາມ ຊຶ່ງ​ເປັນ​ການ​ຊ່ວຍ​ເຫຼືອ​ຈາກ​ໂຄງ​ການ. “ກ່ອນ​ຮຽນ​ຈົບ, ນ້ອງ​ໄດ້ເຂົ້າ​ຮ່ວມການ​ຝຶກ​ອົບ​ຮົມ​ກ່ຽວ​ກັບ​ເຕັກ​ນິກ​ການສອນ​ວິ​ຊ​າ​ຄະ​ນິດ​ສາດ, ພາ​ສາ​ລາວ, ແລະ ການ​ສອນ​ຫ້ອງ​ຄວບ.

ພວກ​ເຮົາ​ຍັງ​ໄດ້​ຮຽນຫຼັກ​ສູດ​ພິ​ເສດ ກ່ຽວ​ກັບ ສຸ​ຂາ​ພິ​ບານ ແລະ ການ​ປະ​ຖົມ​ພະ​ຍາ​ບານ​ຂັ້ນ​ຕົ້ນ.

“ນ້ອງ​ຄິດ​ວ່າ​ ທັກ​ສະ​ການ​ປະ​ຖົມ​ພະ​ຍາ​ບານ​ຂັ້ນ​ຕົ້ນ​ມີ​ປະ​ໂຫຍດຫຼ​າຍ ​ສຳຫຼັບ​ການ​ສອນ​ຢູ່​ເຂດ​ຊົນ​ນະ​ບົດ ເພາະ​ຊ່ວຍ​ໃຫ້​ນ້ອງ​ຮູ້​ວ່າຈະ​ເຮັດ​ແນວ​ໃດ ຖ້າ​ເດັກ​ໄດ້​ຮັບ​ອຸ​ບັດ​ຕິ​ເຫດ. ນອກ​ຈາກນັ້ນ, ນ້ອງ​ຍັງ​ມີ​ຄູ​ຕິດ​ຕາມ​ຢູ່​ໂຮງ​ຮຽນ ຜູ້​ທີ່​ຈະ​ໃຫ້​ຄຳ​ແນະ​ນຳ​ນ້ອງ​ທຸກໆ​ອາ​ທິດ. ຄຳ​ແນະ​ນຳ​ຂອງ​ຄູ​ຕິດ​ຕາມເປັນ​ປະ​ໂຫຍດຫຼາຍ ແລະ ຊ່ວຍ​ນ້ອງໃຫ້ສອນດີ​ຂຶ້ນ.”

ຮູ້ຈັກກັບ ທ່ານ ແສນຮັກ ບຸນມີ, ອາຍຸ 38 ປີ, ເຊິ່ງເປັນຄູ​ສອນ​ນັກ​ສຶກ​ສາ​ຄູ​ຈາກຊົນເຜົ່າກະຕ່າງ, ສັງກັດຢູ່ ຫ້ອງການອະນຸບານ-ປະຖົມ, ເປັນຮອງຫົວໜ້າຫ້ອງການ ຄູອະນຸບານ-ປະຖົມວິທະຍາໄລຄູສາລະວັນ. ທ່ານ ແສນຮັກ ກຳລັງສຶກສາຕໍ່ປະລິນຍາໂທສາຂາຫຼັກສູດ ແລະ ການສອນ ຢູ່ທີ່ມະຫາວິທະຍາໄລແຫ່ງຊາດລາວ (ມຊ) ເລີ່ມເດືອນ​ມີ​ນາ​ປີນີ້ ໂດຍການສະໜັບສະໜູນຈາກແຜນງານບີຄວາ.

“ການ​ສືບ​ຕໍ່​ຮ່ຳຮຽນ ແລະ ເຮັດ​ວຽກ​ໄປ​ພ້ອມ ແມ່ນ​ມີ​ຄວາມ​ທ້າ​ທາຍ​ສຳ​ລັບ​ຂ້າ​ພະ​ເຈົ້າ. ທຸກໆ ວັນ​ສຸກ, ຂ້າ​ພະ​ເຈົ້າຕ້ອງ​ໄດ້​ເດີນ​ທ​າງ​ຈາກ​ສາ​ລະ​ວັນ​ໄປ​ນະ​ຄອນຫຼວງວຽງ​ຈັນ, ຮຽນ​ໜັງ​ສື​ວັນ​ເສົາ-​ວັນ​ອາທິດ ແລ້ວແລງອາ​ທິດ​ແມ່ນເດີນ​ທາງ​ກັບ​ມາ​ເຮັດ​ວຽກຢູ່ວິທະຍາໄລ​ຄູສາລະວັນ. ເມຍ​ຂ້າ​ພະ​ເຈົ້າ​ກໍ​ເປັນ​ຄູ​ສອນ​ ແລະ ພວກ​ເຮົາ​ກໍ​ມີ​ລູກ​ນ້ອຍ​ອາ​ຍຸ 4 ເດືອນ. ເມຍ​ຂອງ​ຂ້າ​ພະ​ເຈົ້າ​ສະ​ໜັບ​ສະ​ໜູນ​ການ​ຕັດ​ສິນ​ໃຈ​ຂອງ​ຂ້າ​ພະ​ເຈົ້າ​ເປັນ​ຢ່າງ​ດີ, ພວ​ກ​ເຮົາ​ຕັດ​ສິນ​ໃຈ​ແນວນັ້ນ ​ກໍເພື່ອ​ອະ​ນາ​ຄົດ​ຂອງ​ລູກ​ພວກ​ເຮົາ ແລະ ຂອງ​ເດັກ​ນ້ອຍ​ໝົດ​ທຸກ​ຄົນ​ໃນ​ປະ​ເທດ​ລາວ, ພວກ​ເຮົາ​ມີ​ຄວາມ​ເຊື່ອໃນ​ຄວາມ​ສຳ​ຄັນ​ຂອງ​ການ​ສຶກ​ສາ​ທີ່​ດີກວ່າ​ເກົ່າ. ຂ້າພະເຈົ້າເຂົ້າຮຽນ ຍ້ອນວ່າຂ້າພະເຈົ້າມາຮຽນຮູ້ ວິທີການ ສິດສອນ, ເຕັກນິກ ການສອນແບບໃໝ່, ຢາກປ່ຽນຈຸດສຸມ ວິທີການຮຽນ-ການສອນ ແບບລັກສະນະ ພຽງແຕ່ທິດສະດີ, ດ້ວຍການທ່ອງຈໍາ, ມາເປັນການ ຮຽນແບບຜ່ານຂະບວນການ ຄົ້ນຄິດ, ການຝຶກປະຕິບັດຕົວຈິງ ແລະ ເກີດການຮຽນຮູ້ ດ້ວຍຕົວນັກຮຽນເອງ, ສາມາດໄປໃຊ້ ເຂົ້າໃນການແກ້ໄຂບັນຫາ ໃນຊີວິດປະຈໍາວັນໄດ້. ຂ້າພະເຈົ້າໄດ້ຮຽນຮູ້ຫຼາຍຢ່າງໃນການ ຮຽນຫຼັກສູດປະລິນຍາໂທ ແລະ ໄດ້ປັບປຸງຄວາມເຂົ້າໃຈ ກ່ຽວກັບວິທີການສອນ, ການພັດທະນາ ຫຼື ປັບປຸງຫຼັກສູດ ແລະ ທັກສະການຄົ້ນຄວ້າ. ຂ້າພະເຈົ້າ ມີຄວາມຝັນໃນການ ປັບປຸງສະພາບການສຶກສາໃນປະເທດລາວເວົ້າລວມ, ເວົ້າສະ ເພາະແມ່ນການສຶກສາຂອງແຂວງສາລະວັນ ໂດຍການ ສິດສອນນັກສຶກສາຄູ ທີ່ວິທະຍາໄລຄູສາລະວັນ.”

ຮູ້ຈັກກັບ ທ່ານ ໄພລັດ ສີທອງ, ອາ​ຍຸ 39 ປີ, ຊຶ່ງ​ເປັນ​ອາຈານສອນຈາກ​ຊົນ​ເຜົ່າ​ຜູ້​ໄທ, ຮອງ​ຫົວ​ໜ້າ​ຫ້ອງ​ການສົ່ງເສີມ​ວິ​ຊາ​ການ​ທີ່​ວິ​ທ​ະ​ຍາ​ໄລ​ຄູ​ສະ​ຫວັນ​ນະ​ເຂດ. ທ່ານ ໄພ​ລັດ ໄດ້​ຮັບ​ທຶນ​ການ​ສຶກ​ສາ​ຈາກ​ແຜນ​ງານ​ບີ​ຄວາ​ໃນ​ປີນີ້ ໃນ​ການ​ຮຽນ​ລະດັບປະ​ລິນ​ຍາ​ເອກຂອງ​​ສາ​ຂາ​ວິ​ຊາ​ຄະນິດສາດສຶກສາ​ຢູ່​ປະ​ເທດ​ໄທ.

“ຂ້າ​ພະ​ເຈົ້າ​ເລືອກຮຽນ​ວິ​ຊານີ້ ຍ້ອນ​ວ່​າ ຂ້າ​ພະ​ເຈົ້າ​ເຫັນວ່າຍັງມີສິ່ງທ້າທາຍຫຼາຍຢ່າງໃນການຮຽນ-ການສອນ ວິຊາຄະນິດສາດໃນລາວ, ເຊັ່ນ: ຄວາມຮູ້ດ້ານ​ຄະ​ນິດ​ສາດ​ຂອງ​ນັກ​ຮຽນ​ຂ້ອນຂ້າງຕໍ່າ, ຄູສອນຄະນິດສາດ ສ່ວນຫຼາຍ ຍັງສອນແບບຄູເປັນໃຈກາງ, ຂ້າ​ພະ​ເຈົ້າ​ຄິດ​ວ່າ ພວກ​ເຮົາ​ສາມາດແກ້ບັນຫາ​ດັ່ງ​ກ່າວ​ໄດ້ ​ໂດຍ​ການ​ປ່ຽນ​ວິ​ທີ​ການ​ສອນຂອງຄູ, ສອນໂດຍໃຫ້ນັກ​ຮຽນ​​ຝຶກ​ຝົນຄົ້ນ​ຄິດ​ດ້ວຍຕົນ​ເອງ ແລະ ແກ້​ໄຂ​ບັນ​ຫາ​ໄດ້​ດ້ວຍ​ຕົນ​ເອງ ບໍ່​ແມ່ນຈະຈື່ຈຳແຕ່ຫຼັກການພຽງຢ່າງດຽວ, ພວກ​ເຂົາ​ຕ້ອງ​ສາມາດ​ໝູນ​ໃຊ້​ຄວາມ​ຮູ້​ທີ່ຮຽນເຂົ້າໃນ​ຊີ​ວິດ​ປະ​ຈຳ​ວັນໄດ້.”

ອີກປະການໜຶ່ງ, ຂ້າ​ພະ​ເຈົ້າ​ໄດ້​ມີສ່ວນຮ່ວມໃນຫຼາຍ​ກິດ​ຈະ​ກຳ​ຂອງ​ກະ​ຊວງ​ສຶກ​ສາ​ທິ​ການ ​ແລະ ກິ​ລາ  ທີ່​ສະ​ໜັບ​ສະ​ໜູນໂດຍແຜນ​ງານບີ​ຄວາ, ເຊັ່ນ​ການ​ຕິດ​ຕາມ​ການ​ທົດ​ລອງປຶ້ມແບບຮຽນ​ໃໝ່, ການ​ເຂົ້າ​ຮ່ວມ​ການ​ຝຶກ​ອົບ​ຮົມການ​ພັດ​ທະ​ນາ​ວິ​ຊາ​ຊີບ​ຄູ ແລະ ພັດທະນາຫຼັກສູດສ້າງຄູ. ຂ້າ​ພະ​ ເຈົ້​າ​ມີ​ຄວາມ​ຮູ້​ສຶກ​ດີ​ໃຈຫຼາຍ​ທີ່​ແຜນ​ງາ​ນ​ດັ່ງ​ກ່າວ​ສະ​ໜັບ​ສະ​ໜູນ​ໃຫ້​ຂ້າ​ພະ​ເຈົ້າ​ໄດ້ຮຽນ​ລະດັບປະ​ລິນ​ຍາ​ເອກ.

ປະ​ຈຸ​ບັນ ຂ້າ​ພະ​ເຈົ້າ​ເປັນ​ນັກສຶກສາພາກປົກກະຕິ(ຮຽນເຕັມ​ເວ​ລາ) ​ຢູ່​ທີ່​ມະ​ຫາ​ວິ​ທະ​ຍາ​ໄລ​ຂອນ​ແກ່ນ ປະ​ເທດ​ໄທ, ຊຶ່ງ​ເຮັດ​ໃຫ້ຂ້າ​ພ​ະ​ເຈົ້າ​ຕ້ອງ​ຢູ່​ໄກ​ຈາກ​ຄອບ​ຄົວ, ຂ້​າ​ພະ​ເຈົ້າ​​ຄຶດ​ຮອດ​ລູກ ຈຶ່ງໄດ້​ຕິດ​ຕໍ່​ຫາ​ຄອບຄົວເກືອບ​ທຸກມື້ ແລະ ບາງ​ເທື່ອກໍ່​ສອນ​ບົດ​ຮຽນ​ໃຫ້ລູກ​ນຳ. ແຕ່ເມື່ອຄິດວ່າຂ້າ​ພະ​ເຈົ້າ​ຈະໄດ້​ເປັນສ່ວນໜຶ່ງ ໃນການ​ປັບ​ປຸງ​ຄຸນ​ນະ​ພາບ​ການ​ສຶກ​ສາ​ຢູ່​ໃນລາວ, ຂ້​າພະ​ເຈົ້າກໍມີແຮງໃຈສູ້ຕໍ່.”