Menu

ເດັກພິການແມ່ນກຸ່ມເດັກນ້ອຍທີ່ມີອຸປະສັກຫຼາຍ ຢ່າງ ໃນການມີສ່ວນຮ່ວມໃນສັງຄົມຂອງເຂົາ ເຈົ້າຢ່າງເຕັມສ່ວນ. ການທີ່ຈະໄດ້ເຂົ້າຮຽນ ເປັນສິ່ງທີ່ທ້າທາຍສະເໝີສຳລັບເດັກພິການ. ພວກເຮົາມາອ່ານເລື່ອງຂອງ ປໍຈູ, ລາລີ, ແລະ ນັກ ວ່າປະຈຸບັນ ພວກເຂົາມີສ່ວນຮ່ວມ ໃນກິດຈະກຳການຮຽນຮູ້ຄືເດັກນ້ອຍຜູ້ອື່ນໆ ໄດ້ຄືແນວໃດ. ຂໍຂອບໃຈມາຍັງການຊ່ວຍເຫຼືອຈາກກຸ່ມ ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ຂອງແຜນງານບີຄວາ.

BQ1-PorJu

BQ2-LL

BQ3-Nak

ວັນ​ຄົນ​ພິ​ການ​ສາ​ກົນ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ ໃນ​ວັນ​ທີ 3 ທັນ​ວາ 1992 ໂດຍ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ຊຶ່ງ​ມີ​ເປົ້າ​ໝາຍ​ໃນ​ການ​ສົ່ງ​ເສີມ​ສິດ​ທິ, ການ​ເປັນ​ຢູ່​ທີ່​ດີ ແລະ ການ​ພັດ​ທະ​ນາຮອບດ້ານ​ຂອງ​ຄົນ​ພິ​ການໃນ​ສັງ​ຄົມ, ແລະ ເພື່ອ​ເພີ່ມຄວາມ​ຮັບ​ຮູ້ກ່ຽວກັບ​ສະ​ພາບ​ການຂອງ​ຄົນພິ​ການໃນ​ດ້ານ​ການ​ເມືອງ, ສັງ​ຄົມ, ເສດ​ຖະ​ກິດ ແລະ ຊີ​ວິດ​ວັດ​ທະ​ນະ​ທຳ.

ເດັກ​ທຸກ​ຄົນ​ມີ​ສິດ​ໄດ້​ຮັບ​ການ​ສຶກ​ສາ ຊຶ່ງ​ຖື​ວ່າ​ເປັນໂອ​ກາດ​ຄວາມ​ສະ​ເໝີ​ພາບ​ຂັ້ນ​ພື້ນ​ຖານ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ກໍຍັງ​ມີເດັກ​ພິ​ການຈຳ​ນວນຫຼາຍ​ທີ່ບໍ່​ໄດ້​ເຂົ້າ​​ໂຮງ​ຮຽນ. ຄວາມສາ​ມາດຂອງ​ພວກ​ເຂົາ​ຖື​ກເບິ່ງຂ້າມຢູ່ສະເໝີ​, ​ປະ​ສິດ​ຕິ​ພາບຂອງ​ພວກ​ເຂົາຖືກ​ປະ​ເມີນ​ຕ່ຳ ແລະ ​ສິ່ງ​ທີ່ພວກ​ເຂົາ​ຕ້ອງ​ການ ​ ບໍ່ໄດ້​ຖືກ​ຈັດ​ເປັນບຸ​ລິ​ມະ​ສິດ​. ນອກ​ຈາກນີ້, ສິ່ງ​ກີດ​ຂວາງ​ຕ່າງໆ​ທີ່ພ​ວກ​ເຂົາ​ພົບ​ພໍ້​ ​ເປັນ​ປະ​ຈຳ ກໍແມ່ນມາ​ຈາກ​​ສະພາບແວດ​ລ້ອມທີ່​ພວກ​ເຂົາ​ຢູ່ ຫຼາຍກວ່າ​ຄວາມ​ເປັນພິ​ການ​ຂອງ​ພວກ​ເຂົາ​ເອງ.

ກຸ່ມອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານຂອງ​ແຜນ​ງານ​ບີ​ຄວາ (BNC) ສະ​ໜັບ​ສະ​ໜູນ​ສິດ​ທິ​ເພື່ອ​ການ​ສຶກ​ສາ​ສຳ​ລັບ​ທຸກ​ຄົນ. ຢູ່ໃນບັນດາ​ບ້ານເປົ້າໝາຍ​ທີ່​ ໂຄງ​ການນີ້ ຈັດ​ຕັ້ງ​ປະ​ຕິ​ບັດ, ແລະ ໂດຍ​ການ​ຮ່ວມ​ມື​ກັບ​ພະ​ແນກ​ສຶກ​ສາ​ທິ​ການ ແລະ ກິ​ລາ​ແຂວງ (ສກ​ຂ), ຫ້ອງ​ການ​ສຶກ​ສາ​ທິ​ການ ແລະ ກິ​ລາ​ເມືອງ (ສກມ), ແລະ ຄະ​ນະ​ພັດ​ທະ​ການ​ການ​ສຶກ​ສາ​ຂັ້ນ​ບ້ານ (ຄ​ພ​ສບ), ໄດ້​ເຮັດ​ການ​ຄົ້ນ​ຄວ້າ ຫາ​ເດັກ​ທີ່ບໍ່​ເຂົ້າ​ໂຮງ​ຮຽນ ແລະ ເຫດ​ຜົນ​ທີ່​ພວກ​ເຂົ​າບໍ່​ເຂົ້າ​ໂຮງ​ຮຽນ. ໃນ​ຂັ້ນ​ຕອນ​ດັ່ງ​ກ່າວນີ້, ພວກ​ເຂົາ​ໄດ້​ພົບພໍ້​ເດັກ​ພິ​ການຈຳ​ນວ​ນສອງສາມຄົນ ແລະ ໄດ້​ຮ່ວມ​ມື​ກັບ​ໜ່ວຍ​ງານ​ຕ່າງໆເຊັ່ນ ອົງການ COPE ເພື່ອ​ຊອກ​ຫາ​ວິ​ທີ​ທາງຊ່ວຍ​ເຫຼືອ​ເດັກເຫຼົ່ານີ້ ​ໃຫ້ໄດ້​ໄປ​ໂຮງ​ຮຽນ.

ປໍ​ຈູ, ລາ​ລີ ແລະ ນັກ ແມ່ນ​ເດັກ​ພິ​ການ​ທາງ​ດ້ານ​ຮ່າງ​ກາຍ​ສາ​ມ​ຄົນ​ຈາກ​ເມືອງ​ຮຸນ, ແຂວງ​ອຸ​ດົມ​ໄຊ. ເດັກ​ເຫຼົ່າ​ນີ້ ບໍ່ສາ​ມາດ​ຍ່າງ ຫຼື ເຄື່ອນ​ໄຫວ​ໂດຍ​ປາ​ສະ​ຈາກ​ຄວາມ​ຊ່ວຍ​ເຫຼືອໄດ້ ແລະ ໄດ້​ຢູ່​ແຕ່​ບ້ານ, ບໍ່​ໄດ້​ຮັບ​ການ​ສຶກ​ສາ ແລະ ບໍ່​ໄດ້​ເຂົ້າ​ສັງ​ຄົມ​ຄື​ໝູ່. ດ້ວຍ​ການ​ຊ່ວຍ​ເຫຼືອ​ຈາກ ກອງ​ທຶນ ຄ​ພ​ສບ ຂະ​ໜາດ​ນ້ອຍ, ພວກ​ເຂົາໄດ້​ຖືກ​ສົ່ງ​ໄປ​ທີ່ຂະ​ແໜງ​ການ​ແພດຟື້ນ​ຟູຫນ້າທີ່ການ ​ແຂວງຫຼວງ​ພະ​ບາງ ເພື່ອ​ຮັບ​ການ​ຊ່ວຍ​ເຫຼືອ​ທາງ​ດ້ານ​ການ​ແພດ, ແລະ ພວກ​ເຂົາ​ຍັງໄດ້​ຮັບ​ລໍ້​ເລື່ອນ​ຈາກ​ສູນ​ການ​ແພດ​​ຟື້ນ​ຟູ​ຫນ້າທີ່​ການ​ ອີກ​ດ້ວຍ.

ປໍ​ຈູ ເປັນ​ເດັກ​ຍິງ​ເຜົ່າ​ມົ້ງ ອາ​ຍຸ​ 11​ປີ ທີ່​ອາ​ໄສຢູ່​ກັບ​ພໍ່​ແມ່ຂອງ​ລາວ​ຢູ່​ບ້ານ​ກ້ຽວ​ຜາ, ເມືອງ​ຮູນ, ແຂວງ​ອຸ​ດົມ​ໄຊ. ລາວເປັນເດັກ ທີ່ມີຄວາມພິການທາງສະ​ໝອງ​ ແລະ​ ລາວບໍ່​ເຄີຍ​ໄດ້​ເຂົ້າ​ໂຮງ​ຮຽນ. ພໍ່​ແມ່​ຂອງລາວ​ເປັນຫ່ວງ​ວ່າ  ລາວຈະບໍ່ໄດ້ຮັບການຊ່ວຍ ເຫຼືອທີ່ຈໍາເປັນສໍາລັບລາວ. ຍ້ອນໄດ້ຮັບການຊ່ວຍເຫຼືອຈາກ BNC ແລະ ຄພສບ, ປໍ​ຈູ ໄດ້​ເຂົ້າ​ບຳ​ບັດ ຢູ່ຂະ​ແໜງ​ການ​ແພດຟື້ນ​ຟູຫນ້າທີ່ການ ​ແຂວງຫຼວງ​ພະ​ບາງ ເປັນ​ເວ​ລາ 12 ວັນ ຊຶ່ງ​ລາວ​ໄດ້​ຮັບ​ການບົ່ງ​ມະ​ຕິ​ພະ​ຍາດ ແລະ ການ​ປິ່ນ​ປົວ​ທີ່​ເໝາະ​ສົມ. ປໍ​ຈູ ໄດ້ຮັບການ ຝຶກຫັດທ່າຕ່າງໆເພື່ອເຮັດກາ​ຍະ​ບຳ​ບັດ ເພື່ອພັດ​ທະ​ນາການ​ເຄື່ອນ​ໄຫວຮ່າງ​ກາຍ​ຂອງ​ລາວ. ພໍ່​ຂອງ​ປໍ​ຈູ, ມໍ​ຮື, ໄດ້ກ່າວ​ວ່​າ “ຕັ້ງ​ແຕ່​ລູກ​ສາວ​ຂອງ​ຂ້ອຍບໍ່​ສ​າ​ມາດ​ຢ່າງ​ໄດ້​ຄື​ຄົ​ນ​ອື່ນ, ພວກ​ເຮົາ​ກໍບໍ່​ຮູ້​ວ່າ​ຈະ​ເຮັດ​ແນວ​ໃດ ແລະ ຈະ​ໄປ​ປິ່ນ​ປົວ​ຢູ່​ໃສ. ແຕ່​ພາຍຫຼັງ​ທີ່ BNC ເຂົ້າ​ມາ​ຊ່ວຍ​ບ້ານ​ຂອງ​ພວກ​ເຮົາ, ຄູ​ຢູ່​ໂຮງ​ຮຽນປະຖົມ​ກ້ຽວ​ຜາ ກໍ​ໄດ້​ແນະ​ນຳ​ໃຫ້​ຂ້ອຍ​ພາ​ລູກສາວ​ໄປ​ປິ່ນ​ປົວ​ຢູ່​ຂະ​ແໜງ​ການ​ແພດສູນ​ຟື້ນ​ຟູໜ້າ​ທີ່​ການ. ຂ້ອຍ​ຮູ້​ສຶກ​ພູມ​ໃຈ ແລະ ມີ​ຄວາມ​ສຸກຫຼາຍ ທີ່ມື້​ໜຶ່ງ ລູກ​ສາວ​ຂອງ​ຂ້ອຍ​ອາດ​ຈະ​ຢ່າງ​ໄດ້​ຄື​ກັນ​ກັບ​ໝູ່”. ຄ​ພ​ສບ ຍັງ​ໄດ້​ຊຸກ​ຍູ້​ໃຫ້ ປໍ​ຈູ ເຂົ້າຮ່ວມ​ຄ້າຍ​ການ​ອ່ານ ຂອງ BNC, ຊຶ່ງ​ເປັນ​ຫ້ອງ​ສະ​ໝຸດຊຸມ​ຊົນ​ສຳ​ລັບ​ເດັກ ທີ່​ມີນັກ​ຮຽນ​ມັດ​ທະ​ຍົມຕົ້ນ ມາ​ຈັດ​ກິດ​ຈະ​ກຳ​ການ​ອ່ານສຳ​ລັບ​ເດັກນ້ອຍ ຫຼື ນ້ອງນັກຮຽນທີ່ມີອາຍຸນ້ອຍກວ່າ. ປໍ​ຈູ ມີ​ຄວາມ​ສຸກ​ທີ່​ໄດ້​ຢູ່​ກັບ​ກຸ່ມ​ເດັກ​ນ້ອຍ​ອາ​ຍຸ​ເທົ່າ​ກັນ ແລະ ໄດ້ຫຼິ້ນນຳຫມູ່. ສົມ​ພອນ, ພະ​ນັກ​ງານ​ອົງ​ການ ແພ​ລນ​ສາ​ກົນ​ ປະ​ຈຳ​ປະ​ເທດລາວ ຢູ່​ເມືອງ​ຮຸນໄດ້ ກ່າວ​ວ່າ ປໍຈູເປັນຜູ້ໜຶ່ງທີ່ມີຄວາມກະຕືລືລົ້ນ ແລະ ຕື່ນເຕັ້ນທີ່ໄດ້ເຂົ້າຮ່ວມກິດຈະກຳການອ່ານຂອງຂ້ອຍ ຕອນທີ່ຂ້ອຍເປັນອາສາສະໝັກຢູ່ບ້ານຂອງລາວ. ລາວພະຍາຍາມນັ່ງຂ້າງອ້າຍຂອງລາວ ແລະ ບາງຄັ້ງກໍມັກເວົ້າຊໍ້າຄືນຄຳສັບຕາມຫຼັງເວລາທີ່ອ້າຍຂອງລາວອ່ານປື້ມ”.

ລາ​ລີ ເປັນ​ເດັກຊາຍ​ເຜົ່າ​ມົ້ງ ອາ​ຍຸ 11​ປີ ຈາກ​ບ້ານ​ດຽວ​ກັນ. ລາວເອງກໍ່ເປັນເດັກພິການທາງສະ​ໝອງ​ ​ມາ​ໄດ້ຫຼາຍກວ່າ 5 ປີ​ແລ້ວ. ລາວ​ບໍ່ສາມາດໄປ​ໃສ​ໄດ້ ໂດຍ​ປາ​ສະ​ຈາກ​ການ​ຊ່ວຍ​ເຫຼືອ​ຈາກ​ພໍ່​ແມ່ ຫຼື ພີ່​ນ້ອງ​ຂອງ​ລາວ. ລາວ​ຢາ​ກ​ໄປ​ໂຮງ​ຮຽນ ແຕ່​ລາວບໍ່​ສາ​ມາ​ດຍ່າງ​ໄປ​ດ້ວຍ​ຕົນ​ເອງໄດ້ດີ ແລະ ຍັງເປັນໂລກ ​ຄວາມ​ຈຳ​ສັ້ນ ແລະ ສະ​ມາ​ທິສັ້ນອີກ. ພໍ່​ຂອງ​ລາວ​ກ່າວ​ວ່າ “ມັນ​ເປັນ​ເລື່ອງ​ຍາກ ​ທີ່​ຈະ​ພາ​ລາວ​ໄປ​ໂຮງ​ຮຽນ ຫຼື ໄປນາ. ສ່ວນຫຼາຍ​ພວກ​ເຮົາ​ໃຫ້​ລາວ​ຢູ່​ບ້ານ, ບາງ​ຄັ້ງ​ກໍ​ພາ​ລາວ​ໄປ​ສວນ ຫຼື ໄປ​ນານຳເວລາປູກເຂົ້າ”.

ລາ​ລີ ໄດ້​ຮັບ​ການ​ປິ່ນ​ປົວ​ຄ້າຍ​ຄື​ກັນ​ກັບ​ປໍ​ຈູ. ລາວ​ຍັງ​ບໍ່ສາ​ມາ​ດ​ເຂົ້າ​ຮຽນ​ໄດ້​ເທື່ອ ຍ້ອນ​ວ່າ ລາວ​ຍັງ​ຈື່​ສິ່ງ​ທີ່​ຄົນ​ອື່ນ​ເວົ້າ​ບໍ່​ໄດ້ ແຕ່​ອາການ​ຂອງ​ລາວ​ກໍ​ດີ​ຂຶ້ນ​ເລື້ອຍໆ. ລາວ​ຝຶກ​ຍ່າງ​ກັບ​ຮາວ​ຈັບ ທີ່ເຮັດດ້ວຍ​ໄມ້​ໄຜ່ ຊຶ່ງ​ປະ​ຈຸ​ບັນ​ນີ້ ລາວ​ສ​າ​ມາດ​ຢືນ ແລະ ຢ່າງ​ໄດ້ ໜຶ່ງ ເຖິງ ສອງ​ກ້າວດ້ວຍຕົນເອງ​ແລ້ວ. ລຸງ​ຂອ​ງ​ລາ​ລີ ກ່າວ​ວ່າ “ພວກ​ເຮົາ​ພູມ​ໃຈຫຼາຍ​ທີ່​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ​ໃນ​ກ​ານ ປະ​ກອບ​ເອ​ກະ​ສານ ​ເພື່ອ​ຍື່ນ​ຂໍ​ເຂົ້າປິ່ນປົວ​ຢູ່ຂະ​ແໜງ​ການ​ແພດ​ຟື້ນ​ຟູໜ້າ​ທີ່​ການ ແລະ ການ​ຕິດ​ຕາມອ​າ​ການ​ຈົນ​ກວ່າ ລາ​ລີ ຈະ​ດີ​ຂື້ນ”.

ນັກ ເປັນ​ເດັກ​ຊາຍຊົນເຜົ່າ​ຂະ​ມຸ ອາ​ຍຸ 14 ​ປີ ທີ່​ອາ​ໄສ​ຢູ່​ບ້ານ​ມົກ​ໄປຼ, ເ​ມືອງຮຸນ, ແຂວງອຸ​ດົມ​ໄຊ. ລາວ​ມີ​ອາ​ການ ຕີນ​ໂງ້ງ ແລະ ມີ​ຄວາມ​ຈຳ​ສັ້ນ. ລາວ​ເຄີຍ​ຄານ​ໄປ​ໂຮງ​ຮຽນ​ຈົນ​ຮອດ ປ.3 ແລ້ວກໍໂຈະ​ການ​ຮຽນ. ນັກ ໄດ້​ຮັບການ​ປິ່ນ​ປົວ​ແບບ​ດຽວ​ກັນ. ຕອນ​ທີ່​ລາວຢູ່​ ​ສູນ​ຟື້ນ​ຟູ, ລາວ​ໄດ້​ກ່າ​ວ​ດ້ວຍ​ຄວາມ​ພາກ​ພູມ​ໃຈ​ກັບ​ພະ​ນັກ​ງານ BNC ວ່າ​ “ນ້ອງ​ດີ​ໃຈຫຼາຍ ທີ່​ນ້ອງ​ຍ່າງ​ໄດ້. ເຖິງວ່າ​ຈະ​ຍ່າງ​ໄດ້​ແບບບໍ່​ສົມ​ບູນ​ເທື່ອ ​, ແຕ່​ດຽວນີ້ ນ້ອງ​ກໍ​ຍ່າງ​ໄດ້ ແລະ ບໍ່​ໄດ້​ຄານ​ຢູ່​ພື້ນ​ພຽງ​ຢ່າງ​ດຽວ. ມື້​ໜຶ່ງ, ນ້ອງ​ຈະ​ກັບ​ໄປ​ຮຽນ​ຄືນ”. ແລ້ວ​ຄວາມ​ຝັນ​ຂອງ​ລາວ​ກໍ​ເປັນ​ຈິງ! ປະ​ຈຸ​ບັນ​ນີ້ ນັກ ໄດ້ເຂົົ້າ​ຮຽນ​ ປ.3 ຄືນ ແລ້ວ.

ກຸ່ມອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ຂອງແຜນງານ ບີຄວາ ໄດ້​ຕິດ​ຕາມ ​ການ​ພັດ​ທະ​ນາ​ທາງ​ດ້ານ​ຮ່າງ​ກາຍ​ຂອງ​ເດັກ​ທັງ​ສາມຢ່າງ​ໃກ້​ຊິດ, ຕິດ​ຕາມ​ເບິ່ງ​ຄວາມ​ຫຍຸ້ງ​ຍາ​ກ​ຕ່າງໆ​ທີ່​ພວກ​ເຂົາ​ອາດ​ຈະ​ພົບ​ພໍ້​ຈາກ​ການ​ບຳ​ບັດຟື້ນ​ຟູ, ແລະ ໄດ້ໃຫ້ ການສະໜັບສະໜູນກ່ຽວກັບການເປັນ​ຜູ້​ເບິ່ງ​ແຍງ ​ ໃຫ້​ແກ່ ພໍ່​ແມ່ ແລະ ຊຸມ​ຊົນ​ຂອງ​ພວກ​ເຂົາ, BNC ໄດ້​​ຊຸກຍູ້​ພວກ​ເຂົາ​ໃຫ້​ເຂົ້າ​ຮ່ວມ ​ກິດ​ຈະ​ກຳ​ການ​ຮຽນ​ກັບ​ເດັກ​ນ້ອຍ​ຜູ້​ອື່ນ​ໃນ​ບ້ານ.

ຜ່ານ​ແຜນ​ງານ​ບີ​ຄວາ, ລັດ​ຖະ​ບານ​ອົດ​ສະ​ຕ​ຣາ​ລີ ແລະ ສະ​ຫະ​ພາບ​ເອີ​ຣົບ ກຳ​ລັງ​ເຮັດ​ວຽກ​ເພື່ອ​ຮັບປະກັນວ່າ ຈະ​ມີເດັກ​ນ້ອຍ​ເຂົ້າ​ຮຽນ ແລະ ສາ​ມາດ​ສຳ​ເລັດການສຶກ​ສາຂັ້ນ​ພື້ນ​ຖານ​ເພີ່ມ​ຂຶ້ນ​ໃນ​ອະ​ນາ​ຄົດ. ຍ້ອນ​ວ່າ​ເດັກ​ຍິງ ແລະ ເດັກ​ຊາຍ​, ເດັກ​ພິ​ການ​ໝົດ​ທຸກ​ຄົນ ມີ​ສິດ​ໄດ້​ຮັບ​ການ​ສຶກ​ສາ​ທີ່​ມີ​ຄຸນ​ນະ​ພາບເທົ່າ​ທຽມ​ກັນ ຊຶ່ງ​ຈະ​ເຮັດ​ໃຫ້​ພວກ​ເຂົາ​ໄດ້ຮັບໂອກາດຕ່າງໆ ໃນຊີວິດ ຫຼາຍຂຶ້ນ​.