ກອງປະຊຸມແນະນຳກ່ອນການປະມູນຈະໄດ້ຈັດຂຶ້ນໃນ ວັນສຸກ 20 ພະຈິກ 2020, 1.30 ໂມງແລງ ຕາມເວລາຂອງປະເທດລາວ
ວັນທີປິດຮັບເອກະສານປະມູນ : ວັນຈັນ 7 ທັນເວລາ 4 ໂມງແລງ, ຕາມເວລາຂອງປະເທດລາວ
ຄັອບຟີ ສາກົນເພືື່ອການພັດທະນາ ກຳລັງຈັດຕັ້ງປະຕິບັດ ແຜນງານການປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດເຂົ້າຮຽນ ສຳລັບການສຶກສາຂັ້ນພື້ນຖານ ໃນ ສປປ ລາວ (ແຜນງານ ບີຄວາ), ພາຍໄຕ້ສັນຍາຂອງກະຊວງການຕ່າງປະເທດ ແລະ ການຄ້າຂອງອົດສະຕຣາລີ (DFAT). ຄັອບຟີ ກຳ ລັງຊອກຫາບໍລິສັດການພິມທີ່ມີປະສົບການແລະມີຄຸນນະພາບເໝາະສົມເພື່ອການພິມປື້ມແບບຮຽນສຳລັບຊັ້ນ ປ 3, ໃນນີ້ລວມທັງການຈັດເປັນຊຸດ, ການບັນຈຸລົງກ່ອງ, ຫຸ້ມຫໍ່, ແລ້ວສົ່ງໄປທີ່ສະຖານທີ່ທີ່ໄດ້ກຳນົດໃຫ້ໃນເອກະສານແນະນຳໄວ້ໃນສັນຍາທີ່ສ່ວນກາງນະຄອນຫຼວງວຽງຈັນ.
ວິທີການຍື່ນຊອງປະມູນ ທ່ານສາມາດດາວໂຫລດ
ເອົາເອກະສານປະມູນໄດ້ຈາກລິ້ງຂ້າງລຸ່ມນີ້ :
AM-5852 BEQUAL RFT G3TB Part ABC (PDF document)
AM-5852 BEQUAL RFT G3TB Part D Form (Word document)
AM-5852 BEQUAL RFT G3TB Part E Compliance (Word document)
AM-5852 BEQUAL RFT G3TB Part F Price Schedule (Excel document)
ຄຳຮ້ອງສະໝັກ ຈະຖືກພິຈາລະນາເມື່ອການປະກອບແບບຟອມພາກ ງ ເອກະສານຕອບຮັບການປະມູນ ພາກທີ ຈ ແລະ ພາກ ສ ຕາຕະລາງການຈັດຕັ້ງປະຕິບັດ ແລະ ຕາຕະລາງລາຄາ ເທົ່ານັ້ນ ແລະ ສົ່ງເອເລັກໂຕຣນິກທາງອີເມວຫາ info@bequal-laos.org.
ເອກະສານເຊິງເປັນສະບັບພິມອອກໃສ່ເຈ້ຍ ແມ່ນບໍ່ເປັນທີ່ຍອມຮັບ.
ຫ້ອງປະຊຸມຂອງສະຖາບັນລາວອົດສຕຣາລີ ສີ່ແຍກຂອງຖະໜົນມະໂຫສົດ ແລະ ເສດຖາທິຣາດໜ້າຫໍພະແກ້ວ ບ້ານຊຽງຍືນ ເມືອງຈັນທະບູລີ ນະຄອນຫລວງວຽງຈັນ.
ຜູ້ເຂົ້າສະມັກຈະສື່ສານເປັນລາຍລັກອັກສອນໂດຍທາງອີເມວຫາ: info@bequal-laos.org
ເຈົ້າໜ້າທີຕິດຕໍ່: Anne Stasinowsky
Coffey ແມ່ນນາຍຈ້າງທີ່ມີໂອກາດເທົ່າທຽມກັນໃນການເລືອກແລະມີຄວາມຕັ້ງໃຈຕໍ່ການປົກປ້ອງເດັກ.