ໃນວັນທີ 4 – 6 ທັນວາ, ສະມາຊິກຄະນະກຳມະການຮັບຮອງ ຫຼັກສູດ ແລະ ສື່ການຮຽນການສອນ ຈຳນວນ 23 ທ່ານ ຊຶ່ງເປັນປະທານໂດຍ ທ່ານ ຮສ. ປອ. ຄຳຜາຍ ສີສະຫວັນ, ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ຈະຮ່ວມກັນກວດຜ່ານ ແລະ ພິຈາລະນາຮັບຮອງປຶ້ມແບບຮຽນ ແລະ ຄູ່ມືຄູ ສຳລັບຂັ້ນ ປ. 1 ທີ່ຈະແຈກຢາຍໃຫ້ແກ່ໂຮງຮຽນປະຖົມທົ່ວປະທດ ໃນສົກຮຽນ 2019/2020.
“ໃນຂັ້ນຕອນການກວດຜ່ານ ແລະ ການຮັບຮອງຫຼັກສູດ ໂດຍສະເພາະແມ່ນຕົ້ນສະບັບປຶ້ມແບບຮຽນ ແລະ ຄູ່ມືຄູ, ສື່ການຮຽນການສອນນັບວ່າມີຄວາມສຳຄັນ ເພາະເປັນການຮັບຮອງຄຸນນະພາບຂອງຕົ້ນສະບັບວ່າ ສາມາດນຳໃຊ້ໄດ້ຫຼືບໍ່ ຫຼືຄວນປັບປຸງຕື່ມແນວໃດ ກ່ອນຈະສະເໜີເຖິງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ອະນຸມັດຈັດພິມ ແລະ ນຳໃຊ້ຕໍ່ໄປ.” ທ່ານ ປອ. ອ່ອນແກ້ວ ກ່າວ.
ຂັ້ນຕອນນີ້ແມ່ນຂັ້ນຕອນສຸດທ້າຍ ຂອງຂະບວນການ ທີ່ໄດ້ລິເລີ່ມ ຕັ້ງແຕ່ປີ 2015 ເມື່ອກະຊວງສຶກສາທິການ ແລະ ກິລາ ໄດ້ຕັດສິນໃຈປັບປຸງຫຼັກສູດຊັ້ນປະຖົມສຶກສາ ແລະ ພັດທະ ນາສື່ການຮຽນການສອນໃໝ່ ສຳລັບຄູ ແລະ ນັກຮຽນ. ສື່ການຮຽນການສອນໃໝ່ ໄດ້ຮັບການທົດລອງຢູ່ໃນໂຮງຮຽນທີ່ຖືກຄັດເລືອກໃນຫຼາຍພາກທົ່ວປະເທດ ແລະ ໄດ້ຮັບການປັບປຸງອີງຕາມຄຳຄິດຄຳເຫັນຈາກການທົດລອງ ລວມທັງຈາກການປຶກສາຫາລືກັບຄູສອນ ກ່ອນການນຳສະເໜີໃຫ້ແກ່ຄະນະກຳມະການໃນອາທິດນີ້. ໃນໄລຍະການປະຊຸມອັນສຳຄັນ ໃນ 3 ມື້, ຫົວໜ້າທີມຂອງແຕ່ລະວິຊາ ຈາກທີມພັດທະນາຫຼັກສູດ ໃນສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ) ຈະນຳສະເໜີວິຊາທີ່ຕົນຮັບຜິດຊອບ ພ້ອມທັງຕອບຄຳຖາມ ຈາກຄະນະກຳມະການ. ຫຼັງຈາກນັ້ນ ຄະນະກຳມະການຈະປະກອບຄວາມ ເຫັນກ່ຽວກັບຈຸດບົກພ່ອງທີ່ຄວນປັບປຸງ, ຖາມໃນຈຸດທີ່ບໍ່ຈະ ແຈ້ງ ຫຼື ໃຫ້ຄໍາແນະນໍາ ແລະ ສຸດທ້າຍ ຈະລົງຄວາມເຫັນ ຮັບຮອງ ບົນພື້ນຖານຄວາມຄິດເຫັນ ຂອງຄະນະກໍາມະການ, ນັກວິຊາການ ສວສ ຈະນໍາໄປປັບປຸງຕົ້ນສະບັບເປັນ ຄັ້ງສຸດທ້າຍ.
ສື່ການຮຽນການສອນໃໝ່ໄດ້ຖືກພັດທະນາຢ່າງຮອບດ້ານ: ນັກຮຽນຂັ້ນ ປ. 1 ທຸກຄົນ ຈະໄດ້ຮັບຊຸດປຶ້ມແບບຮຽນ ສະບັບປັບປຸງໃໝ່ 1 ຊຸດ ຊຶ່ງປະກອບມີ ວິຊາພາສາລາວ, ວິທະຍາສາດ ແລະ ສິ່ງແວດລ້ອມ ແລະ ຄຸນສົມບັດ. ປຶ້ມແບບຮຽນໃໝ່ຈະມີສີສັນຫຼາຍຂຶ້ນ ລວມທັງມີຮູບພາບ ແລະ ເສັ້ນສະແດງຕ່າງໆ ເພື່ອຊ່ວຍໃຫ້ເດັກເຂົ້າໃຈໄດ້ດີຂຶ້ນ, ດຶງດູດຄວາມ ສົນໃຈ ແລະ ເພີ່ມຄວາມຈື່ຈຳຂອງເດັກ. ຄູສອນຂັ້ນ ປ. 1 ແລະ ຜູ້ອຳນວຍການທຸກຄົນ ຈະໄດ້ຮັບຊຸດຄູ່ມືຄູ ສະບັບປັບປຸງໃໝ່ 1 ຊຸດ ສຳລັບວິຊາພາສາລາວ, ວິທະຍາສາດ ແລະ ສິ່ງແວດລ້ອມ, ຄຸນສົມບັດ, ສິລະປະ ແລະ ຫັດຖະກຳ, ກາຍະສຶກສາ ແລະ ດົນຕີ. ຄູ່ມືຄູໃໝ່ ຈະມີລາຍລະອຽດຫຼາຍຂຶ້ນ ແລະ ມີຄຳແນະນຳກ່ຽວກັບບົດສອນແຕ່ລະຂັ້ນຕອນລະອຽດ, ຄຳແນະນຳກ່ຽວກັບການປະເມີນນັກຮຽນ, ວິທີການນຳໃຊ້ສື່ການຮຽນການສອນຈາກທ້ອງຖິ່ນ ແລະ ການສ້າງກິດຈະກໍາເສີມໃຫ້ແກ່ເດັກ. ນອກນັ້ນ, ຄູ່ມືຄູ ກໍຍັງມີຍຸດທະສາດ ແລະ ກິດຈະກຳເພື່ອຊ່ວຍຄູສອນນັກຮຽນທີ່ບໍ່ເວົ້າພາສາລາວເປັນພາສາແມ່ອີກດ້ວຍ.
ນອກຈາກນີ້, ຫ້ອງ ປ. 1 ທຸກຫ້ອງ ກໍຍັງຈະໄດ້ຮັບຊຸດການຮຽນການສອນ ທີ່ປະກອບດ້ວຍສື່ການຮຽນການສອນ ເຊັ່ນ ບັດຄຳສັບ ແລະ ໂປສະເຕີ ເພື່ອຈັດກິດຈະກຳໃນຫ້ອງຮຽນ, ປຶ້ມນິທານທີ່ເໝາະສົມຕາມເກນອາຍຸ ເພື່ອຊ່ວຍການຮຽນການສອນພາສາລາວ ແລະ ຊຸດປຶ້ມອ່ານເສີມ ເພື່ອຊ່ວຍພັດທະນາການຮູ້ໜັງສືສຳລັບເດັກນ້ອຍ. ເນື້ອໃນປຶ້ມແບບຮຽນ, ສື່ການຮຽນການສອນ ແລະ ກິດຈະກຳຕ່າງໆ ໄດ້ຖືກອອກແບບຢ່າງຮອບຄອບ ເພື່ອຮັບປະກັນວ່າຫຼັກສູດສະບັບປັບປຸງໃໝ່ແມ່ນມີຄວາມພໍດີ ແລະ ເໝາະສົມກັບນັກຮຽນທຸກຄົນ.
ພາຍຫຼັງການຮັບຮອງຈາກຄະນະກຳມະການຮັບຮອງຫຼັກສູດ ແລະ ສື່່ການຮຽນການສອນ, ການຈັດພິມ ແລະ ແຈກຢາຍສື່ການຮຽນການສອນດັ່ງກ່າວໃຫ້ແກ່ທຸກໂຮງຮຽນທົ່ວປະເທດ ຈະແມ່ນໜຶ່ງໃນວຽກສຳຄັນຂອງກະຊວງສຶກສາທິການ ແລະ ກິລາ. ອຳນວຍການໂຮງຮຽນ, ຄູສອນຂັ້ນ ປ. 1 ແລະ ຄູນິເທດ ຈະໄດ້ຮັບການຝຶກອົບຮົມ ແລະ ສະໜັບສະໜູນ.
ນອກນັ້ນ, ນັກພັດທະນາຫຼັກສູດຈາກ ສສກ ກໍພວມພັດທະນາຊຸດການຝຶກອົບຮົມ ເພື່ອແນະນຳຫຼັກສູດໃໝ່ ແລະ ສ້າງຄວາມລຶ້ງເຄີຍກັບການນຳໃຊ້ສື່ການຮຽນການສອນໃໝ່ ໃຫ້ແກ່ຜູ້ທີ່ຈະນຳໃຊ້ໃນອະນາຄົດ. ທີມງານທີ່ປະກອບມີຄູຝຶກຫຼັກແຫຼ່ງ 50 ທ່ານ ແລະ ຄູຝຶກປະຈຳແຂວງຫຼາຍກວ່າ 600 ທ່ານ ໄດ້ຖືກຄັດເລືອກເປັນທີ່ຮຽບຮ້ອຍແລ້ວ ແລະ ກຳລັງກະກຽມຄວາມພ້ອມ ໃນການຝຶກອົບຮົມ ພ້ອມທັງການຕິດຕາມຊ່ວຍເຫຼືອຄູສອນ.
“ລະບົບການສຶກສາທີ່ມີຄຸນນະພາບດີຢູ່ປະເທດຕ່າງໆໃນທົ່ວໂລກ ແມ່ນມີພື້ນຖານມາຈາກລະບົບຊັ້ນປະຖົມສຶກສາທີ່ດີ.” ທ່ານນາງ ເຄທີ ສະມິດ, ເລຂາເອກ ສະຖານທູດອົດສະຕຣາລີ ປະຈຳ ສປປ ລາວ ກ່າວເປີດໃນກອງປະຊຸມຄະນະກຳມະການຮັບຮອງຫຼັກສູດ ແລະ ສື່ການຮຽນການສອນ. “ການຮັບປະກັນວ່ານັກຮຽນ ຮຽນຈົບຊັ້ນປະຖົມ ດ້ວຍພື້ນຖານການຮຽນຮູ້ໜັງສື ແລະ ການຄິດໄລ່ເລກທີ່ດີ ແມ່ນມີສ່ວນສຳຄັນທີ່ຈະເຮັດໃຫ້ພວກເຂົາເຂົ້າຮຽນ ແລະ ສຳເລັດການສຶກສາຊັ້ນມັດທະຍົມສຶກສາ ແລະ ການສຶກສາຊັ້ນສູງ.”
ສສກ ໄດ້ຮັບການສະໜັບສະໜູນໂດຍລັດຖະບານອົດສະຕຣາລີ ແລະ ສະຫະພາບເອີຣົບ ໂດຍຜ່ານແຜນງານບີຄວາ ໃນການ ພັດທະນາ ແລະ ຈັດຕັ້ງປະຕິບັດຫຼັກສູດຊັ້ນປະຖົມສະບັບປັບປຸງ ໃໝ່ 8 ວິຊາ. ການປັບປຸງດັ່ງກ່າວຈະດຳເນີນໄປ ປີລະຂັ້ນຮຽນ, ເລີ່ມຈາກ ຂັ້ນ ປ. 1 ໃນເດືອນກັນຍາ 2019. ສຳລັບວິຊາຄະນິດສາດແມ່ນໄດ້ຮັບການສະໜັບສະໜູນໂດຍອົງການໄຈກາ ແລະ ໄດ້ເລີ່ມຈັດຕັ້ງປະຕິບັດຈາກຂັ້ນ ປ. 1 ໃນເດືອນກັນຍາ 2018 ທີ່ຜ່ານມາ.